ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອິສຣາແອລ ທຳການບຸກລຸກ ທາງພາກພື້ນດິນ ຄັ້ງທຳອິດ ໃນເຂດກາຊາ (ວີດີໂອ)


ການໂຈມຕີທາງອາກາດ ຂອງອິສຣາແອລ ໃນພາກເໜືອຂອງ ເຂດກາຊາ, ວັນທີ 13 ກໍລະກົດ 2014.
ການໂຈມຕີທາງອາກາດ ຂອງອິສຣາແອລ ໃນພາກເໜືອຂອງ ເຂດກາຊາ, ວັນທີ 13 ກໍລະກົດ 2014.

ອິສຣາ​ແອລ ​ໄດ້​ອອກ​ປະຕິບັດ​ງານ​ທາງ​ພາກ​ພື້ນ​ດິນ​ເປັນ​ຄັ້ງ​ທຳ​
ອິດ​ຕໍ່ຕ້ານ​ພວກ​ຫົວ​ຮຸນ​ແຮງ​ຮາ​ມັສ ​ໃນ​ເຂດ​ກາຊາ ນັບ​ແຕ່​ໄດ້
ເປີດ​ສາກ​ທຳ​ການໂຈມຕີຕໍ່ຕ້ານ​ພວກ​ຫົວ​ຮຸນ​ແຮງ​ມາ​ໃນ​ສັບປະ
ດາ​ແລ້ວ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ໜ່ວຍ​ກ້າ​ຕາຍ​ຂອງ​ອິສຣາ​ແອ​ລ ​ໄດ້​
ແນ​ເປົ້າໝາຍ​ໃສ່​ສະຖານ​ທີ່ ທີ່​ຍິງ​ຈະ​ຫຼວດມາ​ໃນ​ວັນ​ອາທິດ​ມື້​ນີ້ ​
ໃນ​ລະຫວ່າງ​ການໂຈມ​ຕີ​ເປັນ​ເວລາ​ສັ້ນໆ. ບັນດາ​ເຈົ້າ​ໜ້າ​ທີ່ ກ່າວ​
ວ່າ ທະຫານ​ອິສຣາ​ແອ​ລ 4 ຄົນ​ໄດ້​ຮັບ​ບາດ​ເຈັບເລັກ​ນ້ອຍ ​ໃນ​ລະ
ຫວ່າງການ​ຍິງຕໍ່ສູ້​ກັນ​ກັບ​ພວກ​ນັກ​ລົບ​ຝ່າຍ​ປາ​ແລ​ສໄຕນ໌.

ອິສຣາ​ແອ​ລ ​ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ທາງ​ອາກາດ​ເຊັ່ນ​ກັນ ຕໍ່​ເປົ້າ​ໝາຍຕ່າງໆ​ໃນ​ເຂດ​ກາຊາ​
ໃນ​ວັນ​ອາທິດ​ມື້​ນີ້ ​ໂດຍ​ບໍ່​ເອົາຫົວຊາ​ນຳ​ຄຳ​ຮຽກຮ້ອງ​ຂອງ​ນາໆ​ຊາດ ​ເພື່ອ​ໃຫ້​ມີ​ການ​ຢຸດ​ຍິງ
​ກັນ ​ໃນ​ຂະນະ​ທີ່​ບັນຫາ​ຂັດ​ແຍ້​ງກັນ ​ໄດ້​ຍ່າງ​ເຂົ້າ​ເປັນ​ມື້ທີ​ຫົກ​ແລ້ວ​ນັ້ນ.

ການ​ບຸກ​ໂຈມ​ຕີ​ຢ່າງ​ໜັກ​ໃນ​ຄືນ​ຜ່ານ​ມາ​ນີ້​ໃນ​ພາກ​ເໜືອ​ເຂດ​ກາຊາ ​ໄດ້​ເຮັດ​ໃຫ້​ຊາວ​ປາ​
ແລ​ສ​ໄຕ​ນ໌ຫຼາຍ​ພັນ​ຄົນ​ ຫຼົບໜີ​ຈາກ​ຂົງ​ເຂດ ​ໂດຍ​ຫວັງ​ວ່າ​ຈະ​ພົບ​ເຫັນ​ບ່ອນ​ພັກ​ເຊົາ​ທີ່​ປອດ​
ໄພ​ລົງ​ໄປ​ຍັງ​ພາກ​ໃຕ້​ໃນ​ດິນ​ແດນ​ນ້ອຍໆ ທີ່​ຖືກ​ປິດ​ລ້ອມ​ໄວ້​ນັ້ນ. ພວກ​ຊາວ​ຕ່າງປະ​ເທດ ​
ແລະ​ຊາວ​ປາ​ແລ​ສ​ໄຕ​ນ໌ ຫຼາຍ​ຄົນ​ທີ່​ຖື​ສອງ​ສັນຊາດ ກຳລັງ​ໜີ​ອອກ​ຈາກ​ເຂດ​ກາຊາໄປ​ໝົດ
ໃນ​ວັນ​ອາທິດ​ມື້​ນີ້​.

ທະ​ຫານ​ອິສຣາ​ແອ​ລ ​ໄດ້​ເຕືອນລ່ວງໜ້າໃຫ້ ​ປະຊາຊົນ​ປາ​ແລ​ສ​ໄຕ​ນ໌​ ​ທີ່​ອາ​ໄສ​ຢູ່​ໃນພາກ​
ເໜືອຂອງ​ເຂດ​ກາຊາໃຫ້​ພາກັນ​ອົບ​ພະຍົບໜີ ​ເພື່ອ​ຄວາມ​ປອດໄພ​ຂອງ​ເຂົາ​ເຈົ້າ​ເອງ ​ໃນ​
ຂະນະ​ທີ່​ການ​ໂຈມ​ຕີ​ທາງ​ອາກາດ​ຈະ​ເພີ່ມ​ທະວີ​ຂຶ້ນ​ນັ້ນ.

