ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກສະແດງລວງຕາ ອິສຣາແອລ ຢືນເອົາມືຄ້ຳຝາ ຢູ່ເທິງອາກາດ


Israel Illusionist
please wait
Embed

No media source currently available

0:00 0:01:30 0:00

ບັນດາ​ລູກ​ຄ້າ​ທີ່ເລາະ​ຊື້​ເຄື່ອງ ຢູ່ໃນ​ນະຄອນ Tel Aviv ບໍ່​ເຊື່ອ​
ສາຍຕາ​ຂອງ​ເຂົາ​ເຈົ້າ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ເບິ່ງ​ຜູ້​ຊາຍ​ຄົນ​ນຶ່ງ
​ຢືນເອົາ​ມື​ເບື້ອງນຶ່ງຄຳ້ຢູ່ເທິງຝາຕຶກຮ້ານ​ຄ້າ.

ນັກສະ​ແດງ​ກົນ​ລວງ​ຕາ ຫລື​ນັກ​ມາຍາ​ກົນ ທ້າວ Hezi Dean
ປາກົດ​ວ່າ ຢືນ​ລອຍ​ຢູ່​ເທິງອາກາດ​ເປັນ​ເວລາ​ຫ້າ​ຊົ່ວ​ໂມງ ອັນ
​ເປັນ​ການສະແດງໂລດໂຜນ​ທີ່​ທຸກ​ຄົນ​ເວົ້າ​ເຖິງກ່ຽວ​ກັບລາວ. ທ້າວ Ben Gur-Levi ​ທີ່ຢູ່
​ໃນນະຄອນ Tel Aviv ​ໄດ້ໃຫ້​ຄວາມ​ຄິດ​ເຫັນວ່າ :

“ຂ້າພະ​ເຈົ້າ​ຄິດ​ວ່າ ມື​ຂອງ​ຜູ້​ຊາຍ​ຄົນ​ນີ້ ຄື​ກັນ​ກັບ​ບໍ່ແມ່ນ​ມືແທ້. ມັນ​ຕິດຢູ່​ກັບ​ຝາ ​ແລະ​ມີ​
ພາກສ່ວນ​ຮ່າງ​ກາຍ​ຂອງ​ລາວ​ຕິດ​ຢູ່​ນຳ​ມັນ ​ແລະ​ນີ້​ແມ່ນ​ສິ່ງ​ທີ່​ເຮົາ​ເຫັນ​ວ່າ​ລາວ​ຫ້ອຍ​ຢູ່​ທີ່
​ນັ້ນ.”

ຊາວ​ນະຄອນ Tel Aviv ອີກ​ຄົນ​ນຶ່ງ ທ້າວ Haim Borozitki ອ້າງ​ວ່າ ​ໄດ້​ເຫັນ​ການສະ
ແດງ ທີ່ຄ້າຍຄື​ກັນ​ນີ້ ມາກ່ອນ.

“ຂ້າພະ​ເຈົ້າ​ໄດ້​ເຫັນ​ມາ​ກ່ອນ​ຢູ່​ ປະ​ເທດ​ອັງກິດ ​ໃນ​ຫລາຍໆ​ແຫ່ງ ບໍ່​ພຽງ​ແຕ່​ວ່າ ຕິດ​ຢູ່​ກັບ​
ຝາ ຍັງ​ຫ້ອຍຢູ່​ກົກ​ເສົາ ຄື​ດັ່ງ​ກົກເສົາ​ຫລີ້ນບານບ້ວງ ມັນ​ມີ​ເຄື່ອງອຸບ​ປະກອນ​ແນວ​ໃດ​
ແນວ​ນຶ່ງ.”

​ໃນ​ຂະນະ​ທີ່​ບາງ​ຄັ້ງ​ບາ​ງຄາວ ​ທ້າວ Dean ຕ້ອງການປິ່ນປົວ ຫລັງ​ຈາກ​ເສັດ​ສີ້​ນ ການສະ
ແດງໂລດ​ໂຜນ​ຂອງ​ລາວ ບັດ​ນີ້ ນັກສະ​ແດງລວງ​ຕາໄດ້​ລົງ​ມາສູ່​ພື້ນ​ດິນດ້ວຍ​ຄວາມ​ປ​ອດ
​ໄພ.

​ໃນ​ປີ 2011 ລາວ​ໄດ້ທຳລາຍ​ສະ​ຖິຕິຂອງນັກ​ສ​ະ​ແດງ​ກົນ​ລວງ​ຕາສະຫະລັດທ້າວ David
Blaine ​ໂດຍ​ການ​ຢືນ​ຢູ່​ເທິງຕຶກສູງ​ເກົ້າ​ຊັ້ນ ທີ່​ຈະຕຸ​ລັດ Rabin ​ເປັນ​ເວລາ 35 ຊົ່ວ​ໂມງ
​ແລະ​ໃນ​ປີ 2010 ລາວ​ໄດ້​ໃຊ້​ເວລາ 66 ຊົ່ວ​ໂມງ ທີ່ຈະຕຸ​ລັດ​ດຽວ​ກັນ ຢູ່​ໃນ​ໜ່ວຍນຳ້ກ້ອນ
​ໃຫຍ່.


Shoppers in Tel Aviv can't believe their eyes as they watch a man hanging from a wall at a local shopping mall, apparently using only one hand.

Illusionist and endurance artist Hezi Dean appeared to be floating in the air for five hours in a stunt that had everyone talking. Ben Gur-Levi, who lives in Tel Aviv, offered one possible explanation has to how the magic was made possible.

"I think this guy's hand is like not his real hand. It's glued to the wall and there is a part of his body that is attached to it, and this is how we see him hang."

Another resident of Tel Aviv, Haim Borozitki, claimed to have seen similar stuff in the past.

"I saw that in the past in England in various places, not just attached to a wall - also hanged on a pole, like a basketball pole, there is some kind of equipment."

While Dean sometimes needs medical treatment after completing his stunts, this time the illusionist came back down to earth safe and sound.

In 2011, he broke U.S. magician David Blaine's endurance record by standing on a nine-story-high pylon at Rabin Square for 35 hours, and in 2010 he spent 66 hours on the same square inside a giant ice cube.

XS
SM
MD
LG