ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອິສຣາແອລ ກັບກຸ່ມຮາມັສ ສືບຕໍ່ ການສູ້ລົບກັນ ຄືນໃໝ່ (ວີດີໂອ)


ພວກປາແລັສໄຕນ໌ ພາກັນຫອບປື້ມ ທີ່ເກັບກູ້ອອກມາໄດ້ຈາກ ໝູ່ບ້ານ Zeitoun ໃນເມືອງ Gaza ຫຼັງຈາກຖືກໂຈມຕີ ທາງອາກາດ ໂດຍອິສຣາແອລ ເມື່ອວັນເສົົາ ທີ 9 ສິງຫາ 2014.
ພວກປາແລັສໄຕນ໌ ພາກັນຫອບປື້ມ ທີ່ເກັບກູ້ອອກມາໄດ້ຈາກ ໝູ່ບ້ານ Zeitoun ໃນເມືອງ Gaza ຫຼັງຈາກຖືກໂຈມຕີ ທາງອາກາດ ໂດຍອິສຣາແອລ ເມື່ອວັນເສົົາ ທີ 9 ສິງຫາ 2014.

ການ​ສູ້​ລົບ​ກັນ​ລະຫວ່າງ ກອງທັບ​ອິສຣາ​ແອ​ລ ​ກັບກຸ່ມຮາ​ມັສ
ຍັງ​ສືບ​ຕໍ່ມາ​ໃນ​ວັນ​ເສົາ​ມື້​ນີ້ ຢູ່ຕາມ​ເຂດ​ກາຊາ ​ແລະ​ເຈົ້າ​ໜ້າ​ທີ່
​ການ​ແພດ​ຂອງ​ປາແລ​ສ​ໄຕ​ນ໌ກ່າວ​ວ່າ ມີ​ຢ່າງ​ນ້ອຍ 3 ຄົນ​ເສຍ
​ຊີວິດ.

ການ​ຕໍ່ສູ້​ກັນ ທີ່​ໄດ້ເລີ້ມ​ຄືນ​ໃໝ່​ໃນ​ວັນສຸກ​ວານ​ນີ້ ຫຼັງຈາກທີ່
ມີ​ການ​ຢຸດ​ຍິງກັນເປັນ​ເວລາ 3 ມື້ ​ໃນ​ສົງຄາມທີ່ມີ​ມາ​ໄດ້​ນຶ່ງ
​ເດືອນ​ແລ້ວນັ້ນ ​ໄດ້​ເປັນການ​ທັບ​ມ້າງຄວາມ​ພະຍາຍາມທີ່
ນຳພາ​ໂດ​ຍອີ​ຈິບ ​ເພື່ອ​ຈະ​ໃຫ້​ມີການ​ຢຸດ​ຍິງ​ລະຍະ​ຍາວ​ລະ​
ຫວ່າງ​ຄູ່​ ປໍ​ລະ​ປັກ​ທີ່​ຂົມ​ຂື່ນດັ່ງກ່າວ.

ອິສຣາ​ແອ​ລ ​ໄດ້ຖະຫລົ່ມ​ເຂດ​ກາຊາ ດ້ວຍການ​ໂຈມ​ຕີ​ທາງ​ອາກາດຫຼາຍໆບັ້ນ ​ໃນ​ວັນ​ສຸກ​
ວານ​ນີ້ ບໍ່​ດົນຫຼັງຈາກທີ່​ພວກ​ຮາ​ມັສເລີ້ມ​ຍິງ​ຈະ​ຫລວດຫຼາຍໆລູກ​ໃສ່​ອິສຣາ​ແອ​ລຄືນ​ໃໝ່
​ລຸນ​ຫຼັງທີ່​ການ​ເຈລະຈາ​ກັນ ​ຢູ່​ນະຄອນຫລວງ​ໄຄ​ໂຣຂອງ​ອີ​ຈິບ​ ເພື່ອ​ ຈະ​ຂະຫຍາຍ​ການ​
ຢຸດ​ຍິງ​ອອກ​ໄປ​ຕື່ມ​ອີກນັ້ນ ບໍ່​ສຳ​ເລັດ​ຜົນ.

