ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

24 ຄົນເສຍຊີວິດ ໃນການດັກຍິງ ກຸ່ມພົນລະເຮືອນ ຮັກສາຄວາມປອດໄພ ຢູ່ໄນຈີເຣຍ


ສະມາຊິກຂອງກຸ່ມພົນລະເຮືອນຮັກສາຄວາມປອດໄພ ຂະນະປະຕິບັດງານ ຄຸ້ມຄອງການຈະລາຈອນ ໃນລັດບໍໂນ, ປະເທດໄນຈີເຣຍ
ສະມາຊິກຂອງກຸ່ມພົນລະເຮືອນຮັກສາຄວາມປອດໄພ ຂະນະປະຕິບັດງານ ຄຸ້ມຄອງການຈະລາຈອນ ໃນລັດບໍໂນ, ປະເທດໄນຈີເຣຍ
ພວກທີ່​ສົງໄສວ່າ ​ເປັນກຸ່ມ​ຫົວ​ຮຸນ​ແຮງ​ອິສລາມ ​ໄດ້​ສັງຫານ​ສະມາຊິກຢ່າງ​ໜ້ອຍ 24 ຄົນ​ຂອງ​ກຸ່ມ​ພົນລະ​ເຮືອນຮັກສາ​ຄວາມ​ປອດ​ໄພກຸ່ມ​ນຶ່ງ ​ໃນ​ປະ​ເທດ​ໄນ​ຈີ​ເຣຍ.

ການ​ໂຈມ​ຕີ​ດັ່ງກ່າວ ​ເກີດ​ຂຶ້ນ​ເມື່ອ​ວັນ​ສຸກ​ຜ່ານ​ມາ​ນີ້ ​ເວລາ​ກຸ່ມ​ສະ​ເພາະ​ກິດ ຮ່ວມພົນລະ​ເຮືອນຮັກສາ​ຄວາມ​ປອດ​ໄພ ຖືກ​ດັກ​ຍິງ ​ໃນ​ໝູ່​ບ້ານ​ແຫ່ງ​ນຶ່ງ​ໃນ​ລັດ Borno ພາກ​ຕາ​ເວັນອອກສຽງ​ເໜືອ​ຂອງ​ໄນ​ຈີ​ເຣຍ. 34 ຄົນ​ຍັງ​ຫາຍ​ສາບ​ສູນ ຫຼັງຈາກ​ການ​ໂຈມ​ຕີ.

ພວກ​ທີ່ລອດ​ຊີວິດມາຈາກການ​ດັກ​ຍິງ ບອກ​ເຈົ້າໜ້າ​ທີ່​ວ່າ ກຸ່ມ​ຂອງ​ພວກ ​ເຂົາ​ເຈົ້າທີ່​ມີ​ນໍາ​ກັນ​ປະມານ 100 ຄົນ ຖືກ​ໂຈມ​ຕີ​ໂດຍສະມາຊິກ​ຂອງ​ກຸ່ມ ທະຫານ​ບ້ານ Boko Haram ທີ່​ນຸ່ງ​ເຄຶ່ອງ​ແບບທະຫານ​ໄນ​ຈີ​ເຣຍ.

ກອງທັບ​ໄນ​ຈີ​ເຣຍ ​ໄດ້​ຊຸກຍູ້​ໃຫ້​ຈັດ​ຕັ້ງ​ກຸ່ມ​ພົນລະ​ເຮືອນ​ຮັກສາ​ຄວາມ​ປອດ ​ໄພ​ຂຶ້ນມາ ​ເພື່ອ​ຊ່ວຍ​ຕາມລ່າ​ສະມາຊິກກຸ່ມ​ທະຫານ​ບ້ານ Boko Haram ​ໂດຍ​ມີເປົ້າໝາຍ​ແນ​ໃສ່​ເພື່ອ​ຍຸຕິ​ການ​ກໍ່​ກະບົດ​ມາ​ໄດ້​ສີ່​ປີ ຂອງ​ພວກ​ຫົວ​ຮຸນ​ແຮງ​ອີສລາມດັ່ງກ່າວ.

ກຸ່ມ Boko Haram ໄດ້​ທໍາ​ການ​ໂຈມ​ຕີ​ຢ່າງ​ຮຸນ​ແຮງເຖິງ​ຂັ້ນ​ເສຍ​ຊີວິດ ຫຼາຍສິບ​ຄັ້ງ ນັບ​ຕັ້ງ​ແຕ່ເລີ່​ມການ​ລຸກ​ຮື​ຂຶ້ນ​ໃນ​ປີ 2009 ​ແລະ​ຖືກ​ຖິ້ມ​ໂທດ​ໃສ່​ວ່າ​ເປັນ​ຜູ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ ວິດ​ໄປ​ແລ້ວຫຼາຍພັນ​ຄົນ. ​ແຕ່ກຸ່ມ​ສິດທິ​ເວົ້າ​ວ່າ ທາງກອງທັບ​ໄດ້ສັງຫານຫຼາຍຮ້ອຍ​ຄົນ​ກ່ວາ​ນັ້ນ ​ໃນການ​ໂຈມ​ຕີໂຕ້​ຕອບ​ຄືນ ຢ່າງ​ໜັກ​ແລະ​ບໍ່​ເລືອກ​ໜ້ານັ້ນ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG