ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິສຣາແອລ ປະກາດ ​​​ປຸກ​ເຮືອນ​ໃໝ່ ​ຫຼັງຈາກ ໄດ້ປ່ອຍ ນັກໂທດ ປາ​ແລ​ສ​ໄຕ (ວີດີໂອ/ສະໄລດ໌)


Israel Frees 26 More Palestinian Prisoners
please wait

No media source currently available

0:00 0:01:19 0:00
ລິງໂດຍກົງ
ອິສຣາແອລ ປະກາດ​ແຜນການ ​ທີ່​ຈະ​ສ້າງ​ບ້ານ​ເຮືອນ​ໃໝ່ ​ໃນ​
ເຂດກໍ້າ​ຕາ​ເວັນ​ອອກ​ຂອງ​ນະຄອນ Jerusalem ບໍ່​ເທົ່າ​ໃດ​ຊົ່ວ​
ໂມງ ຫລັງ​ຈາກ​ໄດ້​ປ່ອຍ ພວກ​ນັກໂທດ​ຊາວປາ​ແລ​ສ​ໄຕກຸ່ມ​ນຶ່ງ
ອັນເປັນພາກ​ສ່ວນຂອງ​ຂໍ້​ຕົກລົງ ທີ່​ຈະຮື້ຟື້ນການ​ເຈລະຈາ​ສັນ
ຕິພາບ​.

ລັດຖະບານອິສຣາ​ແອ​ລ ​ໄດ້​ກ່າວ​ໃນ​ວັນ​ພຸດ​ ມື້​ນີ້ວ່າ 1 ​ໃນ 4
​ໂຄງການ​ນັ້ນ ​ແມ່ນ​ຮວມທັງບ້ານ​ເຮືອນ 1,500 ຫຼັງ ​ໃນ​ເຂດ
Ramat Shlomo. ການ​ປ່ອຍພວກນັກໂທດຈຸສຸດ​ທ້າຍ ຊຶ່ງ​
ມີຂຶ້ນ ​ໃນ​ເດືອນສິງຫາ ກໍ​ໄດ້​ຕິດຕາມ​ມາ ​ດ້ວຍ​ການປະກາດ​
ກ່ຽວ​ກັບແຜນການ​ທີ່​ຈະ​ສ້າງ​ບ້ານ​ເຮືອນ​ໃໝ່​ເຊັ່ນ​ກັນ.


ປາ​ແລ​ສ​ໄຕຕ້ອງການໃຫ້ ​ເຂດກໍ້າ​ຕາ​ເວັນ​ອອກ​ຂອງ​ນະຄອນ Jerusalem ​ເປັນ
​ນະຄອນຫຼວງຂອງ​ປະ​ເທດ​ເຂົາ​ເຈົ້າ​ໃນ​ອະນາ​ຄົດ ແລະ​ປະຕິ​ເສດ​ບໍ່ຍອມ​ເຂົ້າ​ຮ່ວມ​
ໃນ​ການ​ເຈລະຈາ​ສັນຕິພາບ​ຮອບ​ຜ່ານ​ໆ​ມາ ໃນ​ຂະນະ​ທີ່ Israel ສືບ​ຕໍ່ການກໍ່​ສ້າງ
​ບ້ານ​ເຮືອນຢູ່ໃນ​ເຂດ​ດັ່ງ ກ່າວ.

ພວກນັກໂທດ 26 ຄົນ ທີ່​ຖືກ​ປ່ອຍ​ໃນ​ວັນ​ອັງຄານ​ວານ​ນີ້ ​ແມ່ນ​ໄດ້​ຖືກ​ຕ້ອນຮັບ​ຢ່າງ​
ວິລະ​ຊົນ​ ຂະນະ​ທີ່​ພວກ​ເຂົາ​ເຈົ້າກັບຄືນ​ໄປ​ຍັງ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນໍ້າ​ ຈໍ​ແດັນ
ຫຼື West Bank ​ແລະເຂດ Gaza.

ການປ່ອຍນັກໂທດຄັ້ງ​ນີ້ ​ແມ່ນ​ເປັນ​ຂັ້ນ​ທີ 2 ຂອງທັງ​ໝົດ 4 ຂັ້ນຕອນ ເພື່ອ​ຈະ​ປ່ອຍ
ນັກໂທດຊາວປາ​ແລ​ສ​ໄຕທັງ​ໝົດ 104 ຄົນ.

XS
SM
MD
LG