ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກກະບົດ ອິສລາມ ມາລີ ເຂົ້າຍຶດເອົາ ເມຶອງ Menaca


ກຸ່ມກະບົດອີສລາມ ເຂົ້າຍຶດເອົາເມຶອງ Menaca ຈາກກຸ່ມກະບົດ Tuareg
ກຸ່ມກະບົດອີສລາມ ເຂົ້າຍຶດເອົາເມຶອງ Menaca ຈາກກຸ່ມກະບົດ Tuareg
ປະຊາກອນ​ທີ່ຢູ່​ພາກ​ເໜືອ​ຂອງ Mali ກ່າວ​ວ່າ ພວກ​ກະບົດ
ອິສລາ​ມ ​ໄດ້​ເຂົ້າ​ຍຶດ​ເອົາ​ເມືອງ Menaca ຈາກກຸ່ມກະບົດ
Tuareg.

ບັນດາ​ຜູ້​ເຫັນ​ເຫດການ​ໃນ​ເມື​ອງ Menaca ພ້ອມ​ທັງ​ເຈົ້າ​
ເມືອງ ທ່ານ Baay Ag Muhammed ຜູ້ທີ່​ໄປ​ລີ້​ໄພ​ຢູ່​ນະ
ຄອນຫລວງ Bamako ກ່າວ​ຕໍ່ວີ​ໂອ​ເອວ່າ ພວກ​ກະບົດ
ຈາກຂະ​ບວນການ​ Oneness ​ແລະ ສົງຄາມ​ສັກ​ສິດ​ໃນ​
ອາ​ຟຣິກາ​ຕາ​ເວັນ​ຕົກ ຫລື MUJAO ​ໄດ້​ເຂົ້າ​ຄວບ​ຄຸມ​
ເມືອງດັ່ງກ່າວ​ແລ້ວ.

ກຸ່​ມ MUJAO ​ແລະ​ກຸ່​ມກະບົດອິສລາ​ມນຶ່ງ​ອີກ ຄື​ກຸ່ມ
Ansar Dine ​ໄດ້​ເຂົ້າ​ຍຶດ​ເອົາສ່ວນ​ໃຫຍ່ຂອງພາກ​ເໜືອ
Mali ​ໃນ​ຕົ້ນ​ປີ​ນີ້ຍ້ອນ​ຄວາມ​ສັບສົນ ຫຼັງຈາກທະ​ຫານ​ທໍາ​ການລັດຖະປະຫານ ທີ່​ເມືອງ
Bamako. ກຸ່​ມກະບົດ​ອິສລາມທັງ​ສອງ​ກຸ່​ມ ​ເປັນ​ທີ່​ເຊື່ອກັນ​ວ່າ ​ມີ​ຄວາມ​ສຳພັນ​ໃກ້ຊິດ
​ກັບກຸ່ມກໍ່​ການ​ຮ້າຍ al-Qaida ​ໃນ​ເຂດອິສລາມMaghreb.

ກຸ່​ມກະບົດ Tureg ​ທີ່​ບໍ່​ພົວພັນ​ກັບ​ສາສະໜາ ໃນ​ຄັ້ງ​ນຶ່ງ​ໄດ້​ຮ່ວມ​ກັນ​ກັບ ບັນ​ດາ​ກຸ່ມກະບົດ​ອິສລາມ ​ແຕ່​ຄວາມ​ເປັນພັນທະ​ມິດ​ໄດ້​ຂາດ​ລົງ ຍ້ອນ​ມີການໂຕ້​ຖຽງ​ກັນ​ກ່ຽວ​ກັບການ​ນໍາ​ໃຊ້ກົດໝາຍ Sharia ຢູ່​ໃນ​ຂົງ​ເຂດ ດັ່ງກ່າວ. ກຸ່​ມຫົວ​ຮຸນ​ແຮງອິສລາ​ມ ​ໄດ້​ຈັດ​ໃຫ້​ມີ​ການ​ສັງຫານ​ຢູ່​ໃນທີ່​ສາ​ທາ​ລະນະ ການ​ຕັດ​ມືຕັດ​ຕີນ ​ແລະການ​ລົງ​ໂທດ​ດ້ວຍ​ການຂ້ຽນຕີໃນ​ຄວາມ​ພະຍາຍາມ ​ເພື່ອ​ບັງ​ຄັບ​ໃຫ້​ປະຕິບັດ​ຕາມກົດໝາຍສາສະໜາ ອິສລາ​ມນັ້ນ.

​ໃນ​ເດືອນ​ແລ້ວ​ນີ້ ສະພາ​ຄວາມ​ໜັ້ນຄົງ ສະຫະ​ປະຊາ​ຊາດ ​ໄດ້ຮັບຜ່ານ​ມະຕິ​ສະບັບ​ນຶ່ງ ​ແຜ້ວ​ທາງ​ໃຫ້​ມີ​ການ​ສົ່ງ​ກຳລັງ​ທະຫານ​ຕ່າງປະ​ເທດ​ໄປ​ຍັງ Mali​.
XS
SM
MD
LG