ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບໍ່ມີຂອບເຂດຕໍ່ການກໍ່ ຄວາມໂຫດຮ້າຍປ່າເຖື່ອນ ຂອງພວກລັດອິສລາມ


Islamic State Sets No Limits To Destruction
please wait

No media source currently available

0:00 0:02:53 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ເບິ່ງ​ຄື​ວ່າ ບໍ່​ມີ​ຂອບ​ເຂດ​ເລີຍຕໍ່​ຄວາມ​ໂປດ​ຮ້າຍ​ປ່າ​ເຖື່ອນ ທີ່​ພວກ
ນັບຖືສາສະໜາ​ອິສລາມຫົວ​ຮຸນ​ແຮ​ງຈັດ ກໍ່​ຂຶ້ນ ​ໃນ​ຄວາມ​ຕັ້ງ​ໃຈ
​ຂອງ​ພວກ​ເຂົາ ທີ່​ຈະ​ສ້າງ​ໂລກ​ໜຶ່ງ​ຂຶ້ນ​ມາ ​ໂດ​ຍອິງ​ຕາມ​ການ​ຕີ​
ຄວາມ​ໝາຍ​ສາສະໜາ​ອິສລາມ​ຂອງ​ພວກ​ເຂົາ​ເອງ​ນັ້ນ. ​ໃນ​ຂະນະ
​ທີ່​ພວກ​ຫົວ​ຮຸນ​ແຮງ​ຂອງ​ກຸ່ມ ອິສລາມສືບ​ຕໍ່​ໄປ​ບົນ​ເສ້ນ​ທາງ ສ້າງ
​ຄວາມ​ເສຍ​ຫາຍຂອງ​ພວກ​ເຂົາ​ນັ້ນ ບັນດາ​ຊ່ຽວຊານ​ກ່າວ​ວ່າ ພວກ​
ເຂົາ​ກໍ​ແມ່ນ​ພ້ອມ​ແລ້ວ​ທີ່​ຈະ​ທຳລາຍ​ທຸກໆ​ຄົນ ຫລື​ທຸກໆສິ່ງ ທີ່​ບໍ່​ຖືກ
ຕ້ອງ​ກັບ​ທັດສະນະ​ວິ​ໄສ​ຂອງ​ພວກ​ເຂົາ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Zlatica
Hoke ມີ​ລາຍ​ງານກ່ຽວ​ກັບ​ເລື້ອງ​ນີ້ ຊຶ່ງ​ດາຣາຈະ​ນຳ​ມາສະ​ເໜີ​ທ່ານ.

​ເມື່ອ​ວັນພະຫັດ​ຜ່ານ​ມາ​ນີ້ ກຸ່ມ​ລັດ​ອິສລາມ​ໄດ້​ເປີດ​ເຜີຍ​ຮູບ​ເງົາ​ວີ​ດີ​ໂອ​ອັນ​ໜຶ່ງ ທີ່​ສະ​ແດງ​ໃຫ້
ເຫັນ​ພວກ​ຫົວ​ຮຸນແຮງສ້າງ​ຄວາມ​ເສຍ​ຫາຍ​ແລະ ທຳລາຍຮູບ​ປັ້ນ​ໂບຮານ ​ແລະ​ສິ່ງ​ປະ​ດິດ
ອັນ​ເກົ່າ​ແກ່ຕ່າງໆ ຢູ່​ໃນ​ເມືອງ ​ໂມ​ຊູ​ລ ທາງພາກ​ເໜືອ​ຂອງ​ອິຣັກ ຊຶ່ງ​ຜົນງານ​ບາງ​ອັນ​ແມ່ນ
ເກົ່າ​ແກ່​ຫລາຍ​ກ່ວາ 2 ພັນ​ປີ ​ແລະມີ​ຄຸນຄ່າ​ທີ່ຄຳນວນ​ບໍ່​ໄດ້​ເລີຍ.

