ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກຳລັງ ອິສຣາແອລ ຍັງສືບຕໍ່ ບຸກຄືບໜ້າ ເຂົ້າໄປ ໃນເຂດ ກາຊາ (ສະໄລດ໌/ວີດີໂອ)


ທະຫານ​ອິສຣາ​ແອ​ລ ທີ່ສະໜັບສະໜູນ​ດ້ວຍລົດ​ຖັງ ​ເຮືອບິນ​ ​ແລະ​
ເຮືອ​ລົບ ຍັງສືບຕໍ່ບຸກຄືບໜ້າ​ເຂົ້າ​ສູ່​ເຂດແຫລມກາ​ຊາ ​
ທະຫານ​ອິສຣາ​ແອ​ລ ທີ່ສະໜັບສະໜູນ​ດ້ວຍລົດ​ຖັງ ​ເຮືອບິນ​ ​ແລະ​ ເຮືອ​ລົບ ຍັງສືບຕໍ່ບຸກຄືບໜ້າ​ເຂົ້າ​ສູ່​ເຂດແຫລມກາ​ຊາ ​

ທະຫານ​ອິສຣາ​ແອ​ລ ທີ່ສະໜັບສະໜູນ​ດ້ວຍລົດ​ຖັງ ​ເຮືອບິນ​ ​ແລະ​
ເຮືອ​ລົບ ຍັງສືບຕໍ່ບຸກຄືບໜ້າ​ເຂົ້າ​ສູ່​ເຂດແຫລມກາ​ຊາ ​ໃນ​ວັນ​ສຸກ
​ມື້​ນີ້​ ຊຶ່ງ​ເປັນ​ມື້​ທີ່ສອງ​ຂອງ ບຸ​ກໂຈມຕີທາງພາກພື້ນດິນ ​ເຂົາ​ໄປ
ໃນ​ດິນແດນ​ຂອງປາ​ແລ​ສ​ໄຕ​ນ໌.

ເຈົ້າໜ້າທີ່ການແພດປາ​ແລ​ສ​ໄຕນ໌ ກ່າວ​ວ່າ ມີພວກຊາວບ້ານ​ ຢູ່
ໃນເຂດ​ກາຊາ ຢ່າງໜ້ອຍ 21 ຄົນ​ໄດ້​ເສຍ​ຊີວິດ ນັບ​ຕັ້ງ​ແຕ່​ເລີ້ມ​ມີການ​ບຸກໂຈມ​ຕີ​ທາງ​ພາກ​ພື້ນ​ດິນ ທີ່​ໄດ້ແນ່ໃສ່​ເພື່ອທໍາ ລາຍ​ອຸໂມງ ຂອງ​ພວກ​ຫົ​ວຮຸນ​ແຮງ​ ທີ່ໃຊ້ ​ເພື່ອ​ພະຍາ ຍາມໂຈມ​ຕີເປົ້າ​ໝາຍ​ຕ່າງໆ​ ຂອງອິສຣາ​ແອ​ລນັ້ນ.

ກອງທັບ​ອິສຣສາ​ແອ​ລ ​ໄດ້​ລາຍ​ງານ​ເທຶ່ອທຳ​ອິດ​ກ່ຽວກັບການເສຍຊີວິດ​ໃນ​ວັນ ສຸກ​ມື້​ນີ້ ​ເວລາ​
ທະຫານ​ໄດ້​ຖືກຂ້າຕາຍໃນການປະ​ທະ​ກັນ​ກັບ​ພວກ​ນັກ​ລົບຂອງ ກຸ່ມ Hamas ຊຶ່ງ​ເປັນ​ກຸ່ມ​
ອິສລາມຫົວຮຸນແຮງ ທີ່​ຄວບຄຸມ​ແຫລມກາຊາ.