ຊາວປາແລສໄຕນ໌ ຢືນຢູ່ເທິງຊາກຫັກພັງຂອງ ໂບດອິສລາມ al-Qassam ໃນສູນອົບພະຍົບທີ່ Nuseirat ໃນພາກກາງຂອງ Gaza Strip ຫຼັງຈາກ ຖືກໂຈມຕີ ທາງອາກາດ ຂອງອິສຣາແອລເມື່ອວັນເສົົາ ທີ 9 ສິງຫາ 2014.
ຊາວປາແລສໄຕນ໌ ຢືນຢູ່ເທິງຊາກຫັກພັງຂອງ ໂບດອິສລາມ al-Qassam ໃນສູນອົບພະຍົບທີ່ Nuseirat ໃນພາກກາງຂອງ Gaza Strip ຫຼັງຈາກ ຖືກໂຈມຕີ ທາງອາກາດ ຂອງອິສຣາແອລເມື່ອວັນເສົົາ ທີ 9 ສິງຫາ 2014.

ກອງທັບ​ອິສຣາ​ແອ​ລ ກ່າວ​ຫາ​ວ່າ​ພວກຮາ​ມັສຢູ່ໃນກາຊາ ວ່າ​
ໄດ້​ລະ​ເມີ​ດການ​ຢຸດ​ຍິງລະຍະ 72 ຊົ່ວ​ໂມງນັ້ນ ຫຼາຍຊົ່ວ​ໂມງ
ກ່ອນທີ່​ຈະ​ໝົດເວລາລົງ ​ໃນ​ຕອນ​ເຊົ້າຂອງ​ວັນ​ສຸກວານ​ນີ້.

​ໂຄສົກ​ຂອງ​ລັດຖະບານ​ອິສຣາ​ແອ​ລ ກ່າວ​ວ່າ ພວກຮາ​ມັສ
​ໄດ້​ແນ​ການ​ໂຈມ​ຕີໃສ່​ບັນດາພົນລະ​ເຮືອນ ​ຢ່າງ​ບໍ່​ເລື​ອກໜ້າ.

ທະຫານ​ອິສຣາ​ແອ​ລ ຈຳນວນ 64 ຄົນ ​ແລະພົນລະ​ເຮືອນ 3
ຄົນ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ການ​ຕໍ່ສູ້​ກັນ​ນີ້. ການເສຍ​ຊີວິດ​ສ່ວນ​
ໃຫຍ່ ​ແມ່ນເກີດ​ຂຶ້ນ ໃນ​ລະຫວ່າງ​ການ​ບຸກ​ເຂົ້າ​ໄປຂອງ​ກອງ​
ທະຫານອິສຣາ​ແອ​ລ​ ເພື່ອ​ທຳລາຍອຸມມົງຂ້າມຊາຍ​ແດນ ທັງ
ຫຼາຍ ຂອງ​ພວກຮາ​ມັສນັ້ນ.

​ຊາວ​ປາ​ແລ​ສ​ໄຕ​ນ໌ເກືອບ​ເຖິງ 1,900 ຄົນ ​ສ່ວນ​ໃຫຍ່ແມ່ນພົນລະ​ເຮືອນ ​ໄດ້​ເສຍ​ຊີວິດ
ເຊັ່ນ​ກັນ.

ພວກ ​ຮາ​ມັສກ່າວ​ວ່າ ພວກ​ເຂົາ​ຈະ​ບໍ່​ຢຸດເຊົາ ການ​ຕໍ່ສູ້ຈົນ​ກວ່າ​ອິສຣາ​ແອ​ລຈະ​ຍົກ​ເລີກ
​ກາ​ນປິດ​ລ້ອມເຂດກາຊາ ມາເປັນ​ເວລາ 7 ປີ​ແລ້ວ​ນັ້ນ ທີ່​ໄດ້​ເຮັດ​ໃຫ້​ຊາວ​ກາຊາ ອອກ
​ຈາກ​ເຂດ​ກາຊາ​ໄປ​ບໍ່​ໄດ້. ອິສຣາ​ແອ​ລກ່າວ​ວ່າ ພວກ​ຕົນ​ຈະ​ຢຸດຕິ​ການ​ປິດ​ລ້ອມ ຫຼັງຈາກ​
ທີ່ກາຊາ​ບໍ່​ມີ​ພວກ​ນັກ​ລົບ​ແລ້ວເທົ່າ​ນັ້ນ ຊຶ່ງ​ເປັນ​ເງື່ອນ​ໄຂ ທີ່​ຮາ​ມັສ​ໄດ້​ປະຕິ​ເສດ.

ISRAEL PALESTINIANS VO
please wait

No media source currently available

0:00 0:00:46 0:00

XS
SM
MD
LG