ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ແລະ ຫ້າປະເທດອາຣັບ ໂຈມຕີຕ້ານ ກຸ່ມ ລັດອິສລາມ ໃນຊີເຣຍ (​ສະ​ໄລ​ດ໌/ວີດີໂອ)


The guided-missile cruiser USS Philippine Sea launches a Tomahawk cruise missile at a target in Syria, Sept 23, 2014.
The guided-missile cruiser USS Philippine Sea launches a Tomahawk cruise missile at a target in Syria, Sept 23, 2014.

ສະຫະລັດແລະ​ກຸ່ມ​ຫ້າປະ​ເທດ​ອາຣັບໄດ້​ທຳ​ການ​ໂຈມຕີ​ທາງ​ອາ
ກາດຕໍ່ກຸ່ມ ​ຫົວ​ຮຸນແຮງລັດ​ອິສລາມ ​ໃນ​ຊີ​ເຣຍ.

ຖ​ະ​ແຫລ​ງການ​ສະບັບ​ນຶ່ງ ທີ່ນຳອອກເຜີຍແຜ່ໃນ​ວັນ​ອັງຄານ​ມື້​ນີ້
ໂດຍກອງບັນຊາການ ທະຫານສະຫະລັດ ໃນເຂດພາກຕາເວັນ
ອອກກາງ ອາຟຣິກາເໜືອແລະ ເອເຊຍກາງ ຫລື CENTCOM
ກ່າວ​ວ່າ ການ​ໂຈມຕີ​ທາງ​ອາກາດ 14 ຖ້ຽວ​ເມື່ອ ຄືນແລ້ວນີ້ ​ໄດ້​
ສ້າງ​ຄວາມ​ເສຍ​ຫາຍ ຫລື ທຳລາຍ​ເປົ້າໝາຍ​ຕ່າງໆ ຢູ່​ໃນ​ສີ່​ເຂດ
ທາງ​ພາກ​ຕາ​ເວັນ​ອອກ​ຂອງຊິ​ເຣຍ ຮວມ​ທັງ​ທີ່​ໝັ້ນໃຫຍ່ອັນ​ສຳ​ຄັນຂອງກຸ່ມ​ລັດ​ອິສລາມໃນ ເມືອງ Raqqa.

ຖະແຫຼງການກ່າວຕໍ່ໄປ​ວ່າ Bahrain, Qatar, Saudi Arabia, Jordan ​ແລະສະຫະລັດ ອາຣັບ Emirates ​ໄດ້ເຂົ້າ​ຮ່ວມຫລື​ໃຫ້ການ​ສະໜັບສະໜູນໃນການ​ໂຈມຕີ ທີ່​ໄດ້ຖະຫລົ່ມ ຄ້າຍ​ເຝິກ​ແອບ ​ກອງ​ບັນຊາ​ການ​ ແລະ​ສູນ​ກາງ​ການ​ເງິນຂອງພວກ​ຫົວ​ຮຸນ​ແຮງ​.

ກຸ່ມສີ້​ງຊອມ​ສິດທິ​ມະນຸດ​ໃນ​ຊິ​ເຣຍ ​ທີ່​ມີ​ຫ້ອງການ​ຢູ່ອັງກິດ ລາຍ​ງານ​ວ່າ ການ​ໂຈມ​ຕີ​ໄດ້​ສັງ ຫານ ຫລືເຮັດໃຫ້ພວກ​ຫົວ​ຮຸນ​ແຮງ​ຫລາຍ​ສິບ​ຄົນໄດ້​ຮັບ​ບາດ​ເຈັບ.

​ໂຄສົກ​ທຳນຽບຫ້າ​ແຈ​ ພັນ​ໂທ​ທະຫານ​ມາຣີນ Jeff Pool ກ່າວ​ຕໍ່ວີ​ໂອ​ເອ ໃນຕອນ​ແລງ​ວັນ
​ຈັນ​ວານ​ນີ້​ວ່າ ການ​ໂຈມ​ຕີດັ່ງກ່າວແມ່ນ​ພົວພັນກັບ​ເຮືອບິນ​ລົບ​ ​ເຮືອບິນ​ຖີ້ມລະ​ເບີດແລະ ​ກຳປັ່ນຢູ່​ທະ​ເລ ທີ່​ໄດ້​ຍິງລູກ​ສອນ​ໄຟ​ຄຣູສ.

