ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອິສຣາແອລ ສົ່ງສະການ ມື້ລາງ ນາຍົກລັດຖະມົນຕີ Sharon (ສະໄລດ໌/ວີດີໂອ)


ທະຫານຍາມຕຶກສະພາ Knesset ຫາມຫີບສົບຂອງ ມື້ລາງນາຍົກລັດຖະມົນຕີ Ariel Sharon ທີ່ປົກຄຸມດ້ວຍທຸງຊາດ ໂດຍມີຄອບຄົວຂອງທ່ານ ຍ່າງຢູ່ທາງຫລັງ ໃນລະຫວ່າງພິທີໄວ້ອາໄລ, ວັນທີ 13 ມັງກອນ 2014.
ທະຫານຍາມຕຶກສະພາ Knesset ຫາມຫີບສົບຂອງ ມື້ລາງນາຍົກລັດຖະມົນຕີ Ariel Sharon ທີ່ປົກຄຸມດ້ວຍທຸງຊາດ ໂດຍມີຄອບຄົວຂອງທ່ານ ຍ່າງຢູ່ທາງຫລັງ ໃນລະຫວ່າງພິທີໄວ້ອາໄລ, ວັນທີ 13 ມັງກອນ 2014.
ປະທານາທິບໍດີ ອິສຣາ​ແອ​ລ ທ່ານ Shimon Peres ກ່າວ​ວ່າ
ອະດີດ​ນາຍົກລັດຖະ ມົນຕີ Ariel Sharon ບໍ່​ເຄີຍຢຸດ​ພັກຜ່ອນ
ເລີຍ ​ໃນ​ການ​ເຮັດ​ວຽກເພື່ອ​ປະຊາຊົນ​ຂອງ​ປະ​ເທດ​ຂອງ​ທ່ານ
ນັ້ນ ຊຶ່ງ​ທ່ານ Peres ​ໄດ້​ກ່າວ​ເຊັ່ນ​ນັ້ນ ໃນ​ຂະນະ​ທີ່​ອິສຣາ​ແອ​ລ
​ໃຫ້​ກຽດ​ແກ່​ມື້​ລາງ​ຜູ້ນຳ ​ທີ່​ໄດ້​ເຖິງ​ແກ່​ອະສັນ​ຍະ​ກຳ​ໄປ​ໃນ​ວັນ​
ເສົາ​ແລ້ວ​ນີ້ ຮວມອາຍຸ​ໄດ້ 85 ປີ.

ທ່ານ Peres ກ່າວໃນ​ລະຫວ່າງ​ພິທີ​ໄວ້ອາ​ໄລ​ແຫ່ງ​ຊາດ​ໃນ​
ວັນ​ຈັນ​ມື້​ນີ້ ວ່າທ່ານ Sharon ​ໄດ້​ຕື່ມ​ບົດ​ຕອນ​ທີ່​ຫລົງ​ລືມ​ບໍ່​ໄດ້
ໃສ່ປະຫວັດສາດ​ຂອງ​ອິສຣາ​ແອ​ລ.

ສ່ວນທ່ານ Benjamin Natanyahu ນາຍົກລັດຖະມົນຕີຄົນ​ປັດຈຸບັນ​ຂອງ​ອິສຣາ​ແອ​ລ
ກ່າວ​ວ່າ ທ່ານ​ບໍ່ໄດ້ເຫັນ​ດີ​ນຳ​ທ່ານSharon ສະ​ເໝີ​ໄປ ​ແຕ່​ທ່ານ​ໄດ້ກ່າວ​ເນັ້ນ​ໜັກ​ເຖິງ​
ຄວາມ​ໝາຍໝັ້ນ​ຂອງ​ທ່ານ Sharon ຕໍ່​ຄວາມໝັ້ນຄົງ​ປອດ​ໄພ​ຂອງ​ອິສຣາ​ແອ​ລນັ້ນ.