ຊາຍ​ຄົນ​ໜຶ່ງ​ຢູ່​ໃນ​ວີ​ດີ​ໂອ ຍາວ 5 ນາທີນັ້ນ ກ່າວ​ວ່າ ຮູບ​ປັ້ນ​ເຫລົ່ານັ້ນຖືກ​ທຳລາຍ​ ກໍເພາະ
ວ່າ ມັນ​ເປັນ​ສິ່ງ​ບູຊາ​ທາງສາ​ສະນາ​ຂອງ​ຊາວ ອັສຊີຣຽນ ​ແລະ​ຊາວ​ອາ​ເຄດຽນ ຊຶ່ງ​ເປັນ​ພວກ​ຊົນຊາດເກົ່າແກ່ ທີ່​ບໍ່​ນັບຖື​ພ​ະ​ເຈົ້າ​ອົງ​ດຽວ. ຜູ້ກ່ຽວ​ເວົ້າ​ວ່າ ພະ​ສາ​ສະ​ດາ​ຈານ​ໂມ​ຮຳ​ເມັດໄດ້​
ມີ​ຄຳ​ສັ່ງ​ໃຫ້ ທຳລາຍ​ສັນຍາ​ລັກ​ທາງ​ສາສະໜາ​ແບບ​ນັ້ນ​ທັງ​ໝົດ.

ແຫລ່ງທຶນຂອງພວກກຸ່ມລັດອິສລາມ (ຄລິກເພື່ອຂະຫຍາບພາບໃຫ້ໃຫຍ່)
ແຫລ່ງທຶນຂອງພວກກຸ່ມລັດອິສລາມ (ຄລິກເພື່ອຂະຫຍາບພາບໃຫ້ໃຫຍ່)

ກຸ່ມ​ລັດ​ອິສລາມ​ແມ່ນ​ນັບຖື​ສາສະໜາ​ອິສລາມນິກາຍ​ຊຸນ​ນີ ທີ່​ເຄັ່ງ​
ຄັດ ​ແລະ​ບໍ່​ໂຍະຍານ​ຜ່ອນຜັນ​ຕໍ່​ອັນ​ທີ່​ພວກ​ເຂົາ​ເຫັນ​ວ່າ ​ເປັນ​ການ
​ຫັນ​ເຫ​ອອກ​ໄປ​ຈາກ​ຄຳ​ພິ ຄໍຣານ. ພວກ​ເຂົາ​ໄດ້​ທຳລາຍ​ສະຖານ​ທີ່
​ສັກສິດ​ຫລາຍໆ​ແຫ່ງຂອງ​ຊາວ​ ມຸສລິ​ມ ນິກາຍ Shiite ​ແລະ Sufi
ຕະຫລອດ​ທັງ​ວັດ​ຂອງ​ຊາວ​ຄຣິສຢູ່​ໃນ​ຫລາຍໆ​ເຂດ​ຂອງ​ອີຣັກ​ແລະ
​ຊີເຣຍ ທີ່ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ພວກ​ເຂົາ​ນັ້ນ.

​ແຕ່​ວ່າ ມັນ​ແມ່ນ​ການ​ທຳລາຍ​ຊີວິດ​ຂອງ​ມະນຸດ​ ທີ່ເຮັດໃຫ້ໂລກເປັນ​ຫ່ວງ​ ຫລາຍ​ກ່ວາການ
ທັບ​ມ້າງທຳລາຍ​ວັດຖຸ. ພວກ​ຫົວ​ຮຸນ​ແຮງລັດ​ອິສລາມ​ ​ໄດ້ນຳ​ອອກ​ເຜີຍ​ແຜ່​ໃຫ້​ໂລກ​ໄດ້​ເຫັນ
ມາ​ແລ້ວ ວີ​ດີ​ໂອ​ທີ່​ໜ້າ​ຂະ​ຫຍະ​ຂະ​ແຫຍງ​ແລະ​ສະ​ຢອງຂວັນ ຂອງ​ການ​ປຸກລະດົມ​ກໍ່​ການ​ຮ້າຍຂອງ​ພວກ​ເຂົາ ຊຶ່ງ​ມີ​ໂຮມ​ທັງ​ການ​ຕັດ​ຄໍ​ຜູ້​ຄົນ​ທີ່​ຖືກ​ພວກ​ເຂົາ​ຈັບ​ໄປ.

ເອກ​ອັກຄະ​ລັດຖະທູດ​ສະຫະລັດ ສຳ​ຫລັບ​ເສລີພາບ​ດ້ານ​ສາສະໜາ​ສາກົນ ທ່ານ David Saperstein ບອກ​ກັບ​ໂທລະພາບ Alhurra ວ່າ ພວກ ISIL ຊຶ່ງ​ເປັນ​ອີກ​ຊື່​ໜຶ່ງ​ຂອງກຸ່ມ
​ລັດ​ອິສລາມ Islamic State ຫລື IS ນັ້ນ ກຳລັງ​ທຳລາຍ​ຫລາກ​ຫລາຍປະຊາ​ຄົມ ທີ່ເຄີຍ​
ໄດ້​ດຳລົງ​ຢູ່​ຄຽງ​ຂ້າງ​ກັນມາ ຢ່າງ​ສະຫງົບສຸກ​ແລະ​ດ້ວຍ​ຄວາມ​ເຄົາລົບນັບຖື​ຊຶ່ງກັນ​ແລະ​ກັນ
ແຕ່​ໃດໆ​ມາ ​ຢູ່​ໃນ​ອີຣັກ​ແລະ​ຊີ​ເຣຍນັ້ນ.

ທ່ານ Saperstein ກ່າວວ່າ “ພວກ​ເຂົາ​ຕ້ອງການ​ບັງຄັບ​ໃຫ້​ທຸກໆ​ຄົນ ນັບຖື​ແລະ
​ປະຕິ​ບັດ ​ທັດສະນະ​ອັນເຄັ່ງ​ຄັດແລະຮຸນ​ແຮງ​ຈັດ​ຂອງ​ສາສະໜາ​ອິສລາມ ​ແລະ​
ພວກ​ເຂົາ​ກຽມ​ພ້ອມ​ທີ່​ຈະ​ຂັບ​ໄລ່​ອອກ​ໄປ ຫລື​ບໍ່​ກໍ​ສັງ ຫານພວກ​ທີ່​ບໍ່​ເຫັນ​ພ້ອມ​
ນຳ​ພວກ​ເຂົາ.”

ວີດີໂອ: ການທຳລາຍວັດຖຸໂບຮານຂອງເມືອງໂມຊູລ ສ້າງຄວາມຕົກໃຈໃຫ້ແກ່ບັນດາ ນັກໂບຮານນະຄະດີ:

Destruction of Iraq Artifacts Shocks Archaeologists
please wait

No media source currently available

0:00 0:03:17 0:00

ພວກ​ຊາວ​ມຸສລິ​ມ ທີ່​ມີ​ແນວ​ຄິດ​ທີ່​ແຕກ​ຕ່າງ​ໄປ ​ແມ່ນ​ບໍ່​ໄດ້​ຮັບ​ການ​ຍົກເວ້ນ​ຈາ​ກການ​ກະທຳ
ອັນໂຫດຮ້າຍ​ປ່າ​ເຖື່ອນ​ຂອງ​ພວກ​ເຂົາ​ເລີຍ. ພວກເ​ເມ່ຍິງ​ກັບ​ເດັກ​ນ້ອຍກໍເຊັ່ນ​ກັນ. ທ່ານນາງ Renate Winter ຈາກ​ຄະນະ​ກຳມະການ​ສິດທິ​ຂອງ​ເດັກ ຂອງ​ອົງການ​ສະຫະ​ປະຊາ​ຊາດ
ກ່າວ​ວ່າ:

"ຢູ່​ໃນ​ຫລາຍໆ​ບ່ອນ ​ທີ່​ພວກ ISIL ມີ​ອຳ​ນາດແຂງ​ແຮງນັ້ນ ພວກ​ເຂົາ​ໄດ້​ຈັບ
ພວກ​ເດັກນ້ອຍຂອງບັນດາ​ຊົນ​ເຜົ່າ​ນ້ອຍໄປ ແລ້ວ​ກໍ​ເອົາ​ໄປ​ຂາຍ​ຢູ່​ໃນຕະຫລາດ ​
ໂດຍ​ມີ​ປ້າຍ​ລາຄາ​ຕິດ​ຢູ່ ​ແລະ​ຂາຍ​ພວກ​ເດັກນ້ອຍເຫລົ່າ​ນັ້ນ ​ໃຫ້​ເປັນ​ຂ້າ​ທາດ.”

