ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການ​ຢຸດ​ຍິງຊົ່ວຄາວ​ ​ແຕກ​ຫັກລົງ ຫລັງຈາກ ທະຫານອິສຣາ​ແອ​ລ ຖືກຈັບໄປ (ວີດີໂອ/ສະໄລດ໌)


Israle Palestinians CNPK
please wait

No media source currently available

0:00 0:02:04 0:00

ກອງທັບ​ຂອງອິສຣາ​ແອ​ລ​ ກ່າວ​ວ່າ ​ທະຫານ​ຄົນ​ນຶ່ງ​ຂອງ​ຕົນ​ອາດ
ໄດ້ຖືກພວກ​ຮາ​ມັສຈັບ​ໄປ ໃນ​ເຂດ​ກາຊາ ບ່ອນ​ທີ່ການ​ຢຸດ​ຍິງຊົ່ວ
ຄາວ​ ໄດ້​ແຕກ​ຫັກລົງ ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກ​ໄດ້​ເລີ້ມ​ຂຶ້ນ​
ໃນ​ວັນ​ສຸກ​ມື້​ນີ້.

ສື່​ຂອງອິສຣາ​ແອ​ລ ​ໄດ້​ອ້າງ ຄຳ​ເວົ້າ​ຂອງເຈົ້າ​ໜ້າ​ທີ່​ທະຫານ​ ​ ທີ່​ກ່າວ​ວ່າ ການ​ລັກ​ພາ​ຕົວ​ທີ່​ວ່າ​ນີ້ ມີ​ຂຶ້ນ​ໃນ​ເມືອງ Rafah ທາງ​ພາກ​ໃຕ້​ຂອງເຂດ​ກາຊາ​ໃນ​ເວລາ ປະມານ 9 ​ໂມງ​ເຄິ່ງ ​ເຊົ້າ​ວັນ​ສຸກ​ມື້​ນີ້ ຕາມ​ເວລາ​ທ້ອງ​ຖິ່ນ ຄືປະມານນຶ່ງ​ຊົ່ວ​ໂມງ​ເຄິ່ງ ຫຼັງ​ຈາກ​ການ​ຢຸດ​ຍິງ​ເພື່ອ​ມະນຸດສະທຳ​ ​ໄດ້​ມີ​ຜົນ​ບັງ​ຄັບ​ໃຊ້ ​ລະຫວ່າງອິສຣາ​ແອ​ລ ​ແລະ​ປາ​ແລ​ສ​ໄຕນ໌. ສື່​ບໍ່ໄດ້​ໃຫ້​ລາຍ​ລະອຽດ​ເພີ່ມ​ຕື່ມ ກ່ຽວ​ກັບ​ເຫດການ​ດັ່ງກ່າວ.

ໃນເວລາບໍ່ດົນ ຫລັງ​ຈາກ​ເວລາ​ທີ່ ອິສຣາ​ແອ​ລ​ກ່າວ​ວ່າ ທະຫານອິສຣາ​ແອ​ລ​ໄດ້​ຖືກ​ຈັບ​ໄປ​ນັ້ນ ອິສຣາ​ແອ​ລກໍໄດ້ເລີ່​ມ​ໂຈມຕີ​ຄືນ​ໃໝ່ ​ໃນ​ພາກ​ໃຕ້​ຂອງ​ເຂດ​ກາຊາ ບ່ອນ​ທີ່​ທາງ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນກ່າວ​ວ່າ ມີ​ຊາວ​ປາ​ແລ​ສ​ໄຕນ໌ ຢ່າງ​ນ້ອຍ 27 ຄົນ ຖືກສັງຫານ. ​ແລະພວກຮາ​ມັສກໍ​ໄດ້ເລີ່​ມຍິງ​ຈະ​ຫຼວດ​ເຂົ້າ​ໃສ່ພາກ​ໃຕ້​ຂອງອິສຣາ​ແອ​ ລອີກ.

​ຫ້ອງການ​ຂອງນາຍົກລັດຖະມົນຕີຂອງອິສຣາ​ແອ​ລ ທ່ານ Benjamin Netanyahu ​ໄດ້​ອອກ​ ຖະ​ແຫຼ​ງການ ຖິ້ມ​ໂທດ​ໃສ່​ກຸ່ມ​ຮາ​ມັສ​ໃນເຂດ​ກາຊາ​ ວ່າ ​ເປັນ​ຝ່າຍ​ລະ​ເມີດ​ຢ່າງ​ເປີດ​ແປນ ​ ອັນ​ທີ່ຄວນ​ຈະ​ເປັນການ​ຢຸດ​ຍິງ​ຊົ່ວຄາວ​ເພື່ອມະນຸດສະທຳ ​ ​ໄລ​ຍະ 3 ມື້​ນັ້ນ. ສື່​ຂອງ
ອິສຣາ​ແອ​ລ ​ ​ລາຍ​ງານ​ວ່າ ການ​ຢຸດ​ຍິງ​ຊົ່ວຄາວ​ດັ່ງກ່າວ​ນີ້​ ແມ່ນ​ໄດ້​ຈົບ​ລົງ ແລະ​ກອງທັບ
ອິສຣາ​ແອ​ລ ກໍ​ໄດ້​ເລີ້ມ​ທຳການ​ໂຈມ​ຕີ​ຄືນ​ໃໝ່ ​ໃນ​ເຂດ​ກາຊາ​ແລ້​ວ.

ວີດີໂອ: ພໍການສູ້ລົບຊາລົງ ຊາວກາຊາກໍພາກັນ ຟ້າວຟັ່ງໄປລຽນແຖວຊື້ເຂົ້າຈີ່:

When Fighting Eases, Gazans Line Up at Bakeries
please wait

No media source currently available

0:00 0:02:08 0:00

XS
SM
MD
LG