ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

Israel ກວດລ້າງ ພວກຕັ້ງຖິ່ນຖານ ຊາວຢິວ ອອກຈາກເຂດ Amona


Israeli Settlements
please wait
Embed

No media source currently available

0:00 0:00:56 0:00

ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ ຂອງ Israel ​ໄດ້​ສືບ​ຕໍ່​ປະຕິບັດ​ໜ້າ​ທີ່​ໃນ​ວັນ​ພະຫັດ​ມື້​ນີ້ ​ເພື່ອ​ກວດ​ລ້າງຊາວຢິວ ​ທີ່​ຍັງ​ຫຼົງ​ເຫຼືອ ​ຈາກການ​ຕັ້ງ​ຖິ່ນຖານ ​ທີ່​ຜິດ​ກົດໝາຍໃນ​ເຂດຝ່ັງ​ຕາ​ເວັນ​ຕົກ​ຂອງ​ແມ່ນ້ຳຈໍ​ແດັນ​ຫຼື West Bank.

ການ​ປະຕິບັດ​ງານເພື່ອ​ກວດ​ລ້າງ​ຜູ້​ຄົນ​ອອກ​ຈາກເຂດ Amona ທີ່​ເລີ່​ມຂຶ້ນ​ໃນ​ວັນ​ພຸດ​ວານ​ນີ້ ດ້ວຍ​ການປະເຊີນ​ໜ້າລະຫວ່າງ ຕຳຫຼວດ​ກັບປະຊາຊົນ ພວກ​ທີ່​ອາ​ໄສ​ຢູ່​ໃນ​ທີ່​ນັ້ນ ​ແລະ​ພວກ​ປະ​ທ້ວງ ຜູ້​ຊຶ່ງ​ໄດ້​ຈັດວາງ​ເຄື່ອງ​ກີດຂວາງ​ແລະ​ແກວ່ງ​ກ້ອນ​ຫີນ​ໃສ່​ເຈົ້າ​ໜ້າ​ທີ່.

ພວກ​ປະ​ທ້ວງ​ທີ່​ໂກດ​ແຄ້ນ ​ແລະ​ພວກ​ທີ່​ຕັ້ງ​ຖິ່ນ​ຖານ​ໃໝ່ ​ໄດ້​ຮ້ອງ​ໃສ່​ພວກ​ຕຳຫຼວດວ່າ “ຊາວ​ຢິວ ບໍ່​ຂັບ​ໄລ່​ຊາວ​ຢິວດອກ.” ມີເຈົ້າ​ໜ້າ​ທີ່​ປະມານ 20 ກວ່າ​ຄົນ ​ໄດ້​ຮັບ​ການບາດ​ເຈັບ.

ຈົນ​ມາ​ຮອດ​ວັນ​ພະຫັດ​ມື້ນີ້ ການ​ເພັ່ງ​ເລັງ ​ແມ່ນ​ຢູ່​ທີ່​ວັດ​ຊາວ​ຢິວ ​ໃນເຂດ Amona ບ່ອນ​ທີ່ ພວກ​ຕັ້ງ​ຖິ່ນ​ຖານ​ໃຫມ່ ​ໄດ້​ວາງ​ແຜ​ນການ​ຢູ່​ຂ້າງ​ໃນ.

ພວກທີ່ຕັ້ງຖິ່ນຖານໃໝ່ຊາວຢິວ ແລ່ນໜີຕຳຫຼວດ ຂ້າງນອກເຂດ Amona ຂ້າງນອກຝັ່ງຕາເວັນຕົກຂອງແມນ້ຳ Jordan ຫຼື West Bank, 1 ກຸມພາ, 2017.
ພວກທີ່ຕັ້ງຖິ່ນຖານໃໝ່ຊາວຢິວ ແລ່ນໜີຕຳຫຼວດ ຂ້າງນອກເຂດ Amona ຂ້າງນອກຝັ່ງຕາເວັນຕົກຂອງແມນ້ຳ Jordan ຫຼື West Bank, 1 ກຸມພາ, 2017.

ສານ​ສູງສຸດ Israel ​ໄດ້​ອອກ​ຄຳ​ສັ່ງ ​ໃນ​ປີ 2014 ທີ່​ວ່າ ການ​ຕັ້ງ​ຖິ່ນ​ຖານ​ທີ່​ເຂດ Amona ​ແມ່ນ​ໄດ້​ຖືກ​ສ້າງ​ຂຶ້ນ​ໃນ​ດິນ​ສ່ວນ​ບຸກຄົນ​ຂອງ​ຊາວ​ປາ​ແລ​ສ​ໄຕ​ນ໌ ​ແລະ​ມັນ​ຈຶ່ງ​ຄວນ​ຖືກ​ຈະ​ຖືກ​ມ້າງອອກ ພາຍ​ໃນ​ວັນ​ທີ 8 ກຸມພາ. ​ແຕ່​ເຈົ້າ​ໜ້າ​ທີ່ Israel ​ທີ່​ນິຍົມ​ແນວທາງ​ເດີມຈັດ ​ແມ່​ນ​ໄ​ດ້ຕໍ່ສູ້​ ​ເພື່ອຕ່າວ​ປີ້ນ​ຄະດີ​ນີ້.

