ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທູດພິເສດສະຫະຣັດເດີນທາງ ໄປພາກຕາເວັນອອກກາງ


ທູດພິເສດ ຂອງສະຫະຣັດ ຮັບຜິດຊອບ ກ່ຽວກັບ ພາກຕາເວັນອອກກາງ ທ່ານ GEORGE MITCHELL ໄດ້ພົບປະ ກັບລັດຖະມົນຕີ ກະຊວງ ປ້ອງກັນປະເທດ ຂອງອິສະຣາແອລ ທ່ານ EHUD BARAK ໃນການເລີ້ມຕົ້ນ ການເດີນທາງ ໄປຢ້ຽມຢາມ ທີ່ແນໃສ່ ເພື່ອລິເລີ້ມຄືນໃໝ່ ການເຈລະຈາ ສັນຕິພາບ ລະຫວ່າງ ອິສະຣາແອລ ແລະ ປາແລດສະໄຕນ໌. ຖະແຫລງການ ສະບັບນຶ່ງ ຂອງກະຊວງ ປ້ອງກັນປະເທດ ອິສະຣາແອລ ໃຫ້ການຢືນຢັນ ກ່ຽວກັບການພົບປະ ໃນວັນສຸກມື້ນີ້ ແຕ່ບໍ່ໄດ້ໃຫ້ ລາຍລະອຽດໃດໆ. ທ່ານ MITCHELL ຍັງມີກຳນົດ ທີ່ຈະພົບປະ ໃນມື້ນີ້ ກັບນາຍົກລັດຖະມົນຕີ ອິສະຣາແອລ ທ່ານເບັນຈາມິນ ເນຕານຢາຮູ ທີ່ນະຄອນ ເຈຣູຊາແລັມ ແລະ ປະທານາທິບໍດີ ປາແລດສະໄຕນ໌ ທ່ານມາມຸດ ອັບບັສ ໃນເຂດຝັ່ງຕາເວັນຕົກ ຂອງແມ່ນຳຈໍແດັນ. ນີ້ແມ່ນການເດີນທາງ ໄປຢ້ຽມຢາມ ພາກຕາເວັນອອກກາງ ເທື່ອທຳອິດ ຂອງທ່ານ MITCHELL ນັບແຕ່ທ່ານ ເນຕານຢາຮູ ແລະ ປະທານາທິບໍດີ ສະຫະຣັດ ທ່ານບາຣັກ ໂອບາມາ ໄດ້ພົບປະກັນ ທີ່ກຸງວໍຊິງຕັນ ເມື່ອນຶ່ງເດືອນກ່ອນ ທ່າມກາງ ຄວາມແຕກແຍກ ຢ່າງໃຫຍ່ ໃນຄວາມສຳພັນ ລະຫວ່າງ ສະຫະລັດ ກັບ ອິສະຣາແອລ. ອິສະຣາແອລ ໄດ້ສ້າງຄວາມໂກດແຄ້ນ ໃຫ້ສະຫະລັດ ເວລາປະເທດດັ່ງກ່າວ ປະກາດກ່ຽວກັບ ແຜນການປຸກເຮືອນໃໝ່ 1 ພັນ 600 ຫຼັງ ໃສ່ກຳຕາເວັນອອກ ນະຄອນເຈຣູຊາແລັມ ຂະນະທີ່ ຮອງປະທານາທິບໍດີ ສະຫະຣັດ ທ່ານໂຈ ໄບເດັນ ພວມຢູ່ໃນລະຫວ່າງ ການຢ້ຽມຢາມ ອິສະຣາແອລ ໃນເດືອນມີນາ ຜ່ານມາ. ລັດຖະບານ ທ່ານໂອບາມາ ໄດ້ປະນາມແຜນການ ປຸກເຮືອນໃໝ່ ດັ່ງກ່າວ ຂອງ ອິສະຣາແອລ.

XS
SM
MD
LG