ຮອງ​ປະທານາທິບໍດີ​ສະຫະລັດ ທ່ານ Joe Biden ທີ່​ໄປ​ຮ່ວມໃນ​ພິທີ ກໍ​ໄດ້ກ່າວ​ຍ້ອງຍໍ​
ບົດບາດ​ຂອງ​ທ່ານ Sharon ວ່າ​ເປັນ​ຜູ້ນຳ​ພາ​ກໍ່​ຕັ້ງ​ອິສຣາ​ແອ​ລຄົນ​ນຶ່ງ ຊຶ່ງ​ຫຼັກການ​ໃນ
​ການ​ນຳພາ​ຂອງ​ທ່ານ ​ໄດ້ແມ່ນການ​ຢູ່​ລອດ​ຂອງ​ປະ​ເທດ​ແລະ​ປະຊາຊົນ​ຊາວ​ຢີວ. ທ່ານ
Biden ຍັງໃຫ້​ຂໍ້​ສັງ​ເກດ​ເຖິງ​ພຶດຕິ​ກຳ​ຕ່າງໆຂອງ​ອະດີດ​ນາຍົກລັດຖະມົນຕີ ທີ່​ໄດ້​ພາ​ໃຫ້
​ທ່ານ​ຕົກ​ເປັນ​ບັນຫາໂຕ້​ແຍ້ງ​ ແລະ​ຖືກຕ້ອງ​ຕິ​ນໍາຳນັ້ນ.



ບັນດາ​ເຈົ້າ​ໜ້າ​ທີ່​ຈາກອັງກິດ ຣັດ​ເຊຍ ​ເຢຍຣະມັນ ສະ​ເປ​ນ ກາ​ນາ​ດາ​ແລະ​ສາທາລະນະ
​ລັດ​ເຊັກ ກໍ​ໄດ້​ໄປ​ຮ່ວມ​ໃນ​ພິທີ​ໃນ​ວັນ​ຈັນ​ມື້​ນີ້ ​ເຊັ່ນ​ກັນ.

ທ່ານ Sharon ​ເຄີຍ​ຮັບ​ໃຊ້​ເປັນ​ນາຍົກລັດຖະມົນຕີຂອງອິສຣາ​ແອ​ລຕັ້ງ​ແຕ່​ປີ 2001 ​ມາ​
ຮອດ​ປີ 2006 ​ເວລາ​ທ່ານ​ເປັນ​ລົມ​ສາລະ​ບາດ ທີ່​ເຮັດ​ໃຫ້​ທ່ານ​ຕົກ​ຢູ່​ໃນ​ສະພາບ​ໂຄ​ມ່າ
ບໍ່​ຮູ້ເມື່ອ​ຄີງ​ຫຍັງ​ຈົນ​ຮອດ​ວັນ​ສິ້ນ​ຊີວິດ​ຂອງ​ທ່ານ.


ທ່ານ​ກຳລັງຖືກ​ນຳໄປ​ຝັງ​ ໃນ​ພິທີ​ສົ່ງສະການແບບ​ເປັນ​ການສ່ວນ​ຕົວ​ ຢູ່ທີ່ຟາ​ມ​ຂອງ​ທ່ານ
​ໃນ​ເຂດທະ​ເລ​ຊາຍ Negev ​ໃນ​ພາກ​ໃຕ້​ຂອງ​ອິສຣາ​ແອ​ລ.

ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ​ແຫ່ງ​ສະຫະລັດ ​ແລະ​ພວກ​ຜູ້ນຳ​ອື່ນໆ​ອີກ​ຂອງ​ໂລກ​ ໄດ້​
ສົ່ງ​ສານ​ສະ​ແດງ​ຄວາມໂສກ​ເສົ້າ​ເສຍ​ໃຈ​ໄປ​ຍັງ​ອິສຣາ​ແອ​ລ​ແລະ​ຄອບຄົວ​ຂອງ​ທ່ານ Sha
ron ​ແຕ່​ພວກ​ປາ​ແລ​ສຕາຍ ທີ່​ຖື​ວ່າ​ອະດີດ​ນາຍົກລັດຖະມົນຕີອິສຣາ​ແອ​ລທ່ານ​ນີ້ ​ເປັນ​ສັດ
ຕູ​ທີ່​ຂົມ​ຂື່ນຂອງ​ເຂົາ​ເຈົ້າ​ນັ້ນ ​ພາກັນ​ສະ​ແດງ​ຄວາມ​ດີ​ອົກ​ດີ​ໃຈທີ່​ໄດ້​ຍິນ​ຂ່າວ​ການ​ເສຍ​ຊີວິດ​
ຂອງ​ທ່ານ​.

Israel Sharon
please wait
Embed

No media source currently available

0:00 0:00:40 0:00
XS
SM
MD
LG