ເມືອງ Raqqa ປະເທດຊີເຣຍ
ເມືອງ Raqqa ປະເທດຊີເຣຍ

ພັນ​ໂທ Jeff Pool ກ່າວ​ວ່າ “ຂ້າພະ​ເຈົ້າຂໍ​ຢືນຢັນ​ວ່າ ກອງ​ທັບ​
ສະຫະລັດແລະກຳລັງຂອງປະເທດພາຄີໄດ້ປະຕິບັດ​ງານ​ທາງ
​ທະຫານ​ຮ່ວມກັນ ຕໍ່ພວກກໍ່​ການ​ຮ້າຍ ISIL ຢູ່​ໃນ​ຊິີເຣຍ ​ໂດຍ
​ໃຊ້ທັງເຮືອບິນລົບ ເຮືອບິນ​ຖີ້ມລ​ະ​ເບີດແລະ​ລູກ​ສອນ​ໄຟຄຣູສ
Tomahawk ​ໂຈມ​ຕີ​ທາງພາກພື້ນດິນ. ໂດຍທີ່​ການ​ປະຕິບັດ​
ງານເຫຼົ່ານີ້ ​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ ພວກ​ເຮົາ​ບໍ່ຢູ່ໃນ​ທ່າທີ ທີ່ຈະ​ໃຫ້​
ລາຍ​ລະອຽດ​ເພີ້​ມ​ເຕີມ​ໃນ​ຂະນະ​ນີ້. ການ​ຕັດສິນ​ ໃຈ​ໃນການ
ໂຈມ​ຕີ​ດັ່ງກ່າວ ໄດ້​ມີ​ຂື້ນໃນ​ຕອນ​ເຊົ້າມື້ນີ້ ໂດຍ​ຜູ້ບັນຊາ​ການທະຫານສະຫະລັດ ໃນເຂດ ພາກຕາເວັນອອກກາງ ພາຍໃຕ້​ການ​ອະນຸມັດທີ່ໄດ້ມອບໝາຍໃຫ້ແກ່ທ່ານໂດຍຜູ້​ບັນຊາ
​ການ​ສູງ​ສຸດ. ພວກ​ເຮົາ​ຈະ​ໃຫ້​ລາຍ​ລະ​ອຽດ​ເພີ້​ມ​ເຕີມຕາມ​ພາຍຫຼັງໃນ​ຂະນະ​ທີ່​ການ​ປະ​ຕິ​
ບັດ​ງານ​ເຫັນ​ສົມ​ຄວນ.”

ລັດຖະມົນຕີ​ຕ່າງປະ​ເທດ​ຊິ​ເຣຍ ກ່າວ​ວ່າ ສະຫະລັດ ​ໄດ້​ແຈ້ງ​ໃຫ້​ເອກ​ອັກຄະ​ລັດຖະທູດ ຂອງຕົນປະຈຳອົງການສະຫະ​ປະຊາ​ຊາດ​ຊາບ ​ກ່ຽວ​ກັບ​ການ​ໂຈມ​ຕີກ່ອນ ​ທີ່​ຈະມີ​ຂື້ນ.

​ຜູ້ນຳ ຂອງກຸ່ມແນວໂຮມ ຕໍ່ຕ້ານລັດຖະບານຊີເຣຍ ທີ່​ໄດ້ຮັບການໜູນ​ຫລັງ ​ໂດຍປະເທດ
ຕາ​ເວັນ​ຕົກ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີກັບ​ການ​ໂຈມ​ຕີ​ທາງ​ອາ​ກາດໂດຍ​ກ່າວ​ວ່າ ປະຊາ​ຄົມ ນາໆຊາດໄດ້​ເຂົ້າຮ່ວມ​ເຂົາ​ເຈົ້າ​ຕໍ່ສູ້​ຕ້ານ​ກຸ່ມ​ລັດ​ອິສລາມແລ້ວ.

US SYRIA AIRSTRIKES VO
please wait

No media source currently available

0:00 0:01:57 0:00

XS
SM
MD
LG