ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດ ອິສຣາແອລ ສັງຫານ ຜູ້ໂຈມຕີ​ ຢູ່ ເຈຣູຊາແລັມ


Israel Palestininas
please wait
Embed

No media source currently available

0:00 0:01:01 0:00

ຕຳຫຼວດອິສຣາ​ແອ​ລ ກ່າວ​ວ່າ ຕົນ​ໄດ້​ຍິງ​ຊາວ​ປາ​ແລ​ສ​ໄຕ​ນ໌ຄົນ​
ນຶ່ງ​ຕາຍຊຶ່ງ​ຜູ້ກ່ຽວໄດ້​ພະຍາຍາມ​ທີ່​ຈະ​ແທງ​ຕຳຫຼວດຢູ່​ນະຄອນ
​ເຈ​ຣູຊາ​ແລັມ ​ໃນ​ເຫດ​ຮ້າຍ​ຫລ້າ​ສຸດ ຂອງ​ຄວາມ​ວຸ້ນວາຍ​ ທີ່​ດຳ
​ເນີນ​ມາ​ເປັນ​ເວລາ​ສາມ​ເດືອນ​ແລ້ວນັ້ນ.

​ໂຄສົກ​ຍິງ​ຄົນ​ນຶ່ງ​ຂອງ​ຕຳຫຼວດ ກ່າວ​ວ່າ​ ພວກ​ຕຳຫຼວດ​ໄດ້​ເຂົ້າ​
ໄປ​ໃກ້ໆ​ຜູ້​ຊາຍ​ຄົນ​ນີ້ ທີ່​ເຂົາ​ເຈົ້າ​ເຫັນ​ວ່າ​ມີ​ພຶດຕິການ​ທີ່​ໜ້າ​ສົງ
​ໄສໃກ້ໆ​ກັບ​ເຂດ​ເມືອງ​ເກົ່າ​ຂອງ​ນະຄອນ​ເຈ​ຣູຊາ​ແລັມ.​ ​ໂຄສົກ
​ເວົ້າວ່າ ຜູ້​ຊາຍ​ຄົນ​ນີ້ໄດ້​ດຶງ​ເອົາ​ມີດ​ອອກ​ມາແລະ​ກໍພະຍາຍາມ
​ທີ່​ຈະ​ແທງ​ຕຳຫຼວດຄົນ​ນຶ່ງ​ຊຶ່ງ​ໃນ​ເວລາ​ດຽວກັນ​ຕຳຫຼວດກໍ​ໄດ້​ຍິງ​ຜູ້ກ່ຽວ​ຕາຍ.

​ໃນ​ວັນ​ສຸກ​ວານ​ນີ້ ທະຫານ​ອິສຣາ​ແອ​ລ​ ກໍ​ໄດ້​ຍິງ​ແມ່ຍິງ​ປາ​ແລ​ສ​ໄຕ​ນ໌ຄົນ​ນຶ່ງ​ຕາຍ ທີ່​ເຂົາ​ເຈົ້າ​ກ່າວ​ວ່າ ພວມ​ຈະ​ຂັບ​ລົດ​ເຂົ້າ​ໄປອາລະວາດ​ໃນ​ບ້ານ Silwad ທີ່​ຕັ້ງຢູ່​ໃນ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແ​ດັນ​ນັ້ນ.

​ແລະ​ຢູ່​ທີ່​ເຂດ​ກາຊາ​ ກະຊວງ​ສາທາລະນະ​ສຸກ​ຂອງ​ປາ​ແລ​ສ​ໄຕ​ນ໌ ກ່າວ​ວ່າ​ ຜູ້​ຊາຍ​ອາຍຸ 22
ປີ​ຄົນ​ນຶ່ງ​ ​ໄດ້​ຖືກ​ຍິງ​ຕາຍໃນ​ວັນ​ສຸກ​ວານ​ນີ້​ຂະນະ​ທີ່​ຕໍ່ສູ້​ກັນ ກັບກຳລັງ​ອິສຣາ​ແອ​ລ​ ​ໃກ້ໆ​ບໍລິ​
ເວນ​ຮົ້ວ​ໃນ​ເຂດ​ຊາຍ​ແດນ.

​ໃນ​ວັນ​ພະຫັດ​ຜ່ານ​ມານີ້ກຳລັງ​ຮັກສາ​ຄວາມ​ສະຫງົບຂອງ​ອິສຣາ​ແອ​ລ​ ກໍ​ໄດ້ຍິງສັງຫານ​ຜູ້
ຕ້ອງ​ສົງ​ໄສ​ຊາວ​ປາ​ແລ​ສ​ໄຕ​ນ໌ 3 ຄົນ ​ໃນ​ເຫດການ ​ໃຊ້​ມີດ​ແທງ​ສອງ​ບ່ອນ ຢູ່​ທີ່​ເຂດ​ຝັ່ງ​ຕາ​
ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດັນ.​ ມີ​ຊາວ​ອິສຣາ​ແອ​ລສາມ​ຄົນ​ບາດ​ເຈັບ​ໃນການເຫດ​ໃຊ້​ມີດ​ແທງ​
ດັ່ງກ່າວ.

XS
SM
MD
LG