ອົງ​ການ​ສະຫະ​ປະຊາ​ຊາດ​ລາຍ​ງານ​ວ່າ ພວກ​ເດັກນ້ອຍ​ທີ່​ຖືກ​ກຸ່ມ​ລັດ​ອິສລາມ​ຈັບ​ໄປ​ນັ້ນ ​
ປະ​ເຊີນ​ກັບ​ຊະ​ຕາ​ກຳ​ທີ່ໂຫດ​ຮ້າຍ. ທ່ານນາງ Winter ກ່າວ​ວ່າ:

“ພວກ​ເຮົາ​ໄດ້ຮັບ​ລາຍ​ງານ​ມາ​ວ່າ ພວກ​ເດັກນ້ອຍ​ທີ່​ຖືກ​ຈັບ​ໄປ​ ​ໂດຍ​ສະ​ເພາະ
​ພວກ​ເດັກນ້ອຍ ທີ່​ມີ​ບັນຫາ​ທາງ​ດ້ານ​ສະໝອງ​ນັ້ນ ​ໄດ້​ຖືກ​ໃຊ້ໃຫ້ທຳ​ການ​ໂຈມ​ຕີ
ສະຫລະ​ຊີບ​ດ້ວຍ​ລະ​ເບີດ ຊຶ່ງ​ສ່ວນ​ໃຫຍ່​ແລ້ວ ພວກ​ເຂົາ​ກໍ​ຄົງຈະ​ບໍ່​ເຂົ້າ​ໃຈ​ຫຍັງ​.
ມີ​ວີ​ດີ​ໂອ ທີ່​ສະ​ແດງ​ໃຫ້​ເຫັນ​ເດັກນ້ອຍ ທີ່​ອາຍຸຍັງ​ນ້ອຍ​ຫລາຍ ປະມານ 8 ປີ​ນີ່​
ແຫລະ​ ແລະ​ນ້ອຍ​ກ່ວາ​ນັ້ນ​ກໍ​ມີ ທີ່​ໄດ້​ຮັບ​ການ​ເຝິກ​ແອບ​ໃຫ້​ເປັນ​ທະຫານ​ເດັກ.”

​ເຖິງ​ປານ​ນັ້ນ ການ​ໂຄສະນາ​ຊວນ​ເຊື່ອ​ຂອງ​ພວກ​ອິສລາມ​ຫົວ​ຮຸນ​ແຮງ​ຈັດ​ ກໍ​ຍັງດຶງ​ດູດ​ຄວາມ
ສົນໃຈຂອງ​ເຍົາວະ​ຊົນ​ມຸສລິ​ມບາງ​ຄົນ ຢູ່​ໃນ​ທົ່ວ​ໂລກ. ​

ໃນ​ຂະນະ​ທີ່​ຫລາຍໆ​ລັດຖະບານ ພາກັນ​ເຮັດ​ວຽກ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ປະຊາຊົນ​ຂອງ​ຕົນ ​ເດີນທາງ​ໄປ​ຍັງ​ຊີ​ເຣຍ ​ເພື່ອໄປເຂົ້າ​ຮ່ວມ​ກັບ​ພວກກຸ່ມ​ອິສລາມ​ນັ້ນ ຫລາຍໆ​ຄົນ​ກໍ​ພາກັນ​ຮຽກຮ້ອງ ​ໃຫ້​ມີ​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ຫລາຍ​ຂຶ້ນ ​ເພື່ອ​ຕໍ່​ສູ້​ກັບການ​ຫັນປ່ຽນຜູ້​ຄົນ
ໃຫ້ກາຍ​ເປັນ​ຄົນຫົວ​ຮຸນ​ແຮງ​ນັ້ນ.

ສະຫະລັດວ່າ ພວກ IS ຍັງເປັນໄພຂົ່ມຂູ່ທີ່ໜ້າຢ້ານກົວຢູ່:

US: IS Losing Ground, Remains 'Formidable'
please wait

No media source currently available

0:00 0:02:35 0:00

XS
SM
MD
LG