ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອິສຣາແອລ ຕັດເງິນ 6 ລ້ານໂດລາ ຈາກ ສປຊ ຍ້ອນການລົງມະຕິ ຕັ້ງບ້ານໃໝ່


ນາຍົກລັດຖະມົນຕີ ອີສຣາແອລ ທ່ານ Benjamin Netanyahu ກ່າວຢູ່ບ່ອນສ້າງສາ ທີ່ມີຊາວຢີວຕັ້ງຖິ່ນຖານຢູ່.
ນາຍົກລັດຖະມົນຕີ ອີສຣາແອລ ທ່ານ Benjamin Netanyahu ກ່າວຢູ່ບ່ອນສ້າງສາ ທີ່ມີຊາວຢີວຕັ້ງຖິ່ນຖານຢູ່.

ອິ​ສຣາ​ແອ​ລ ກ່າວ​ວ່າ ຕົນ​ຈະ​ກັກ​ເງິນ​ ຈຳນວນ 6 ລ້ານ​ໂດ​ລາ ຈາກ​ການ​ຈ່າຍ​ຄ່າທຳ​ນຽມ ປະຈຳ​ປີ​ແກ່​ສະຫະ​ປະຊາ​ດ ຫລັງ​ຈາກ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະ​ຊາ​ຊາດ​ໄດ້​ລົງມະ ຕິໃນເດືອນ​ແລ້ວ​ນີ້ ຮຽກຮ້ອງ​ໃຫ້​ອິສຣາ​ແອ​ລ ຍຸຕິ ​“ກິດຈະການຕັ້ງ​ຖິ່ນ​ຖານ​ຂອງ​ອິສຣາ ​ແອລ ຢູ່​ໃນເຂດ​ຍຶດຄອງປາ​ແລ​ສ​ໄຕ​ນ໌.” ສະຫະລັດ​ບໍ່ໄດ້​ອອກສຽງ ​ໃນ​ການ​ລົງ​ຄະ​ແນນ​ສຽງ​ກ່ຽວ​ກັບ​ມະຕິ​ດັ່ງກ່າວ ຊຶ່ງ​ເປີດ​ຫົນທາງ​ ໃຫ້​ແກ່​ ບັນດາ 14 ປະ​ເທດສະມາຊິກ​ ຂອງ​ສະພາຄວາມ​ໝັ້ນຄົງ ຮັບຮອງ​ເອົາ​ມະຕິ​ດັ່ງກ່າວ ​ຢ່າງ​ເປັນ​ເອກ​ກະສັນ​.

​ຄະນະ​ຜູ້ຕາງໜ້າຂອງ​ອິສຣາ​ແອ​ລ ປະຈຳສະຫະ​ປະຊາ​ຊາດ ກ່າວໃນ​ວັນ​ສຸກ​ວານ​ນີ້​ວ່າ ​ເງິນ​ຈຳນວນ 6 ລ້ານ​ໂດ​ລາ ​ທີ່​ຕັດ​ຈາກຄ່າ​ທຳນຽມ​ປະຈຳ​ປີ 40 ລ້ານ​ໂດ​ລາ​ ທີ່​ຈ່າຍ​ໃຫ້ແກ່​ສະຫະ​ປະຊາ​ດນັ້ນ ​ແມ່ນ​ເປັນ​ເງິນ​ທຶນທີ່ອະນຸມັດ​ໃຫ້​ແກ່​ຄະນະ​ກຳມະການສະຫະ​ປະຊາ​ຊາດ ທີ່ແນໃສ່ແກ້​ໄຂບັນຫາ​ຊາວ​ປາ​ແລ​ສ​ໄຕນ໌.

​ເອກ​ອັກຄະ​ລັດຖະທູດ​ອິສຣາ​ແອ​ລ ປະ​ຈຳສະຫະ​ປະຊາ​ຊາດ ທ່ານ Danny Danon ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ວ່າ “ມັນ​ບໍ່​ມີ​ເຫດຜົນ​ສຳລັບ​ອິສຣາ​ແອ​ລທີ່​ຈະ​ໃຫ້​ທຶນ​ຕໍ່​ການ​ປະຕິບັດ​ງານຕໍ່​ຕ້ານ​ພວກ​ເຮົາ​ຢູ່​ສະຫະ​ປະຊາ​ຊາດ."

ຜູ້​ຕາງໜ້າ​ອິສລາມ​ແອ​ລ ປະຈຳ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ​ ມີ​ທ່າ​ທາງ​ວ່າອິສຣາ​ແອ​ລຈະ​ເອົາ​ບາດກ້າວ​ອື່ນໆອີກ ທີ່​ແນ​ໃສ່ “​ເພື່ອ​ຍຸຕິ​ກິດ​ຈະ​ການ​ຕໍ່​ຕ້ານ​ອິສຣາ​ ແອ​ລ.” ຫລັງຈາກ​ທ່ານ Donald Trump ສາບານ​ຕົວ​ເຂົ້າຮັບ​ຕຳ​ແໜ່​ງ​ເປັນ ປະທານາທິບໍດີ​ສະຫະລັດ.

​ໃນ​ວັນ​ພະຫັດ​ທີ່​ຜ່ານ​ມານີ້ ພັກຣີພັບ​ບລິ​ກັນ​ທີ່​ຄວບ​ຄຸມ​ສະພາ​ຕໍ່າ​ສະຫະລັດ ​ໄດ້​ພາກັນ​ລົງ​ຄະ​ແນນ​ສຽງຢ່າງ​ຖ້ວມ​ລົ້ນ ​ໃນ​ການ​ເຫັນ​ດີ​ຕໍ່​ຮ່າງຍັດ​ຕິ​ປະນາມ​ທ່າ​ທີ​ສະຫະ​ປະຊາ​ຊາດ ​ແລະ​ຕິຕຽນ​ລັດຖະບານປະທານາທິບໍດີ Barack Obama ​ທີ່​ບໍ່​ອອກສຽງ ​ໃນ​ການ​ລົງຄະ​ແນນ​ຂອງ​ສະພາຄວາ​ມໝັ້ນຄົງ.

ນາຍົກລັດຖະມົນຕີອິສຣາ​ແອ​ລ ທ່ານ Benjamin Netanyahu ​ໄດ້​ຮ້ອງ​ການ​ບໍ່​ອອກສຽງ​ຂອງ​ສະຫະລັດ ກ່ຽວ​ກັບ​ການ​ລົງມະຕິ​ຂອງ​ສະຫະ​ປະຊາ​ດວ່າ “ເປັນ ທີ່ໜ້າ​ອັບອາຍ” ຕໍ່​ພັນ​ລະ​ມິດທີ່​ມີ​ມາ​ແຕ່​ໃດ​ຂອງວໍ​ຊິງ​ຕັນ. ​ ​

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG