ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອິສຣາແອລ ສືບຕໍ່ ເພີ້ມການໂຈມ​ຕີ ໃສ່ເຂດ Gaza (ວີດີໂອ/ສະໄລດ໌)


ມີຢ່າງນ້ອຍ 20 ກວ່າຄົນ ໄດ້ເສຍຊີວິດ ໃນຂະນະທີ່ Israel ສືບຕໍ່
ການໂຈມຕີໃນເຂດ Gaza ໃນວັນພຸດມື້ນີ້​ໃນຄວາມພະຍາຍາມ
ເພື່ອຈະຍຸຕິການໂຈມຕີດ້ວຍຈະຫຼວດຂອງປາແລສໄຕ ທີ່​ແນເປົ້າ
ໝາຍໃສ່ Israel ນັ້ນ.

ເຈົ້າໜ້າທີ່ປາແລສໄຕ ໄດ້ກ່າວວ່າ ມີປະມານ 23 ຄົນຖືກສັງຫານ
ໃນການໂຈມຕີ ທີ່ໄດ້ ແນເປົ້າໝາຍໃສ່ຫຼາຍໆເມືອງໃນທົ່ວເຂດ
Gaza ​ໃນວັນອັງຄານ ​ແລະ​ວັນ​ພຸດ​ມື້​ນີ້. ອົງ ການຂ່າວ​ຝຣັ່ງກ່າວ​
ຕື່ມວ່າ ມີ​ຫຼາຍ​ກວ່າ 100 ຄົນ ເຊື່ອ​ວ່າໄດ້​ຮັບ​ບາດ​ເຈັບ ​ໃນ​ການ
ໂຈມຕີ​ດັ່ງກ່າວ.

Israel ​ໄດ້​ໃຫ້​ສັນຍາ​ນວ່າ ຄວາມ​ພະຍາຍາມ​ຂອງ​ຕົນນັ້ນ ​ອາດ​ຂະຫຍາ​ຍອອກ​ໄປ ຊຶ່ງຮວມ
ທັງການ​ໂຈມ​ຕີ​ທາງພາກ​ພື້ນ​ດິນ​ນຳ.

ປະທາ​ນາ​ທິບໍດີສະຫະລັດ ທ່ານ Barack Obama ​ໄດ້​ກ່າວ​ໃນ​ບົດ​ຂຽນທີ່​ພິມ​ເຜີຍ​ແຜ່​ໃນ​ເຢຍຣະມັນໃນ​ວັນ​ພຸດມື້​ນີ້ວ່າ: “ທຸກໆຄົນ​ທີ່​ມີ​ສ່ວນ​ກ່ຽວຂ້ອງ​” ຄວນ​ຈະ​ເອົາ​ບາດກ້າວທີ່​ມີ​ຄວາມ​ຮູ້ສຶກຜິດ​ຖືກຮັບຜິດ​ຊອບ ​ແລະ​ແບບ​ຊັ່ງ​ຊາຕີ​ລາຄາ​ໄດ້ ແທນ​ທີ່ຈະ​ຊອກ​ຫາ​ທາງ​ແກ້​ແຄ້ນຫຼື​ຕອບໂຕ້ກັນ. ຖ້ອຍ​ຖະ​ແຫຼ​ງຂອງ​ທ່ານ ​ໄດ້​ພິມ​ລົງ​ໃນ​ໜັງສືພິມ​ເຢຍຣະມັນ Die Zeit. ທ່ານ​ກ່າວ​ເນັ້ນ​ເຖິງ​ການ​ໃຫ້ການ​ສະໜັບສະໜຸນຂອງສະຫະລັດດ້ວຍການແກ້ໄຂແບບມີສອງ
ລັດ ແລະ​ກ່າວເພີ່ມ​ຕື່ມ​ວ່າ “ທັງ​ສອງ​ຝ່າຍ ຕ້ອງ​ຕຽມ​ພ້ອມ​ທີ່​ຈະ​ຍອບ​ຮັບ​ຄວາມ​ສ່ຽງ ​
ເພື່ອ​ການມີສັນຕິພາບ.”

Civilians Fear Mideast Violence Could Turn Into Full-Scale War
please wait

No media source currently available

0:00 0:03:11 0:00

ປະທານາທິບໍດີປາ​ແລ​ສ​ໄຕ ທ່ານ Mahmoud Abbas ​ໄດ້​ອອກ​ຖະ​ແຫຼງການທາງ​ໂທ ລະ
ພາບ ​ໃນ​ແລງວັນ​ອັງຄານ​ວານ​ນີ້ ທີ່​ທ່ານ​ໄດ້​ຮຽກຮ້ອງ​ຕໍ່ອົງການນາໆ​ຊາດ​ເຊັ່ນ ກຸ່ມ Quartet ຕາເວັນອອກກາງ ​ແລະ​ສະພາຄວາມ​ໝັ້ນຄົງ​ອົງການ​ສະຫະປະຊາ​ຊາດ“​ໃຫ້​ເອົາ​ຄວາມ​ຮັບ
ຜິດ​ຊອບໃນ​ການຄ້ຳປະກັນ​ຄວາມ​ປອດ​ໄພ”
ຂອງ​ປະຊາຊົນ​ຊາວ​ປາ​ແລ​ສ​ໄຕ. ທ່ານ​ໄດ້​
ຂໍ​ຮ້ອງ​ໃຫ້​ຊາວປາ​ແລ​ສ​ໄຕ ທ້ອນ​ໂຮມ​ກັນ​ແລະ​ອົດທົນ​ແລະໃຫ້ຄຳໝັ້ນ​ສັນຍາ​ວ່າ ລັດຖະບານ​
ຈະ​ເຮັດ​ໃຫ້​ດີ​ທີ່​ສຸດ​ເພື່ອ​ສະໜອງ​ຕອບຕໍ່ຄວາມ​ຕ້ອງການຂອງພວກເຂົາເຈົ້າ.

ທາງ​ກອງທັບ Israel ​ໄດ້​ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຊຶ່ງເປັນສ່ວນນຶ່ງຂອງອັນທີ່ເອີ້ນວ່າ
ການ​ປະຕິບັດ​ງານ​ໃນ​ຂອບ​ເຂດເພື່ອການ​ປົກ​ປ້ອງ ຫຼື ​“Operation Protective Edge”
ໄດ້​ໂຈມຕີ​ເປົ້າ​ໝາຍ​ຫຼາຍ​ກວ່າ 100​ ແຫ່ງ ຊຶ່ງ​ຮວມທັງ ​ເຮືອນ​ຊານ​ບ້ານ​ຊ່ອງ ແລະບ່ອນຍິງ
ລູກ​ສອນ​ໄຟ ນຳ.

ທາງ Israel ​ໄດ້​ລາຍ​ງານ​ວ່າ ຍັງ​ບໍ່​ທັນ​ມີ​ຜູ້​ຄົນ​ບາດ​ເຈັບ​ລົ້ມ​ຕາ​ຍ​ເທື່ອ ​ໃນ​ການ​ໂຈມ​ຕີຄັ້ງ​ນີ້​.

Israel Palestinian CNPK
please wait

No media source currently available

0:00 0:03:35 0:00

XS
SM
MD
LG