ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຳປັ່ນທີ່ລຳລຽງການຊ່ອຍເຫຼືອ ໄປຍັງເຂດກາຊາ ປ່ຽນທິດທາງ


ກຳປັ່ນລີເບຍທີ່ລຳລຽງການຊ່ອຍເຫຼືອ ໄປຍັງເຂດກາຊາ ​ໄດ້ເລີ້ມອອກ​ແລ່ນ​ໄປ​ຍັງທ່າກຳປັ່ນຂອງອີຈິບ​ແລ້ວ ​ໂດຍມີເຮືອທະຫານຂອງອິສຣາແອລ​ແລ່ນຕິດຕາມ ການເຄື່ອນໄຫວຂອງກຳປັ່ນລຳນີ້.

ກຳປັ່ນລຳລຽງການຊ່ອຍເຫຼືອ AMALTHEA ທີ່ປັກທຸງໂມນໂດວາ ເລີ້ມເຄື່ອນ ຍ້າຍໃນຕອນເຊົ້າຂອງວັນພຸດມື້ນີ້ ຫຼັງຈາກໄດ້ເກີດບັນຫາ ຕັດຂັດທາງດ້ານເຄື່ອງ ຈັກ ໃນເຂດນ່ານນໍ້າສາກົນ ໃນຕອນກາງຄືນຂອງວັນອັງຄານວານນີ້. ກັບຕັນຂອງກຳປັ່ນເວົ້າວ່າ ກຳປັ່ນຈະມຸ່ງໜ້າ ໄປຍັງເມືອງທ່າ ARISH ຂອງອີຈິບແທນ ທີ່ຈະແມ່ນຈຸດໝາຍປາຍທາງຕົ້ນຕໍ ຄືເຂດກາຊານັ້ນ.

ເຮືອທະຫານຂອງອິສຣາແອລໄດ້ແລ່ນຕິດຕາມກຳປັ່ນ AMALTHEA ເພື່ອຄໍ້າ ປະກັນວ່າກຳປັ່ນລຳນີ້ ຈະບໍ່ລ່ວງລ້ຳການປິດລ້ອມທາງທະເລ ຂອງອິສຣາແອລ ຕໍ່ເຂດກາຊາ.

ທ່ານ YOUSSEF SAWANI ຜູ້ອຳນວຍການບໍລິຫານຂອງມູນນິທິການກຸສົນ ແລະພັດທະນານາໆຊາດ GADDAFI ທີ່ມີສຳນັກງານ ຢູ່ນະຄອນຫຼວງຕຣີໂປລີ ກ່າວວ່າ ກຳປັ່ນຂອງລີເບຍໄດ້ຮັບຄຳຂາດຈາກອິສຣາແອລໃນຕອນເຊົ້າວັນອັງ ຄານວານນີ້ ໃຫ້ປ່ຽນທິດທາງ ໄປຍັງເມືອງທ່າ ARISH ພາຍໃນຕອນທ່ຽງຄືນ ຖ້າບໍ່ດັ່ງນັ້ນແລ້ວກໍຈະປະເຊີນກັບການເຂົ້າຢຶດໂດຍການໃຊ້ກຳລັງ.

XS
SM
MD
LG