ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຍີ່ປຸ່ນ ເຮັດທຸກວິທີທາງ ເພື່ອຊ່ວຍຕົວປະກັນ ທີ່ຖືກກຸ່ມ ລັດ​ອິສລາມ ຈັບຮຽກຄ່າໄຖ່


Islamic State Japan VO
please wait

No media source currently available

0:00 0:00:48 0:00

ຍີ່ປຸ່ນ ​ໄດ້​ກ່າວໃນ​ວັນ​ພະຫັດ​ມື້​ນີ້ວ່າ ຕົນກຳລັງພິຈາລະນາເບິ່ງ
ທຸກຊ່ອງທາງທີ່​ເປັນ​ໄປ​ໄດ້​ ເພື່ອໃຫ້ ມີການປ່ອຍຕົວ​ປະກັນ 2
ຄົນ ທີ່ທາງກຸ່ມລັດ​ອີສລາມຈັບຕົວໄປ ເພື່ອຮຽກຄ່າໄຖ່ນັ້ນ.

ພາບ​ວີ​ດີ​ໂອ​ທີ່ທາງກຸ່ມລັດ​ອີສລາມ ​ໄດ້​ນຳ​ອອກ​ເຜີຍ​ແຜ່ ​ໃນ​ວັນ
​ອັງຄານ​ແລ້ວ​ນີ້ ​ໄດ້​ລະບຸ​ວ່າ ພວກ​ຕົນ​ຈະ​ສັງຫານ​ຕົວ​ປະກັນ
ພາຍໃນ 72 ຊົ່ວໂມງ ຖ້າ​ຫາກ​ວ່າ ບໍ່​ໄດ້​ຮັບ​ເງິນ​ຄ່າ​ໄຖ່ຈຳນວນເງິນ 200 ລ້ານ​ໂດ​ລ່າ. ອິງຕາມ​ເວລາຂອງ​ວີ​ດີໂອ ທີ່​ໄດ້​ນຳ​ເຜີຍແຜ່​ນັ້ນ ​ເສັ້ນຕາຍຄົງ​ແມ່ນ​ປະມານວັນ​ສຸກ ມື້​ອື່ນນີ້.

ນາຍົກລັດຖະມົນຕີ​ຍີ່ປຸ່ນ ທ່ານ Shinzo Abe ​ໄດ້ບອກກັບພວກນັກຂ່າວ ທີ່ໂຕກ່ຽວ ໃນວັນ​ພຸດ​ວານ​ນີ້ວ່າ ທ່ານໄດ້ສັ່ງການໃຫ້ພວກເຈົ້າໜ້າທີ່ ໝູນໃຊ້ທຸກວິທີທາງການທູດ ເພື່ອຄ້ຳປະກັນ ໃຫ້ມີການປ່ອຍຕົວ ທ້າວ Kenji Goto ​ແລະ​ທ້າວ Haruna Yakawa.

ນາຍົກລັດຖະມົນຕີ​ຍີ່ປຸ່ນ ​ໄດ້​ກ່າວ ວ່າ“ຍີ່ປຸ່ນຈະບໍ່ຍອມກົ້ມຫົວໃຫ້ພວກກໍ່ການຮ້າຍເດັດ
ຂາດ” ​ແຕ່​ວ່າ ທັງ​ທ່ານ​ເອງ​ແລະ​ເຈົ້າ​ໜ້າ​ທີ່ຍີ່ປຸ່ນຄົນອື່ນໆ ​ບໍ່ໄດ້​ກ່າວ​ໂດຍ​ກົງ​ວ່າ ຍີ່ປຸ່ນ
ຈະ​ຈ່າຍ​ເງິນ​ຄ່າ​ໄຖ່ ຫຼືບໍ່?

ພາບ​ວີ​ດີ​ໂອ​ທີ່ທາງກຸ່ມລັດ​ອີສລາມ ​ໄດ້​ນຳ​ອອກ​ເຜີຍ​ແຜ່ ພຽງ​ບໍ່​ເທົ່າໃດ​ມື້ ຫຼັງ​ຈາກ​ທີ່​ທ່ານ​ Abe ໄດ້​ໃຫ້ຄຳໝັ້ນສັນຍາ ​ທີ່​ຈະ​ໃຫ້​ເງິນ​ຊ່ອຍ​ເຫຼືອ ​ໂດຍບໍ່​ແມ່ນ​ທາງ​ທະຫານ ຕໍ່​ບັນດາ​
ປະ​ເທດ​ທີ່​ໄດ້​ຮັບຜົນກະ​ທົບ​ຈາກພວກຫົວຮຸນແຮງຈັດຊຸນນີ່ດັ່ງກ່າວ​ນີ້.

Japan said Thursday it is considering all possible ways to gain the release of two hostages held by the Islamic State group.

The Islamic State group, in a video message seen Tuesday, said it would kill the hostages within 72 hours unless it receives $200 million. Based on the video's release time, that deadline would come sometime Friday.

J
apanese Prime Minister Shinzo Abe told reporters Wednesday in Tokyo that he has instructed officials to use every possible diplomatic channel to secure the release of Kenji Goto and Haruna Yukawa.

The prime minister said Japan "will never give in to terrorism." But neither he nor other Japanese officials have said directly whether Japan would pay ransom.

The Islamic State video was released just days after Mr. Abe pledged $200 million in non-military aid to those countries affected by the Sunni extremists.

Japan is not among the countries directly participating in the coalition battling insurgents in Syria and Iraq. However, Japanese citizens have previously been killed by Islamic militants - the most notable attack was at an Algerian gas plant in 2013 where ten Japanese died.

XS
SM
MD
LG