ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອິສະຣາແອລ ເພີ້ມການ ຮັກສາຄວາມປອດໄພ


ອິສະຣາແອລ ໄດ້ຈຳກັດ ການເດີນທາງ ເຂົ້າໄປໃນບາງ ເຂດ ຂອງຄຸ້ມເມືອງເກົ່າ ນະຄອນເຈຣູຊາແລັມ ລຸນຫຼັງ ທີ່ໄດ້ມີການບຸກເຂົ້າຢຶດ ຝູງກຳປັ່ນບັນທຸກ ການຊ່ອຍເຫຼືອ ທີ່ມຸ່ງໜ້າໄປຍັງ ເຂດກາຊາ.

ຕຳຫຼວດ ອິສະຣາແອລ ກ່າວໃນວັນສຸກ ມື້ນີ້ວ່າ ມີແຕ່ ພວກຜູ້ຊາຍ ທີ່ມີອາຍຸ ກາຍ 40 ປີທໍ່ນັ້ນ ຈະໄດ້ຮັບ ອະນຸຍາດ ໃຫ້ໄປຮ່ວມ ພິທີສວດມົນ ພາວະນາ ທີ່ວັດໃຫຍ່ ສາສະໜາອິສະລາມ ອາລອັຄຊາ. ນອກນັ້ນ ເຈົ້າໜ້າທີ່ ຍັງເວົ້າວ່າ ຈະມີການສົ່ງ ກຳລັງຕຳຫຼວດ ເພີ້ມຕື່ມ ໄປຮັກສາການ ທົ່ວນະຄອນ ເຈຣູຊາແລັມ.

ວັດໃຫຍ່ ອາລອັຄຊາ ຕັ້ງຢູ່ໃນ ສະຖານທີ່ສັກສິດ ສຳລັບທັງ ຊາວມຸສະລິມ ແລະຊາວຢິວ ແລະ ເຄີຍເປັນບ່ອນ ທີ່ໄດ້ມີການ ປະທະກັນມາກ່ອນລະຫວ່າງ ຊາວປາແລສໄຕນ໌ ແລະ ກຳລັງຂອງອິສະຣາແອລ.

ພວກນັກເຄື່ອນໄຫວ ນິຍົມປາແລສໄຕນ໌ 9 ຄົນ ຮວມທັງ ຊາວອະເມຣິກັນເຊື້ອສາຍເຕີກ ກີ ອາຍຸ 19 ປີ ໄດ້ເສຍຊີວິດ ຫຼັງຈາກ ໜ່ວຍກ້າຕາຍ ຂອງອິສະຣາແອລ ໄດ້ບຸກຂຶ້ນໄປ ເທິງກຳປັ່ນ ໃນມື້ວັນຈັນ ຜ່ານມາ. ກຳປັ່ນດັ່ງກ່າວ ແມ່ນສ່ວນນຶ່ງ ຂອງຝູງເຮືອ ທີ່ພະຍາຍາມ ທັບມ້າງ ການປິດລ້ອມ ເປັນເວລາ 3 ປີ ຂອງອິສະຣາແອລ ຕໍ່ເຂດກາຊາ ແລະ ຂົນການຊ່ອຍເຫຼືອ 10 ພັນໂຕນ ໄປໃຫ້ ເຂດດັ່ງກ່າວ.

ໃນວັນສຸກມື້ນີ້ ເຈົ້າໜ້າທີ່ເຕີກກີ ໄດ້ຈັດສົ່ງ ເຮືອບິນໂຮງໝໍ 2 ລຳ ໄປຮັບ ພວກນັກເຄື່ອນ ໄຫວ ບາດເຈັບ 5 ຄົນ ທີ່ເຈົ້າໜ້າທີ່ ອິສະຣາແອລ ຄວບຄຸມໂຕຢູ່ ໃນເວລານີ້.

XS
SM
MD
LG