ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກຫົວຮຸນແຮງ ອິສລາມ ອ້າງເອົາຄວາມຮັບຜິດຊອບ ຕໍ່ການໂຈມຕີ ທີ່ຮ້າຍແຮງ ໃນອີຣັກ


ພວກນັກລົບ ນິກາຍ Shi'ite ຈາກເມືອງ Saraya al-Salam, ຜູ້ຈົງຮັກພັກດີ ຕໍ່ນັກສອນສາສະໜາ ຫົວຮຸນແຮງ Muqtada al-Sadr, ຢືນຍາມຢູ່ຖະໜົນສາຍນຶ່ງ ຫຼັງຈາກການໂຈມຕີ
ດ້ວຍລະເບີດ ຕໍ່ໂຮງງານຜະລິດແກັສທຳມະຊາດຂອງລັດ ຢູ່ໃນເມືອງ Taji ທີ່ຕັ້ງຢູ່ຊານເມືອງ ກ້ຳເໜືອ ຂອງນະຄອນ Baghdad ຂອງອີຣັກ, ວັນທີ 15 ພຶດສະພາ 2016.
ພວກນັກລົບ ນິກາຍ Shi'ite ຈາກເມືອງ Saraya al-Salam, ຜູ້ຈົງຮັກພັກດີ ຕໍ່ນັກສອນສາສະໜາ ຫົວຮຸນແຮງ Muqtada al-Sadr, ຢືນຍາມຢູ່ຖະໜົນສາຍນຶ່ງ ຫຼັງຈາກການໂຈມຕີ ດ້ວຍລະເບີດ ຕໍ່ໂຮງງານຜະລິດແກັສທຳມະຊາດຂອງລັດ ຢູ່ໃນເມືອງ Taji ທີ່ຕັ້ງຢູ່ຊານເມືອງ ກ້ຳເໜືອ ຂອງນະຄອນ Baghdad ຂອງອີຣັກ, ວັນທີ 15 ພຶດສະພາ 2016.

ກຸ່ມລັດອິສລາມ ທຳການໂຈມຕີ ທົ່ວອີຣັກ ໃນວັນອາທິດວານນີ້ ເຮັດໃຫ້ມີຢ່າງໜ້ອຍ 29 ຄົນ ເສຍຊີວິດ ແລະ ຫຼາຍກວ່າ 70 ຄົນ ບາດເຈັບ.

ການໂຈມຕີທີ່ຮ້າຍແຮງສຸດ ທີ່ກຸ່ມລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບນັ້ນ ກໍແມ່ນ ການບຸກໂຈມຕີຕໍ່ໂຮງງານຜະລິດແກັສທຳມະຊາດຂອງລັດ ທີ່ຕັ້ງຢູ່ໃກ້ກັບນະຄອນຫຼວງ Baghdad ໃນເວລາ ປະມານ 6 ໂມງເຊົ້າຕາມເວລາໃນທ້ອງຖິ່ນ. ຫຼັງຈາກລະເບີດແຕກ ຂຶ້ນ ລົດຕູ້ອີກຄັນນຶ່ງ ທີ່ບັນທຸກພວກກໍ່ການຮ້າຍ ທີ່ໃສ່ເສື້ອລະເບີດ ຢ່າງໜ້ອຍ 6 ຄົນ ກໍໄດ້ເຂົ້າໄປໃນພື້ນທີ່ ຂອງສະຖານທີ່ດັ່ງກ່າວ.

ເຈົ້າໜ້າທີ່ຕຳຫຼວດ ແຫ່ງຊາດ ຂອງອີຣັກ ຢືນຍາມ ຢູ່ນ້ອກໂຮງງານແກັສທຳມະຊາດ ໃນເມືອ Taji, ທີ່ຫ່າງຈາກນະຄອນຫຼວງ Baghdad 20 ກິໂລແມັດ ຢູ່ກ້ຳເໜືອ ຂອງປະເທດ, ວັນທີ 15 ພຶດສະພາ 2016.
ເຈົ້າໜ້າທີ່ຕຳຫຼວດ ແຫ່ງຊາດ ຂອງອີຣັກ ຢືນຍາມ ຢູ່ນ້ອກໂຮງງານແກັສທຳມະຊາດ ໃນເມືອ Taji, ທີ່ຫ່າງຈາກນະຄອນຫຼວງ Baghdad 20 ກິໂລແມັດ ຢູ່ກ້ຳເໜືອ ຂອງປະເທດ, ວັນທີ 15 ພຶດສະພາ 2016.

