ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິສຣາແອລ ສືບຕໍ່ ບຸກໂຈມຕີ ຂະນະທີ່ ຜູ້ເສຍຊີວິດ ຢູ່ເຂດ ກາຊາ ເພີ້ມຂຶ້ນ ກາຍ 800 ຄົນແລ້ວ (ສະໄລດ໌/ວີດີໂອ)


ISRAEL PALESTINIANS CNPK
please wait

No media source currently available

0:00 0:01:57 0:00

ISRAEL PALESTINIANS CNPK

ອິສຣາແອລຍັງສືບຕໍ່ການບຸກໂຈມຕີກຸ່ມຮາມັສ ໂດຍຖິ້ມລະເບີດ
ໃສ່ເຮືອນຫຼາຍໆຫລັງ ທີ່ເຂດກາຊາໃນວັນສຸກມື້ນີ້ ຂະນະທີ່ການ
ໄກ່ເກ່ຍໃຫ້ມີການຢຸດຍິງ ຍັງດຳ ເນີນຢູ່ຕໍ່ໄປ.

ເຈົ້າໜ້າທີ່ປາແລສໄຕນ໌ ກ່າວວ່າ ໃນຈຳນວນພວກທີ່ເສຍຊີວິດ
ໃນວັນສຸກມື້ນີ້ກໍມີນັກໂຄສະນາ ກ່ຽວກັບການເຮັດສົງຄາມສັກ
ສິດຈີຮາດຄົນນຶ່ງ ພ້ອມດ້ວຍລູກຊາຍຂອງລາວ 2 ຄົນເຮັດໃຫ້ ໂຕເລກພວກທີ່ເສຍຊີວິດທັງໝົດ ໃນເຂດກາຊາ ເພີ້ມຂຶ້ນກາຍ
800 ຄົນແລ້ວ.

ຄະນະຮັບຜິດຊອບດ້ານຄວາມໝັ້ນຄົງຂອງລັດຖະບານອິສຣາແອລໄດ້ປະຊຸມກັນໃນວັນ ສຸກມື້ນີ້ ເພື່ອຕັດສິນໃຈວ່າຈະຂະຫຍາຍການບຸກໂຈມຕີທາງທະຫານທີ່ເລີ້ມມາໄດ້ 18 ມື້ ແລ້ວນັ້ນອອກຕື່ມຫຼືບໍ່ ຫລືຊອກຫາຊ່ອງທາງ ໃຫ້ມີການຢຸດຍິງເປັນເວລາ 5 ຫຼື 7 ມື້ ເພື່ອ ເປີດໂອກາດໃຫ້ມີການເຈລະຈາເລີ້ມຂຶ້ນ.

ນອກນັ້ນ ໃນວັນສຸກມື້ນີ້ ຊາວປາ​ແລ​ສ​ໄຕ​ນ໌ ໃນ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳຈໍ​ແດນ ຫຼື
West Bank ກໍມີແຜນການ ທີ່ຈະໂຮມຊຸມນຸມປະທ້ວງຄັ້ງໃຫຍ່​ ເ​ພື່ອສະແດງຄວາມເປັນ ເອກກະພາບກັບຊາວປາແລສໄຕນ໌ ໃນເຂດ​ກາ.

​ໃນ​ຕອນ​ແລງ​ຂອງ​ວັນ​ພະຫັດ​ວານ​ນີ້ ມີຊາວ​ປະ​ແລ​ສ​ໄຕ​ນ໌ຢ່າງໜ້ອຍຄົນ​ນຶ່ງ​ໄດ້​ເສຍ​ຊີວິດ
​ແລະ​ 150 ກວ່າຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ຂະນະ​ທີ່​ມີ​ການ​ປະ​ທະ​ກັນ​ກັບກຳລັງ​ອິສຣາ​ແອ​ລ
ຢູ່​ບ່ອນທີ່​ມີ​ການ​ປະ​ທ້ວງ​ແຫ່ງນຶ່ງ ນອກ​ນະຄອນ Jerusalem. ຊາວ​ປາ​ແລ​ສ​ໄຕ​ນ໌ຫລາຍ
​ພັນ​ຄົນ ພາກັນ​ເດີນ​ຂະ​ບວນ ຈາກ​ເມືອງ Ramallah ​ໄປຫາພາກ​ຕາ​ເວັນ​ອອກ ​ຂອງນະ
ຄອນ Jerusalem ໃນອັນ​ທີ່​ພວກນັກສັງເກດການຫລາຍ​ຄົນ​ເວົ້າ​ວ່າ ​ເປັນ​ການ​ປະ​ທ້ວງ
ໃຫຍ່​ທີ່​ສຸດ ​ໃນເຂດ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳຈໍແດນໃນ​ຮອບ​ສິບ​ປີ. ນອກນັ້ນ ຍັງມີລາຍ
ງານວ່າ ໄດ້ເກີດຄວາ​ມບໍ່​ສະຫງົບຂຶ້ນທີ່​ເມືອງ Nablus, Bethlehem ​ແລະຄຸ້ມເມືອງ​ເກົ່າ
ຂອງນະຄອນ Jeruselem​.

​ຢູ່​ເຂດກາ​ຊາໃນ​ວັນ​ພະຫັດ​ວານ​ນີ້ ຊາວ​ປາ​ແລ​ສ​ໄຕ​ນ໌ຫລາຍ​ກວ່າ 100 ຄົນ​ໄດ້ເສຍ​ຊີວິດ
ຊຶ່ງ​ເຮັ​ດ​ໃຫ້​ເປັນ​ມື້​ທີ່ມີການເສຍຊີວິດ​ຮ້າຍ​ແຮງ​ທີ່​ສຸດ ໃນ​ການ​ບຸກ​ໂຈມຕີຕໍ່ກຸ່ມຮາມັສ ​ເປັນ​
ເວລາ 18 ມື້​.

ມີຊາວ​ປາ​ແລ​ສ​ໄຕ​ນ໌ຢ່າງໜ້ອຍ 15 ຄົນ ​ໄດ້​ເສຍ​ຊີວິດ ຫລັງ​ຈາກ​ລູກປືນໃຫຍ່​ຫລາຍໆລູກ
ໄດ້​ຕົກ​ລົງໃສ່ໂຮງຮຽນ​ຂອງສະຫະ​ປະຊາ​ຊາດ ທີ່​ກຳລັງ​ໃຊ້​ເປັນ​ບ່ອນ​ຫລົບ​ໄພ​ນັ້ນ​.

​ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ກ່າວ​ວ່າ ທ່ານ “ຕື່ນ​ຕົກ​ໃຈ”
ໃນການ​ໂຈມ​ຕີດັ່ງກ່າວ ຊຶ່ງ​ທ່ານ​ກ່າວ​ວ່າ ​ໄດ້ສັງຫານ "ບັນດາ​ແມ່ຍິງແລະເດັກນ້ອຍພ້ອມ​
ດ້ວຍ​ເຈົ້າ​ໜ້າ​ທີ່ສະຫະ​ປະຊາ​ຊາດ” ​ນຳດ້ວຍ.

Israel Targets Gaza Supply Tunnels
please wait

No media source currently available

0:00 0:02:44 0:00

XS
SM
MD
LG