ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກນັກລົບ ອິສລາມ ຖອນອອກຈາກ ເມືອງ Azaz ໃນ ພາກເໜືອຊີເຣຍ (ສະໄລດ໌)


ແຜນທີ່ເມືອງ Azaz ໃນພາກເໜືອຊີເຣຍ
ແຜນທີ່ເມືອງ Azaz ໃນພາກເໜືອຊີເຣຍ
ມີລາຍງານວ່າ ພວກມຸສລິມຫົວຮຸນແຮງຈັດກຸ່ມນຶ່ງ ເລີ້ມຖອນໂຕ
ອອກຈາກເຂດຄວບຄຸມ ຂອງພວກຕໍ່ຕ້ານລັດຖະບານ ໃນພາກ
ເໜືອຊີເຣຍຫຼັງຈາກໄດ້ມີການຍື່ນຄຳຂາດຈາກພວກຫົວຮຸນແຮງ
ຈີຮາດດີ ທີ່ເປັນຄູ່ແຂ່ງກຸ່ມນຶ່ງ.

ກຸ່ມສັງເກດການສິດທິມະນຸດໃນຊີເຣຍກ່າວວ່າ ພວກນັກລົບຂອງ
ກຸ່ມລັດອິສລາມໃນອີຣັກ ແລະ Levant ຫລື ISIL ໄດ້ຖອນອອກ
ຈາກເມືອງ Azaz ແລະບໍລິເວນອ້ອມແອ້ມ.

ໃນອາທິດນີ້ກຸ່ມຫົວຮຸນແຮງ al-Nusra ທີ່ເປັນຄູ່ແຂ່ງຊຶ່ງເປັນເຄືອ
ຂ່າຍ ຂອງພວກກໍ່ການຮ້າຍອາລກາອີດານັ້ນ ກ່າວວ່າ ຕົນຈະບັງ
ຄັບໃຫ້ກຸ່ມ ISIL ຖອນ ອອກໄປຈາກເຂດດັ່ງກ່າວ ຖ້າຫາກບໍ່ຍອມຮັບເອົາການໄກ່ເກ່ຍຂອງ
ພວກນັກບວດສາສະໜາອິສລາມ ລຸນຫລັງທີ່ໄດ້ມີການເສຍຊີວິດຂອງຜູ້ບັນຊາການອະວຸໂສ ຂອງກຸ່ມຫົວຮຸນແຮງນີ້. ກຳນົດເສັ້ນຕາຍແມ່ນໝົດອາຍຸລົງໃນວັນເສົາມື້ນີ້.

ກຸ່ມ ISIL ເປັນກຸ່ມທີ່ແຍກໂຕ ອອກຈາກພວກອາລກາອີດາ ທີ່ໄດ້ເຂົ້າຄວບຄຸມເມືອງດັ່ງກ່າວ
ຊຶ່ງຕັ້ງຢູ່ໃກ້ຊາຍແດນເທີກີ ໃນປີກາຍນີ້ ຈາກພວກນັກລົບ ຕໍ່ຕ້ານລັດຖະບານຊີເຣຍ ອີກກຸ່ມ ນຶ່ງ.

ການສູ້ລົບກັນ ເປັນເວລາຫຼາຍໆເດືອນ ລະຫວ່າງກຸ່ມອິສລາມ ຕໍ່ຕ້ານລັດຖະບານໃນຊີເຣຍ
ເຮັດໃຫ້ພວກນັກລົບເສຍຊີວິດຫຼາຍພັນຄົນ ແລະມີການແຕກແຍກກັນຫຼາຍຂຶ້ນຢູ່ໃນບັນດາ ພວກຕໍ່ຕ້ານທີ່ເປັນກ້ອນເປັນກຸ່ມຢູ່ແລ້ວ ທີ່ພະຍາຍາມຈະໂຄ່ນລົ້ມປະທານາທິບໍດີ Bashar
al-Assad.

ໃນຂະນະດຽວກັນທ່ານ Martin Nesirky ໂຄສົກຂອງເລຂາທິການໃຫຍ່ອົງການສະຫະປະ ຊາຊາດ ທ່ານ Ban Ki-moon ກ່າວວ່າ ອົງການອົບພະຍົບ ຂອງສະຫະປະຊາຊາດ ໄດ້ສະ ໜອງການສົ່ງເຄື່ອງບັນເທົາທຸກທາງເຮືອບິນ ໜັກ 31 ໂຕນ ຢູ່ໃນຊີເຣຍ ຮວມທັງຢາວັກຊີນ ກັນໂຣກສຳລັບ 250,000 ຄົນແລະອຸບປະກອນການແພດຈຳນວນນຶ່ງ.

ທ່ານກ່າວວ່າ ອົງການດັ່ງກ່າວ ຍັງໄດ້ຈັດສົ່ງອາຫານຫໍ່ຈຳນວນນຶ່ງ ໄປໃຫ້ເມືອງ Yarmouk ກ່ອນທີ່ມີລາຍງານວ່າໄດ້ເກີດການຍິງຕໍ່ສູ້ກັນຢູ່ບ່ອນແຈກອາຫານທີ່ໄດ້ບັງຄັບໃຫ້ພວກເຈົ້າ ໜ້າທີ່ຊ່ອຍເຫຼືອຖອນໂຕອອກໄປນັ້ນ.

XS
SM
MD
LG