ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສປຊ ຮຽກຮ້ອງ ໃຫ້ສືບສວນ ການໂຈມຕີ ຂອງ ອິສະຣາແອລ


ສະພາຄວາມໝັ້ນຄົງ ຂອງອົງການ ສະຫະປະຊາຊາດ ຮຽກຮ້ອງໃຫ້ ເປີດການສືບສວນ ແບບ “ກົງໄປກົງມາ” ແລະ “ໂປ່ງໃສ” ກ່ຽວກັບ ການໂຈມຕີ ຂອງອິສະຣາແອລ ຕໍ່ກຸ່ມກຳປັ່ນ ບັນທຸກການຊ່ອຍເຫຼືອ ໄປຍັງເຂດກາຊາ.

ຫຼັງຈາກ ກອງປະຊຸມສຸກເສີນ ເປັນເວລາ ຫຼາຍໆຊົ່ວໂມງ ສະມາຊິກ 15 ປະເທດ ຂອງ ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ກໍໄດ້ຕົກລົງກັນ ອອກຖະແຫຼງການສະບັບນຶ່ງ ໃນຕອນເຊົ້າ ຂອງວັນອັງຄານມື້ນີ້ ປະນາມການກະທຳ ທີ່ຍັງຜົນໃຫ້ ມີພົນລະເຮືອນ ຢ່າງນ້ອຍ 9 ຄົນເສຍຊີວິດ.
ຖະແຫຼງການ ສະບັບນີ້ ຮຽກຮ້ອງໃຫ້ ເປີດການສືບສວນ ທີ່ສອດຄ່ອງ ກັບມາຕະຖານ ຂອງນາໆຊາດ ແຕ່ບໍ່ໄດ້ເວົ້າວ່າ ແມ່ນໃຜ ຄວນເປັນຜູ້ ທຳການສືບສວນ ດັ່ງກ່າວ.

ຮອງເອກອັກຄະລັດຖະທູດ ຂອງສະຫະລັດ ປະຈຳອົງການ ສະຫະປະຊາຊາດ ທ່ານ ALEJANDRO WOLFF ກ່າວວ່າ ສະຫະລັດ ສະໜັບສະໜຸນ ໃຫ້ມີການສືບສວນ ນາໆຊາດ ໂດຍອິສະຣາແອລ. ທ່ານເວົ້າວ່າ ສະຫະລັດ ມີຄວາມເຊື່ອໝັ້ນວ່າ ອິສະຣາແອລ ສາມາດທຳການສືບສວນ ທີ່ໜ້າເຊື່ອຖື ແບບກົງໄປກົງມາ ແລະມີຄວາມໂປ່ງໃສໄດ້.

ແຕ່ເອກອັກຄະລັດຖະທູດ ຂອງເມັກຊິໂກ ທ່ານ CLAUDE HELLER ທີ່ເຂົ້າກຳຕຳແໜ່ງ ປະທານສະພາ ຄວາມໝັ້ນຄົງ ໃນຕອນທ່ຽງຄືນ ເວລາມີການ ປ່ຽນເດືອນໃໝ່ນັ້ນ ກ່າວວ່າ ສະມາຊິກ ຫຼາຍໆປະເທດ ຮວມທັງເມັກຊິໂກ ພວມຢືນຢັດ ຢາກໃຫ້ເປັນ ການສືບສວນ ທີ່ເປັນອິສະລະ.

ໜ່ວຍກ້າຕາຍ ຂອງອິສະຣາແອລ ໄດ້ປະທະກັນ ກັບພວກນັກເຄື່ອນໄຫວ ນິຍົມປາແລສໄຕນ໌ ລຸນຫຼັງ ທີ່ໄດ້ລົງຈາກ ເຮືອບິນເຮຣີຄອບເຕີ້ ສູ່ກຳປັ່ນເຕີກກີ ທີ່ນຳພາ ຂະບວນເຮືອ ໄປຍັງເຂດກາຊານັ້ນ. ຂະບວນເຮືອ ທີ່ປະກອບດ້ວຍ ກຳປັ່ນ 6 ລຳ ບັນທຸກພວກນັກເຄື່ອນໄຫວ ປະມານ 700 ຄົນ ແລະເຄື່ອງຊ່ອຍເຫຼືອ 10 ພັນໂຕນ ໄປຍັງເຂດກາຊາ ໂດຍຝ່າຝືນ ຕໍ່ການປິດລ້ອມ ເປັນເລາ 3 ປີ ຂອງອິສະຣາແອລຕໍ່ເຂດ ດັ່ງກ່າວ.

ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໄດ້ສັ່ງໃຫ້ອິສະຣາແອລ ປ່ອຍກຳປັ່ນເຫຼົ່ານີ້ ແລະພົນລະເຮືອນ ທີ່ຕົນຈັບໄວ້ນັ້ນ ໃນທັນທີ.

XS
SM
MD
LG