​ໃນ​ວັນ​ອັງຄານ​ຜ່ານ​ມາ​ນີ້ ນາຍົກລັດຖະມົນຕີ ທ່ານ Benjamin Netanyahu ​ໄດ້ໃຫ້ການ​ອະນຸມັດ​ໃນ​ການ​ຕັ້ງບ້ານ​ໃໝ່ 3000 ຫຼັງ ​ເພື່ອ​ທີ່​ຈະ​ຍົກຍ້າຍພວກ​ທີ່​ຕັ້ງ​ຖິ່ນ​ຖານ​ໃໝ່​ນີ້ ​ແລະ​ພວກ​ອື່ນໆ​ໃນ​ເຂດ​ West Bank.

​ໃນ​ຂະນະ​ທີ່​ພວກ​ຜູ້​ຄົນ​ທີ່​ອາ​ໄສ​ຢູ່​ເຂດ Amona ​ທີ່ ຕັ້ງ​ຮາກ​ເຫົ້ງາ ​ແລະ​ພວກ​ທີ່​ສະໜັບ ສະໜຸນ​ຊະ​ຕາ​ກຳ​ຂອງ​ພວກ​ເຂົາ​ເຈົ້າ ຊາວ​ອາຣັບ ທີ່​ເປັນ​ເພື່ອນ​ບ້າ​ນໝູ່​ບ້ານ​ປາ ແລ​ສ​ໄຕ​ນ໌ ​ໄດ້​ພາກັນ​ຕົບມື​ແລະ​ຈັບ​ມື. ທ່ານ Ibahim Yakoob​ໄວ 56 ປີ ຊາວນາປາແລ​ສ​ໄຕ​ນ໌
ຜູ້​ຊຶ່ງເປັນ​ເຈົ້າ​ຂອງດິນ​ສ່ວນ​ນຶ່ງ ທີ່​ຖືກຍຶດຄອງ​ໃນ​ເຂດ Amona ​ ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ວ່າ “ມັນ​ແມ່ນ​ຄວາມ​ຮູ້ສຶກ​ທີ່​ດີ ທີ່​ໄດ້​ເຫັນ​ພວກ​ທີ່​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ໃຫມ່​ນີ້ ​ໄດ້​ອອກ​ຈາກ​ຜືນ​ດິນ​ຂອງ​ຂ້າພະ​ເຈົ້າ ​ແລະ​ຂະ​ບວນ​ຂົນ​ຍ້າຍຖືກ​ຍ້າຍ​ອອກ​ໄປ​ແລ້ວ. ທາງສານນັ້ນ ​ແມ່ນ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ດີ​ແລ້ວ ​ເຖິງ​ແມ່ນ​ວ່າ ມັນ​ຈະ​ໃຊ້​ເວລາ​ດົນ​ນານ​ແລ້ວ ກໍ​ຕາມ.”

​ເຂດ Amona ​ແມ່ນ​ເຂດ​ທີ່​ໃຫຍ່​ສຸດ ມີ​ປະມານ 100 ບ້ານ​ເຮືອນ​ທີ່​ບໍ່​ໄດ້​ຮັບ​ອະນຸຍາດ ຖືກ​ທຳລາຍ​ ​ໃນ​ເຂດ West Bank ​ໂດຍ​ປາດ​ສະ​ຈາກ​ໃບ​ອະນຸຍາດແຕ່​ວ່າໂດຍ​ຮວມ​ ແລ້ວ ​ແມ່ນ​ໄດ້​ຮັບ​ການ​ໂຍະຍານ​ຜ່ອນຜັນ​ໂດຍ​ລັດຖະບານ Israel. ການ​ສ້າງ​ບ້ານ​ເຮືອນ ​ໃນ​ຊຸມປີ 1990 ຢູ່ເຂດ Amona ​ໄດ້​ກວມ​ເອົາ​ພູດ​ອຍທີ່​ປົກ​ຄຸມ​ດ້ວຍ​ຫຍ້າ ທີ່​ສາມາດ​ແນມ​ອອກ​ໄປ​ເບິ່ງຮ່ວມ​ພູ ​ຫາໝູ່ບ້ານປາແລ​ສ​ໄຕ​ນ໌.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

Amona, ໃນເຂດ West Bank
Amona, ໃນເຂດ West Bank

XS
SM
MD
LG