​ໃນ​ຕອນ​ແລງ​ວັນ​ເສົາ​ວານ​ນີ້ ການ​ໂຈມ​ຕີ​ຂອງ​ອິສຣາ​ແອ​ລ ​ໄດ້​ທຳລາຍ​ເຮືອນ​ຂອງຜູ້ບັນຊາ
ການຕຳຫຼວດ​ໃນ​ເຂດ​ກາຊາ ​ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ 18 ຄົນ​ ໃນ​ການ​ໂຈມຕີ ​ທີ່​
ເຮັດ​ໃຫ້​ມີ​ຜູ້​ຄົນ​ເສຍຊີວິດ​ໄປ​ຫຼາຍ​ທີ່​ສຸດ ນັບ​ແຕ່​ອິສຣາ​ແອ​ລ​ເປີດ​ສາກ​ທຳ​ການໂຈມຕີ​ຕໍ່ເຂດ
​ກາ​ຊາ​ມາ​ຕັ້ງ​ແຕ່​ວັນ​ອັງຄານ​ແລ້ວ​ນີ້ ​ເປັນ​ຕົ້ນ​ມາ. ການ​ໂຈມ​ຕີ​ດັ່ງກ່າວຍັງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ ​ໃຫ້​ແກ່​ວັດອິສລາມ​ແຫ່ງ​ນຶ່ງ ​ທີ່​ຕັ້ງ​ຢູ່​ໃກ້ໆ​ກັນ ​ໂດຍເຮັດ​ໃຫ້​ປະຊາຊົນ​ຫຼາຍ​ສິບ​
ຄົນ ໄດ້​ຮັບ​ບາດ​ເຈັບ.

ການ​ໂຈມ​ຕີ​ທາງ​ອາກາດ​ກ່ອນ​ໜ້າ​ນັ້ນ ​ໃນ​ວັນ​ເສົາວານນີ້ ໄດ້​ແນ​ເປົ້າ​ໃສ່​ວັດອິສລາມແຫ່ງ
ນຶ່ງ ບ່ອນ​ທີ່​ອິສຣາ​ແອ​ລກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ​ປາ​ແລ​ສ​ໄຕ​ນ໌ ຊຸກ​ເຊື່ອງ​ອາວຸດ​ໄວ້​ນັ້ນ.
ການ​ໂຈມ​ຕີ​ອີກ​ບັ້ນ​ນຶ່ງ ​ໄດ້​ຕົກ​ຖືກ​ສູນ​ຄົນ​ພິການ​ ​ໂດຍ​ສັງຫານ​ປະຊາຊົນ 2 ຄົນ ແລະ​ບາດ
​ເຈັບ​ອີກ​ຢ່າງ​ໜ້ອຍ 3 ຄົນ.

ບັນດາ​ເຈົ້າ​ໜ້າ​ທີ່​ປາ​ແລ​ສ​ໄຕ​ນ໌ ກ່າວ​ວ່າ ຈຳນວນ​ຜູ້​ເສຍ​ຊີວິດ​ຈາກ​ການ​ບຸກ​ໂຈມ​ຕີ​ຂອງ​
ອິສຣາ​ແອ​ລ ​ໄດ້​ເພີ້​ມຂຶ້ນ​ເປັນ​ຈຳນວນ​ຫຼາຍ​ກວ່າ 150 ຄົນ​ແລ້ວ ​ໃນ​ຂະນະ​ທີ່​ອິສຣາ​ແອ​ລ
ຍັງ​ດຳ​ເນີນ​ການ​ໂຈມ​ຕີ​ໃສ່​ສະຖານ​ທີ່​ຕ່າງໆ ທີ່​ເຊື່ອ​ວ່າ​ເປັນ​ຈຸດ​ຍຸດ​ທະ​ສາດ​ຂອງ​ກຸ່ມ​ຮາ​ມັສ ​
ແລະ​ພວກ​ກຸ່ມ​ຫົວ​ຮຸນ​ແຮງ​ອື່ນໆ. ລາຍງານ​ຈາກ​ເຂດ​ກາຊາ ກ່າວ​ວ່າ ປະຊາຊົນ​ທີ່​ເສຍ​ຊີວິດ​
ນັ້ນ ສ່ວນ​ຫຼາຍ​ແມ່ນ​ພວກ​ພົນລະ​ເຮືອນ.

ກຸ່ມ​ຮາ​ມັສ ​ແລະ​ພວກ​ຫົວ​ຮຸນ​ແຮງ​ອື່ນໆ ​ໄດ້​ຍິງ​ຈະ​ຫຼວດຫຼາຍ​ຮ້ອຍ​ລູກ​ໃສ່ອິສຣາ​ແອ​ລ. ແຕ່​
ອິສຣາ​ແອ​ລ ກ່າວ​ວ່າ ບໍ່​ມີ​ຄົນ​ໃດ​ໄດ້​ເສຍ​ຊີວິດ ສ່ວນ​ໃຫຍ່​ເປັນ​ຍ້ອນ​ລະບົບ​ສະກັດ​ກັ້ນ​ລູກ​
ຈະ​ຫຼວດ Iron Dome ຂອງ​ຕົນ ທີ່​ໄດ້​ຮັບເງິນ​ຊ່່ອຍ​ເຫຼືອ​ບາງ​ສ່ວນ​ຈາກ​ສະຫະລັດ​ນັ້ນ.

israelpalestinians13july14
please wait

No media source currently available

0:00 0:02:12 0:00

XS
SM
MD
LG