ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອິສຣາແອລ ເລີ້ມໂຈມຕີ ຕໍ່ເຂດກາຊາ ຄືນອີກ (ສະໄລດ໌)


ນາຍົກລັດຖະມົນຕີຂອງກຸ່ມຮາມາສ ທ່ານ Ismail Haniyeh (ຂວາ) ແລະນາຍົກລັດຖະມົນຕີອີຈິບ ທ່ານ Hesham Kandil ທີ່ເມືອງກາຊາ (16 ພະຈິກ 2012)
ນາຍົກລັດຖະມົນຕີຂອງກຸ່ມຮາມາສ ທ່ານ Ismail Haniyeh (ຂວາ) ແລະນາຍົກລັດຖະມົນຕີອີຈິບ ທ່ານ Hesham Kandil ທີ່ເມືອງກາຊາ (16 ພະຈິກ 2012)
ອິສຣາແອລກ່າວວ່າ ການຢຸດຍິງທີ່ໄດ້ມີຂຶ້ນ ໃນລະຫວ່າງການ
ເດີນທາງໄປຢ້ຽມຢາມເຂດກາຊາຂອງນາຍົກລັດຖະມົນຕີອີຈິບ
ນັ້ນໄດ້ພັງທະລາຍລົງໃນວັນສຸກມື້ນີ້ ຫຼັງຈາກພວກຫົວຮຸນແຮງ
ປາແລສໄຕນ໌ ຍັງສືບຕໍ່ຍິງຈະຫຼວດໂຈມຕີ ພາກໃຕ້ຂອງອິສຣາ
ແອລ.

ອິສຣາແອລໄດ້ທຳການຕອບໂຕ້ດ້ວຍການຖິ້ມລະເບີດໃສ່ພາກ
ເໜືອເຂດກາຊາ ທີ່ເຈົ້າໜ້າທີ່ປາແລສໄຕນ໌ເວົ້າວ່າ ໄດ້ສັງຫານ ຊາວປາແລສໄຕນ໌ອີກຄົນນຶ່ງ. ໂຕເລກຜູ້ເສຍຊີວິດທັງໝົດຈາກ
ການໂຈມຕີຂອງທັງສອງຝ່າຍໃນສັບປະດານີ້ ແມ່ນ 16 ຄົນໃນ
ເວລານີ້.

ອິສຣາແອລກ່າວກ່ອນໜ້ານີ້ວ່າ ຕົນຈະໂຈະການປະຕິບັດງານ
ທາງທະຫານຕໍ່ເຂດກາຊາ ໃນຂະນະທີ່ນາຍົກລັດຖະມົນຕີອີຈິບ ທ່ານ Hesham Kandil ເດີນທາງໄປຢ້ຽມຢາມເຂດດັ່ງກ່າວຕາບໃດທີ່ກຸ່ມຫົວຮຸນແຮງຮາມາສຍັງໂຈະການຍິງໂຈມ ຕີຂອງພວກເຂົາເຈົ້າ. ນາຍົກລັດຖະມົນຕີອີຈິບ ໄດ້ເດີນທາງ ໄປເຖິງເຂດກາຊາ ໃນຕອນ ເຊົ້າຂອງວັນສຸກມື້ນີ້ ແລະຄາດວ່າຈະຢູ່ທີ່ນັ້ນປະມານ 3 ຊົ່ວໂມງ.

ຂະນະດຽວກັນ ອຳນາດການປົກຄອງປາແລສໄຕນ໌ກໍໄດ້ທຳການຮຽກຮ້ອງຊໍ້າອີກຕໍ່ສະພາ ຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ເພື່ອໃຫ້ດຳເນີນມາດຕະການຍຸຕິການໂຈມ ຕີທາງອາກາດຂອງອິສຣາແອລຕໍ່ເຂດກາຊາ.

ກ່ຽວຂ້ອງກັນ

XS
SM
MD
LG