ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິສຣາ​ແອ​ລ ​ປະນາມ ​ຂໍ້​ຕົກລົງ​ ນິວ​ເຄລຍ ກັບ ອີຣ່ານ (ວີດີໂອ)


ທ່ານ Netanyahu ນາຍົກລັດຖະມົນຕີ ອີສຣາແອລ
ທ່ານ Netanyahu ນາຍົກລັດຖະມົນຕີ ອີສຣາແອລ
ອີສຣາ​ແອ​ລ ​ໄດ້​ປະນາມ​ຂໍ້​ຕົກລົງ​ດ້ານນີວ​ເຄຼຍ ລະຫວ່າງ​ປະ​ເທດ​ມະຫາ​ອໍານາຂອງ​ໂລກ ກັບ​ອິຣ່ານ.

​ໃນ​ວັນ​ອາທິດ​ມື້ນີ້ ນາຍົກລັດຖະມົນຕີອິສຣາ​ແອ​ລ ທ່ານ Benjamin Netanyahu ​ເອີ້ນຂໍ້​ຕົກລົງ​ນີ້ວ່າ “​ເປັນຄວາມ​ຜິດພາດໃນ​ປະຫວັດສາດ" ບໍ່​ແມ່ນຂໍ້​ຕົກລົງ​ທີ່​ມີ​ຄວາມ​ສຳຄັນ​ຄັ້ງປະຫວັດສາດ.

​ເຈົ້າໜ້າ​ທີ່​ອີສຣາ​ແອ​ລອີກທ່ານ​ນຶ່ງ​ເວົ້າ​ວ່າ ຂໍ້​ຕົກລົງ​ນີວ​ເຄຼຍສະບັບ​ນີ້ ອຳ ນວຍ​ໃນ​ສິ່ງ​ທີ່​ອິຣ່ານຕ້ອງການ​ຢ່າງແນ່ນອນ​ທີ່​ສຸດ ຄືການ ຜ່ອນຜັນ​ການ​ລົງ​ໂທດທີ່​ສຳຄັນ ​ແລະ​ການ​ສະຫງວນ​ໄວ້​ຊຶ່ງ​ພາກສ່ວນ​ສໍາຄັນຂອງ​ໂຄງ ການ​ນີວ​ເຄຼຍຂອງ​ຕົນ.

ຂໍ້​ຕົກລົງ​ລະຫວ່າງ​ອິຣ່ານ ​ແລະ​ກຸ່ມ​ປະ​ເທດ​ທີ່​ຮູ້​ກັນໃນ​ນາມ P5 ບວກ​ນຶ່ງທີ່​ປະ​ກອບ
ດ້ວຍ ສະຫະລັດ ອັງກິດ ຈີນ ຣັດ​ເຊຍ ຝຣັ່ງ ​ແລະ​ເຢຍຣະມັນ ​ແມ່ນ​ໄດ້​ບັນລຸ​ກັນ​ເມື່ອ​ຕອນ​ເຊົ້າວັນ​ອາທິດ​ມື້​ນີ້ ທີ່​ນະຄອນ​ເຈ​ນີວາ ປະ​ເທດ Switzerland.

ທ່ານ Hassan Rouhani ປະທານາທິບໍດີ​ອິຣ່ານ ​ໄດ້​ຊົມ​ເຊີຍ ສັນຍາ​ນີວ​ເຄຼຍກັບ​ກຸ່ມ​ປະ​ເທດ​ມະຫາ​ອໍານາດໂດຍ​ກ່າວ​ວ່າ ມັນ​ຈະ​ເປີດ​ຂອບ​ເຂດ​ໃໝ່ ​ໃນ​ຂະນະ​ທີ່​ຕົນ​ຍັງ​ຮັກ ສາ​ໃນ​ອັນ​ທີ່​ທ່ານເອີ້ນ​ວ່າ ສິດທິ​ຂອງ​ອິຣ່ານ ​ເພື່ອ​ກັ່ນ​ທາດ​ຢູ​ເຣນຽມນັ້ນ​ໄວ້​ຢູ່.

ສ່ວນ Ayatollah Al Khamenei ຜູ້​ນໍາ​ສູງ​ສຸດ​ຂອງ​ອິຣ່ານ ​ເອີ້ນ​ຂໍ້​ຕົກ​ລົງ ຄັ້ງ​ນີ້​ວ່າ ​ເປັນ​ພື້ນຖານ​ເພື່ອ​ຄວາມ​ກ້າວໜ້າ​ອອກໃນ​ຂັ້ນຕໍ່​ໄປ.

ກຸ່ມ​ປະ​ເທດ​ຕາ​ເວັນ​ຕົກ ​ແລະ​ອີສຣາ​ແອ​ລ ຢ້ານ​ວ່າ ອິຣ່ານ ​ພວມ​ຊອກ​ຫາຊ່ອງ​ທາງ​ເພື່ອ ພັດທະ​ນາ​ອາວຸດ​ນີວ​ເຄຼຍ ຊຶ່ງ​ເປັນ​ສິ່ງ​ທີ່​ອິຣ່ານ ປະຕິ​ເສດ​ຢູ່​ຕະຫຼອດມາ​ ​ໂດຍ​ກ່າວ​ວ່າ ​ໂຄງການ​ນີວ​ເຄຼຍຂອງ​ຕົນ​ ​ແມ່ນ​ເປັນ​ໂຄງການ​ພະລັງງານ​ທີ່ມີ​ຈຸດປະສົງໃນ​ທາງ​ສັນຕິ.

Israel
please wait
Embed

No media source currently available

0:00 0:01:14 0:00
XS
SM
MD
LG