ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມ​ລັດ​ອິສລາ​ມ ​​ອອກ​ມາ​ອ້າງ​ເອົາ​ ຄວາມ​ຮັບຜິດຊອບ ​ໃນການ​ໂຈມ​ຕີ ທີ່ລັດເທັກຊັສ


US Shooting Cartoon
please wait
Embed

No media source currently available

0:00 0:00:55 0:00

ກຸ່ມ​ຫົວ​ຮຸນ​ແຮງລັດ​ອິສລາ​ມ ​ໄດ້​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບ
ຜິດຊອບ​ໃນ​ການ​ໂຈມ​ຕີ​ເມື່ອ ​ວັນ​ອາທິດ​ທີ່ຜ່ານ​ມາ​ ​ຢູ່​ຫໍປະຊຸມ
​ແຫ່ງ​ນຶ່ງ​ໃນ​ລັດ Texas ທາງພາກ​ໃຕ້ຂອງສະຫະລັດ ບ່ອນ​ທີ່
​ໄດ້​ມີ​ການແຂງ​ຂັນ ການ​ວາດ​ກາ​ຕູນ ພະສາ​ສະ​ດາ Muhammad.

ຍັງ​ບໍ່​ທັນ​ໄດ້​ມີ​ການສະ​ແດງຄວາມເຫັນ​ໃດໆຈາກ​ສະຫະລັດ ​
ໃນ​ທັນທີ​ນີ້​ເທື່ອ ກ່ຽວ​ກັບ​ການ​ກ່າວ​ອ້າງ​ຂອງກຸ່ມລັດ​ອິສລາ​ມ​ນັ້ນ.

ກຸ່ມ​ຫົວ​ຮຸນ​ແຮງ​ຈັດດັ່ງກ່າວ ​ໄດ້​ປະກາດ​ໃນ​ວັນ​ອັງຄານ​ມື້​ນີ້
​ທາງ​ສະຖານີວິທະຍຸຂອງ​ຕົນ ​ໂດຍ​ກ່າວ​ວ່າ “ສອງ​ທະຫານ
​ຜູ້​ກ້າ​ຂອງອານາຈັກອິສລາມ​” ​ໄດ້​ທຳ​ການ​ໂຈມ​ຕີ​ໃນ​ວັນ​ອາທິດ
​ຜ່ານ​ມາ​ນີ້ ຢູ່​ບ່ອນທີ່​ມີ​ການຈັດງານ ກ່ຽວ​ກັບ​ເລື້ອງ​ສິດທິ​ໃນ​ການ​ປາກ​ເວົ້າ ​ໃນ​ເມືອງ Garland​. ກຸ່ມ​ລັດ​ອິສລາ​ມ ໄດ້ກ່າວໃນຄຳ​ຖະ​ແຫລ​ງສະບັບນຶ່ງວ່າ “ພວກເຮົາຂໍບອກ​ໃຫ້
ຊາວອາເມຣິກັນ ຮູ້ວ່າ ສິ່ງທີ່ຈະຕິດຕາມມາ ​ແມ່ນຈະຍິ່ງໃຫຍ່ກວ່າແລະຂົມຂື່ນກວ່າ” ຊຶ່ງນີ້ເປັນຄັ້ງທຳອິດ ທີ່ກຸ່ມດັ່ງກ່າວ ອອກມາອ້າງເອົາຄວາມຮັບຜິດຊອບ ຕໍ່ການໂຈມຕີ ໃນຜືນແຜ່ນດິນສະຫະລັດ.

ເຈົ້າໜ້າ​ທີ່ຕຳຫຼວດ ໄດ້ຊີ້ຕົວ ສອງນັກສັງຫານໃນການໂຈມຕີຄັ້ງນີ້ວ່າ ແມ່ນທ້າວ Elton Simpson ​ກັບ Nadir Soofi ຊຶ່ງຢູ່ບ້ານດຽວກັນ ໃນຢູ່​ນະຄອນ Phoenix ​ລັດ Arizona. ທັງຄູ່ໄດ້​ເປີດ​ສາກຍິງໃສ່ຫໍ​ປະຊຸມ​ບ່ອນມີການຈັດງານ​ນັ້ນ ເຮັດໃຫ້ຍາມ​ຮັກສາ​ຄວາມ​ປອດ​ໄພຄົນ​ໜຶ່ງບາດເຈັບ ກ່ອນທີ່ທັງສອງຈະຖືກ ພວກຕຳຫຼວດຂອງເມືອງ Garland ຍິງຕາຍ.

ເອກະສານຂອງສານສະແດງວ່າ ​ທ້າວ Simpson ແມ່ນໄດ້ຖືກ​ທາງການສິ້ງຊອມເບິ່ງການ​ເຄື່ອນ​ໄຫວ ມາຕັ້ງແຕ່ປີ 2006 ແລະໄດ້ຖືກສານ​ຕັດສິນ​ວ່າ​ມີ​ຄວາມ​ຜິດ ໃນຖານ​ໄດ້ຕົວະ ລ່າຍ ຕໍ່ເຈົ້າໜ້າທີ່ສັນຕິບານກາງ ຫຼື FBI ຂອງສະຫະລັດ ກ່ຽວ​ກັບ​ຄວາມປະສົງຂອງຜູ້ ກ່ຽວ
ທີ່ຢາກ​ໄປເຂົ້າຮ່ວມການ​ຕໍ່ສູ້​ຢ່າງ​ຮຸນ​ແຮງ​ເພື່ອ​ສາສະໜາ​ອິສລາມ ໃນ Somalia.

FBI Investigates Gunmen Killed Outside Texas Event
please wait

No media source currently available

0:00 0:01:54 0:00

XS
SM
MD
LG