​ເມື່ອຄືນແລ້ວນີ້ ກອງທັບ​ອິ​ສຣາ​ແອ​ລ ກ່າວ​ຜ່ານ​ທາງ Twitter ວ່າ ​ຕົນໄດ້​ສັງ ຫານພວກ​ຫົວ​
ຮຸນ​ແຮງ 14 ຄົນ ທຳລາຍ​ຖານ​ຍິງລູກ​ຈະ​ຫຼວດ 20 ​ແຫ່ງ ​ໂຈມ​ຕີ​ອຸ​ໂມງ​ເກົ້າແຫ່ງ ​ແລະ​ໂຈມຕີ
ເປົ້າໝາຍພວກກໍ່ການຮ້າຍທັງໝົດ 103 ບ່ອນ.

ນາຍົກລັດຖະມົນຕີອິສຣາ​ແອ​ລ ທ່ານ Benjamine Netanyahu ກ່າວ​ໃນ​ວັນ​ສຸກ​ມື້​ນີ້​ວ່າ
ທ່ານ​ໄດ້​ຕຽມພ້ອມ ​ທີ່​ຈະ​ຂະຫຍາຍ​ການບຸກ​ໂຈມ​ຕີ ໃຫ້ກວ້າງອອກ ຊຶ່ງ​ມາ​ເຖິງປັດ​ຈຸ​ບັນ​ນີ້
​ປາກົດ​ວ່າແມ່ນຍັງຢູ່ໃນຂອບເຂດຈຳກັດ​ກວ່າການ​ປະຕິບັດ​ງານ​ຂອງອິສຣາ​ແອ​ລ ​ໃນ​ປີ
2008 ​ແລະ 2009 ​ເວລາຊາວປາແລສໄຕນ໌ ​ປະ ມານ 1,400 ​ແລະຊາວອິສຣາ​ແອ​ລ 13
ຄົນ ​ໄດ້​ເສຍຊີວິດໄປນັ້ນ.

ທ່ານ Yonah Jeremy Bob ນັກ​ຂ່າວ​ດ້ານ​ກົດໝາຍ ຂອງໜັງສືພິມ The Jerusalem
Post
ກ່າວ​ຕໍ່ວີ​ໂອ​ເອວ່າ ການ​ບຸກໂຈມຕີປາກົດ​ວ່າ ຈຳກັດຢູ່ແຕ່ ພຽງ​ການໃຊ້​ກຳລັງ​ພິ​ເສດ
ໂຈມຕີ ຢູ່​ໃນ​ຄຸ້​ມຕ່າງໆ ໃນເຂດເທດສະບານ. ທ່ານ​ກ່າວ​ວ່າ ທະຫານ​ອິສຣາ​ແອ​ລສ່ວນ​ໃຫຍ່
ແມ່ນ​ເຕົ້າ​ໂຮມກັນ​ຢູ່​ບ່ອນ​ເປີດ​ແປນ ຢູ່​ທາງສົ້ນຂອງແຫຼມ​ກາຊາ ຫລື​ຫາກໍເລີ້ມ​ປິດລ້ອມຕໍ່
ເຂດເທດສະບານຕ່າງໆ.

ໃນ​ບໍ່​ເທົ່າໃດ​ມື້​ທີ່​ຜ່ານ​ມາ​ນີ້ ກຸ່ມ Hamas ໄດ້​ສະ​ເໜີ​ໃຫ້ມີການ​ຢຸດ​ຍິງ​ເປັນເວລາ​ຫລາຍ​ປີ ທີ່
​ຮວມທັງການ​ຮຽກຮ້ອງ​ເຊັນ​ວ່າໃຫ້ອິສຣາແອລຍົກ​ເລີກ​ການ​ປິດລ້ອມ ​ເປັນເວລາດົນ​ນານ
ຕໍ່ແຫລມ​ກາຊາ ເປີດເຂດອາກາດແລະ​ປ່ອຍ​ບັນດາ​ນັກ​ໂທດ ປາ​ແລ​ສໄຕນ໌ ທີ່​ໄດ້​ຖືກ​ຈັບ
ໂດຍອິສຣາ​ແອ​ລ ​ໃນ​ເດືອນ​ແລ້ວ​ນີ້ ​ທີ່ເຂດຝັ່ງຕາເວັນ ຕົກຂອງແມ່ນ້ຳຈໍແດັນຫຼື West Bank.

