ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອິສຣາແອລ ຍົກເລີກ ການຈຳກັດອາຍຸ ຢູ່ບ່ອນສູດມົນ ວັດ Al-Aqsa ໃນ ເຈຣູຊາແລັມ


ຊາວປາແລສໄຕນ໌ ຄົນນຶ່ງປິດປະຕູຮ້ານ ໃນຂະນະທີ່ມີການປະທະກັນ ລະຫວ່າງ ອິສຣາແອລ ແລະຊາວປາແລສໄຕນ໌.
ຊາວປາແລສໄຕນ໌ ຄົນນຶ່ງປິດປະຕູຮ້ານ ໃນຂະນະທີ່ມີການປະທະກັນ ລະຫວ່າງ ອິສຣາແອລ ແລະຊາວປາແລສໄຕນ໌.

ນັບເປັນ​ເທື່ອ​ທຳ​ອິດໃນ​ອາທິດ​ນີ້ ທີ່ອິສຣາ​ແອ​ລໄດ້​ຍົກເລີກການ​
ຈຳກັດ ກ່ຽວກັບເລື້ອງອາຍຸ​ ສຳລັບຊາວ​ມຸສລິ​ມ ທີ່ພາກັນໄປສູດ
ມົນພາວະນາ ຢູ່​ສະຖານ​ທີ່ອັນ​ ​ສັກສິດ ທາງ​ພາ​ກຕາ​ເວັນ​ອອກ​
ຂອງນະ​ຄອນ​ເຈຣູຊາແລັມ ​ໃນ​ການເຄື່ອນ​ໄຫວ ທີ່ອາດ​ແນ​ໃສ່
ເພື່ອຫລຸດຜ່ອນ​ຄວາມ​ເຄັ່ງ​ຕືງທີ່​ໄດ້​ເປັນ​ຜົນ​ສະທ້ອນ​ໃຫ້ເກີດ​ຄື້ນ
ຟອງ​ຂອງຄວາມ​ຮຸນ​ແຮງ​ບໍ່​ສະຫງົບ.

ການຈຳກັດດັ່ງກ່າວ ທີ່ໄດ້ເລີ້ມມີຜົນບັງຄັບໃຊ້ສຳລັບ​ວັນ​ສຸກ​ນັບ​
ແຕ່ໄດ້ເກີດ​ການ ​ປະ​ທະ​ກັນ​ ໃນ​ກາງ​ເດືອນກັນຍາຜ່ານມາ ທີ່ໄດ້
ຫ້າມບໍ່ໃຫ້​ບັນດາ​ຊາວ​ໜຸ່ມ​ມຸສລິ​ມ ​ເຂົ້າ​ໄປໃນເຂດວັດ Al-Aqsa
ທີ່​ຮູ້​ກັນ​ໂດຍ​ຊາວ​ມຸສລິ​ມວ່າ ​ເປັນສະຖານ​ທີ່​ສັກ ສິດນັ້ນ.

ສະຖານ​ທີ່​ດັ່ງກ່າວຍັງ​ເປັນ​ທີ່ເຄົາລົບນັບຖືໂດຍຊາວ​ຢິວ​ທີ່​ຮ້ອງວັດນີ້ວ່າ Temple Mount.
ມັນ​ໄດ້​ເປັນເປົ້າໝາຍ​ການ​ປະ​ທ້ວງ​ຊາວ​ປາ​ແລ​ສ​ໄຕ​ນ໌ ມາ​ໄດ້​ຫລາຍ​ອາທິດແລ້ວ ໂດຍ
​ຢ້ານ​ວ່າ ອິສຣາ​ແອ​ລຕ້ອງການ​ຈະ​ປ່ຽນ​ແປງ​ກົດ​ລະບຽບທີ່ຕັ້ງຂຶ້ນ ໂດຍນາໆຊາດ ​ເພື່ອ
​ຄຸ້ມຄອງສະຖານ​ທີ່​ດັ່ງກ່າວ.

ພາຍ​ໃຕ້ກົດ​ລະບຽບທີ່ໄດ້ມີການສ້າງຕັ້ງມາດົນນານແລ້ວນັ້ນ ອິສຣາ​ແອ​ລເປັນຜູ້ ຮັບຜິດ
ຊອບ​ດ້ານ​ຄວາມ​ປອດ​ໄພ ຢູ່ສະຖານ​ທີ່​ດັ່ງກ່າວ ​ແລະ​ຄຸ້ມຄອງ​ການ​ເຂົ້າ​ອອກ​ຂອງ​ສະຖານ​
ທີ່ ​ໃນ​ຂະນະ​ທີ່ກຸ່ມສັງຄົມ​ອິສລາມ​ທີ່ບໍລິຫານງານໂດຍຈໍ​ແດນ ເປັນຜູ້​ຄວຄຸມສະຖານທີ່
ສັກສິດແຫ່ງນີ້.

ຊາວປາແລສໄຕນ໌ ທຳຄວາມສະອາດ ວັດ Al Aqsa ຫລັງຈາກມີການປະທະຫັນກັບ ອິສຣາແອລ.
ຊາວປາແລສໄຕນ໌ ທຳຄວາມສະອາດ ວັດ Al Aqsa ຫລັງຈາກມີການປະທະຫັນກັບ ອິສຣາແອລ.

ອິສຣາ​ແອ​ລໄດ້​ປະຕິ​ເສດ​ວ່າ ຕົນບໍ່​ຕ້ອງການ ທີ່ຈະ​ປ່ຽນ​ແປ​ງສະພາບ​ການ​ຢູ່​ທີ່​ ​ວັດດັ່ງ
ກ່າວ. ​ໃນ​ວັນ​ສຸກ​ມື້​ນີ້ ​ໂຄສົກ​ຕຳຫລວດ​ອິສຣາແອລຄົນ​ນຶ່ງກ່າວ​ວ່າ ການ​ຕັດສິນ​ໃຈ​
ຍົກເລີກການ​ຈຳກັດກ່ຽວກັບ​ອາຍຸ ຫລັງ​ຈາກໄດ້ຊັ່ງ​ຊາ​ໃນເລື້ອງຄວາມ​ປອດ​ໄພແລ້ວ.

ການ​ເຄື່ອນ​ໄຫວ​ນີ້ ມີ​ຂື້ນ​ຫລັງ​ຈາກລັດຖະມົນຕີ​ຕ່າງປະ​ເທດ ສະຫະລັດ ທ່ານ John
Kerry ​ໃນ​ວັນ​ພະຫັດ​ວານ​ນີ້ ​ໄດ້ສະແດງຄວາມຫວັງ ໄປໃນແງ່ດີ​ວ່າການ​ແກ້​ໄຂສາ
ມາດມີຂຶ້ນໄດ້ ເພື່ອຫລຸດຜ່ອນຄວາມຮຸນແຮງ ລະຫວ່າງອິສຣາ​ແອ​ລ ແລະປາ​ແລ​ສ​ໄຕ​ນ໌.

Israel Palestinians
please wait
Embed

No media source currently available

0:00 0:01:36 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG