ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປາແລສໄຕນ໌ ປະເຊີນກັບບັນຫາ ໃນການພະຍາຍາມ ເຂົ້າເປັນສະມາຊິກ ສປຊ


ກອງປະຊຸມສະພາຄວາມໝັ້ນຄົງ ຂອງອົງການສະຫະປະຊາຊາດ
ກອງປະຊຸມສະພາຄວາມໝັ້ນຄົງ ຂອງອົງການສະຫະປະຊາຊາດ

ເປັນທີ່ຄາດກັນວ່າ ຝຣັ່ງຈະໃຫ້ຄຳອະທິບາຍກ່ຽວກັບການຕັດສິນໃຈຂອງຕົນ ໃນວັນສຸກມື້ນີ້
ທີ່ຈະບໍ່ໄດ້ອອກສຽງ ໃນການລົງຄະແນນກ່ຽວກັບການເຂົ້າເປັນສະມາຊິກອົງການສະຫະປະ
ຊາຊາດຂອງປາແລສໄຕນ໌.

ການເຄື່ອນໄຫວທີ່ວ່ານີ້ມີຂຶ້ນນຶ່ງມື້ ຫຼັງຈາກທູດພິເສດຂອງສະຫະປະຊາຊາດປະກາດກ່ຽວກັບ
ແຜນການບໍ່ອອກສຽງຂອງຝຣັ່ງ ອັງກິດ ແລະໂຄລອມເບຍ.

ຝ່າຍປາແລສໄຕນ໌ຕ້ອງການຢ່າງນ້ອຍ 9 ສຽງ ຈາກສະມາຊິກ 15 ປະເທດໃນສະພາຄວາມ
ໝັ້ນຄົງຂອງອົງການສະຫະປະຊາຊາດ ເພື່ອໃຫ້ການເຂົ້າເປັນສະມາຊິກຂອງປາແລສໄຕນ໌ບັນ
ລຸຄວາມສຳເລັດໄດ້. ສະຫະລັດໃຫ້ຄຳໝັ້ນສັນຍາວ່າຈະໃຊ້ສິດຢັບຢັ້ງຕໍ່ຍັດຕິດັ່ງກ່າວຖ້າຫາກ
ມີການລົງຄະແນນສຽງກັນ.

ປະທານາທິບໍດີປາແລສໄຕນ໌ທ່ານ Mahmoud Abbas ໄດ້ຍື່ນຄຳຮ້ອງຂໍເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ ໃນເດືອນກັນຍາຜ່ານມາ ໃນຄວາມພະຍາຍາມເພື່ອໃຫ້ມີການຮັບ
ຮູ້ປະເທດປາແລສໄຕນ໌. ສະຫະລັດໄດ້ຮຽກຮ້ອງໃຫ້ຝ່າຍປາແລສໄຕນ໌ ກັບຄືນໄປເປີດການເຈ
ລະຈາໂດຍກົງກັບອິສຣາແອລ.

ຄວາມເຄັ່ງຕຶງໄດ້ເພີ່ມທະວີຂຶ້ນລະຫວ່າງອິສຣາແອລແລະປາແລສໄຕນ໌ໃນມື້ວັນຈັນຜ່ານມາ
ຫຼັງຈາກອົງການວັດທະນະທຳຂອງສະຫະປະຊາຊາດ ຫຼື UNESCO ໄດ້ໃຫ້ການອະນຸມັດ
ຕໍ່ການຂໍຮ້ອງເຂົ້າເປັນສະມາຊິກຂອງປາແລສໄຕນ໌.

ໃນມື້ວັນພະຫັດວານນີ້ ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈາມິນເນຕັນຢາຮູໄດ້ສັ່ງ
ໃຫ້ລັດຖະບານຂອງທ່ານ ຢຸດເຊົາການຈ່າຍເງິນສະໜັບສະໜຸນ 2 ລ້ານໂດລາຕໍ່ປີໃຫ້ແກ່
ອົງການ UNESCO. ສະຫະລັດກ່າວໃນວັນຈັນຜ່ານມານີ້ວ່າ ຕົນຈະຢຸດເຊົາການຈ່າຍເງິນ
ສະໜັບສະໜຸນອົງການ UNESCO ຄືກັນ.

XS
SM
MD
LG