ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ການເຈລະຈາສັນຕິພາບ ພາກຕາເວັນອອກກາງ ຈະເລີ່ມຂຶ້ນທີ່ວໍຊິງຕັນ


ການເຈລະຈາສັນຕິພາບ ພາກຕາເວັນອອກກາງ ຈະເລີ່ມຂຶ້ນທີ່ວໍຊິງຕັນ
ການເຈລະຈາສັນຕິພາບ ພາກຕາເວັນອອກກາງ ຈະເລີ່ມຂຶ້ນທີ່ວໍຊິງຕັນ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ເປັນ
ເຈົ້າພາບຕ້ອນຮັບພວກຜູ້ນຳຈາກພາກຕາເວັນອອກກາງ
ຢູ່ທີ່ທຳນຽບຂາວ ໃນວັນພຸດມື້ນີ້ ໃນການດຳເນີນຄວາມ
ພະຍາຍາມເພື່ອຊ່ອຍໄກ່ເກ່ຍໃຫ້ບັນລຸຂໍ້ຕົກລົງສັນຕິພາບ
ລະຫວ່າງ ອິສຣາແອລແລະປາແລສໄຕນ໌ ພາຍໃນເວລາ ນຶ່ງປີ.

ປະທານາທິບໍດີໂອບາມາ ມີກຳນົດທີ່ຈະທຳການພົບປະ
ສອງຝ່າຍກັບນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈະ
ມິນ ເນຕັນຢາຮູ ແລະປະທານາທິບໍດີປາແລສໄຕນ໌ ທ່ານ
Mamoud Abbas ນຶ່ງມື້ກ່ອນທີ່ພວກຜູ້ນຳທັງສອງຈະເລີ້ມການເຈລະຈາໂດຍກົງ
ຢ່າງເປັນທາງການລະຫວ່າງກັນ.

ນອກນັ້ນ ປະທານາທິບໍດີສະຫະລັດ ຍັງຈະໄດ້ພົບປະກັບກະສັດ Afdullah ແຫ່ງຈໍແດັນ
ແລະປະທານາທິບໍດີອີຈິບ ທ່ານ Hosni Mubarak ຜູ້ນຳຂອງສອງປະເທດອາຣັບ ທີ່
ໄດ້ບັນລຸຂໍ້ຕົກລົງສັນຕິພາບ

XS
SM
MD
LG