ແຕ່ອິສຣາ​ແອ​ລ ໄດ້​ຊຸກ​ຍູ້ໃຫ້ຮັບເອົາການຢຸດຍິງທີ່ໄກ່ເກ່ຍໂດຍ​ອີ​ຈິບແທນ ຊຶ່ງ ຮຽກຮ້ອງ ໃຫ້ມີ “ການ​ຢຸດເຊົາການເປັນປໍລະປັກ” ​ເພື່ອ​ແລກປ່ຽນ ​ກັບ​ການໄປ ມາຂອງຜູ້ຄົນ​ແລະສົ່ງສິນຄ້າເພີ້ມຂຶ້ນ ​ລະຫວ່າງ ​ເຂດ​ກາຊາ ​ແລະ​ອິສຣາ​ແອ​ລ. ກຸ່ມ Hamas ​ໄດ້​ປະຕິ​ເສດ​ບໍ່ຍອມຮັບເອົາ​ແຜນການ ​ໂດຍ​ເວົ້າ​ວ່າ ຂໍ້​ສະ​ເໜີນີ້ ແມ່ນເທົ່າກັບເປັນການ​ຍອມ​ແ​ພ້​.

​ຮວມ​ທັງ​ໝົ​ດແລ້ວ ມີຊາວ​ປາ​ແລ​ສໄຕນ໌ ​ເສຍ​ຊີວິດ 260 ຄົນ ນັບ​ຕັ້ງ​ແຕ່​ວັນ​ທີ 8 ກໍລະກົດ ຜ່ານມາ ​ເວລາອິສຣາ​ແອ​ລ​ ໄດ້​ເລີ້ມ​ຂະ​ຫຍາ​ຍການ​ໂຈມ​ຕີ​ທາງ​ອາກາດ​ຕໍ່​ເຂ​ດກາຊາ ໃນ ອັນ​ທີ່​ອິສຣາແອລຮ້ອງ​ວ່າ ​ເປັນ​ການ​ພະ​ຍາ​ຍາມ​ຢຸດ​ຢັ້ງ ການ​ຍິງ​ລູກ​ຈະ​ຫລວດ​ໃສ່ອິສຣາ​ແອ​ລນັ້ນ. ສະຫະ​ປະຊາ​ຊາດ ກ່າວ​ວ່າ ປະມານ​ສີ່​ໃນ​ທຸກໆຫ້າ​ຄົນໃດ ຂອງ​ພວກ​ທີ່​ເສຍ​ຊີ ວິດ ​ແມ່ນ​ພົນລະ​ເຮືອນ ຮວມ​ທັງ​ພ​ວກ​ເດັກນ້ອຍ​ຫລາຍ​ສິບ​ຄົນ. ມີຊາວອິສຣາ​ແອ​ລສອງ​ຄົນ​ໄດ້​ເສຍ​ຊີວິດແລ້ວ.

ທ່ານ Chris Gunness ​ໂຄສົກ​ຂອງອົງການ​ຊ່ວຍ​ເຫລືອບັນເທົາທຸກ ​ແລະ​ປະຕິບັດ​ງານ ຂອງສະຫະ​ປະຊາ​ຊາດສຳລັບພວກອົບພະຍົບປາແລສໄຕນ໌ກ່າວຕໍ່ວີໂອເອວ່າ ການສູ້ລົບ ແມ່ນໄດ້ເຮັດໃຫ້ເກີດສະພາບການ ທີ່ຮັບເອົາບໍ່ໄດ້ ສຳລັບພວກອົບພະຍົບປາແລສໄຕນ໌ 1 ລ້ານ 8 ແສນຄົນ ທີ່ດຳລົງຊີວິດດ້ວຍຄວາມທຸກຍາກ ຢູ່ໃນເຂດກາຊາ.

ISRAEL PALESTINIANS CNPK
please wait

No media source currently available

0:00 0:02:23 0:00

XS
SM
MD
LG