ຫຼັງຈາກມີການຍິງຕໍ່ສູ້ກັນ ປະມານຊົ່ວໂມງນຶ່ງ ກຳລັງຮັກສາຄວາມປອດໄພ ກໍສາມາດ ຢຸດຢັ້ງພວກຫົວຮຸນແຮງໄດ້. ແຕ່ບໍ່ແມ່ນກ່ອນໜ້າພວກເຂົາ ຈະສາມາດວາງເພີງໃສ່ ສະຖານທີ່ບັນຈຸແກັສ 3 ແຫ່ງ ອິງຕາມໂຄສົກ ສູນກອງບັນຊາການຂອງ Baghdad.

ອົງການຂ່າວສານ Aamaq ທີ່ເປັນເຄືອຂ່າຍຂອງກຸ່ມລັດອິສລາມ ໄດ້ລາຍງານວ່າ ກຸ່ມ “ທະຫານຂອງອິສລາມ” ແມ່ນເປັນພວກທີ່ຮັບຜິດຊອບ ສຳລັບການໂຈມຕີດັ່ງກ່າວນັ້ນ.

ຢູ່ແຫ່ງອື່ນ ໃນນະຄອນຫຼວງແບກແດດ ການໂຈມຕີດ້ວຍລະເບີດ ຢູ່ 3 ແຫ່ງ ທີ່ແຕກຕ່າງ ກັນ ໄດ້ແນເປົ້າໝາຍໃສ່ ສະຖານທີ່ ພານິດ ທີ່ໄດ້ສັງຫານພົນລະເຮືອນ ຢ່າງໜ້ອຍ 8 ຄົນ ແລະ ອີກ 28 ຄົນ ບາດເຈັບ ອິງຕາມການກ່າວອ້າງຂອງເຈົ້າໜ້າທີ່ຕຳຫຼວດ.

ແຜນທີ່ ເມືອງ Taji ຂອງອີຣັກ
ແຜນທີ່ ເມືອງ Taji ຂອງອີຣັກ

ໃນວັນອາທິດມື້ດຽວກັນ ຢູ່ໃນອີຣັກ 7 ຄົນຖືກຂ້າຕາຍ ລວມທັງ ທະຫານສອງຄົນ ແລະ 18 ຄົນໄດ້ຮັບບາດເຈັບ ຈາກການໂຈມຕີດ້ວຍລົດລະເບີດ ຢູ່ໃນເມືອງ Latifiyah ທີ່ຕັ້ງ ຢູ່ປະມານ 30 ກິໂລແມັດທາງກ້ຳໃຕ້ຂອງນະຄອນຫຼວງ. ຕຳຫຼວດໄດ້ກ່າວວ່າ ມັນໄດ້ແນ ເປົ້າໝາຍໃສ່ ສະຖານທີ່ຮ້ານຄ້າຂາຍ. 4 ຄົນທີ່ໄດ້ຮັບບາດເຈັບນັ້ນ ແມ່ນເປັນທະຫານ.

ການໂຈມຕີຄັ້ງຫຼ້າສຸດເຫຼົ່ານີ້ ມີຂຶ້ນຫຼັງຈາກທີ່ມີການໂຈມຕີ ໃນສັບປະດາແລ້ວນີ້ ຢູ່ໃນ ແບກແດດ ແລະ ແຫ່ງອື່ນໆ ທີ່ໄດ້ສັງຫານ ຫຼາຍກວ່າ 140 ຄົນ. ການໂຈມຕີນັ້ນ ມີຂຶ້ນ ໃນຂະນະທີ່ ກອງກຳລັງພາກພື້ນດິນຂອງອີຣັກ ໄດ້ບັນລຸໄຊຊະນະ ຢູ່ຫຼາຍໆເຂດ ທີ່ສຳຄັນ ໃນການຕໍ່ສູ້ຕ້ານກຸ່ມຫົວຮຸນແຮງລັດອິສລາມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Iraq IS Attack
please wait
Embed

No media source currently available

0:00 0:01:00 0:00

XS
SM
MD
LG