ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ພີ່​ນ້ອງຂອງພວກ​ທະ​ຫານອີ​ຣັກ ທີ່​ຖືກ​ຈັບ​ໂຕ​ໄປ ບຸກ​ເຂົ້າ​ໄປ ໃນ​ຕຶກສະ​ພາ​ (ສະ​ໄລ​ດ໌/ວີດີໂອ)


ແຜນທີ່ ປະເທດອີຣັກ
ແຜນທີ່ ປະເທດອີຣັກ

ບັນດາ​ພີ່ນ້ອງ​ທີ່​ມີ​ຄວາມ​ໂກດ​ແຄ້ນ​ ຂອງພວກທະຫານ​ອີຣັກທີ່
​ຖືກ​ພວກ​ຫົວ​ຮຸນ​ແຮງ ລັດ​ອິສລາມ ຈັບ​ໄປ​ໃນ​ເດືອນ​ມິຖຸນານັ້ນ ​
ໄດ້​ພາກັນ​ບຸກ​ເຂົ້າ​ໄປ​ ໃນ​ຕຶກ​ສະພາ​ແຫ່ງ​ຊາດ​ຂອງ​ປະ​ເທດ
​ໃນ​ວັນ​ອັງຄານ​ມື້​ນີ້ ​ແລະ​ບໍ່​ຍອມ​ໜີ​ອອກ​ໄປ. ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ
ຕຳຫລວດ​ກຳລັງ​ພະຍາຍາມ​ເອົາ​ເຂົາ​ເຈົ້າ​ອອກ​ໄປ​ຢູ່.

ກ່ອນ​ໜ້າ​ນັ້ນ ​ໃນ​ມື້​ນີ້​ເຊັ່ນ​ກັນ ອົງການນິລະໂທດກຳສາກົນກ່າວ
​ວ່າ ພວກ​ຫົວ​ຮຸນ​ແຮງລັດ​ອິສລາມ ຢູ່​ພາກ​ເໜືອ​ອີຣັກ​ ໄດ້ທຳການ
“​ຂ້າ​ລ້າງ​ເຜົ່າ​ພັນ​ຢ່າງຮ້າຍແຮງ ເປັນ​ປະ​ຫວັດ​ການ” ​ເພື່ອກວດ
​ລ້າງຜູ້​ທີ່​ບໍ່​ແມ່ນຊາວອາຣັບ ​ແລະ​ບໍ່ແມ່ນຊາວມຸສລິ​ມ ນິກາຍຊຸນນີ່.

ລາຍ​ງານ​ໃໝ່ສະບັບ​ນຶ່ງ​ ທີ່ນຳອອກເຜີຍແຜ່ໃນ​ວັນ​ອັງຄານ​ມື້​ນີ້​ກ່າວ​ວ່າ ການຂ້າລ້າງເຜົ່າ
ພັນຢ່າງເປັນລະບົບ​ດັ່ງກ່າວ ແມ່ນຮວມທັງການ​ສັງຫານ​ໜູ່ ​ແລະການ​ລັກພາ​ໂຕທີ່​ສ້າງ
ຄວາມຢ້ານກົວໃຫ້ແກ່ທຸກໆຄົນ​ຢູ່​ໃນ​ພາກ​ເໜືອຂອງ​ອີຣັກແລະ ​ກຳລັງ​ກະຕຸກຊຸກຍູ້ໃຫ້​ເກີດເຄັ່ງ​ຕືງທາງດ້ານສາສະໜາ​ຢູ່ ​ໃນ​ຂົງ​ເຂດດັ່ງກ່າວ.

ລາຍ​ງານ​ດັ່ງກ່າວມີ​ຂຶ້ນ​ນຶ່ງມື້ ​ຫລັງ​ຈາກສະຫະ​ປະຊາ​ຊາດ ​ໄດ້​ອອກ​ຄຳ​ເຕືອນ​ທີ່​ຄ້າຍຄື​ກັນ
ກ່ຽວ​ກັບການ​ປະຫັດປະຫານພວກ​ຊົນ​ກຸ່ມ​ນ້ອຍ ໂດຍ​ກຸ່ມ​ລັດ​ອິສລາມ. ສະພາ​ສິດທິ​ມະ
ນຸດສ​ະຫະປະຊາ​ຊາດ ຍັງ​ໄດ້​ຕັດສິນ​ໃຈ ​ທີ່ຈະ​ສົ່ງ​ໜ່ວຍປະ​ຕິ​ບັດ​ງານ​ໄປຍັງອີຣັກ ​ເພື່ອ
​ສືບສວນ​ກ່ຽວກັບການລ່ວງລະເມີດດັ່ງກ່າວ.

ທະຫານ​ອີຣັກ​ທີ່ໜູນ​ຫລັງ​ໂດຍ​ພວກ​ນັກ​ລົບຊາວ​ເຄີ​ດແລະ​ທະຫານ​ບ້ານ Shi’ite ​ໄດ້​ເຂົ້າ
​ຍືດ​ເອົາເມືອງ Sulaiman Bek ຄືນ​ມາທີ່ຢູ່​ທາງໃຕ້​ຂອງ​ເມືອງ Kirkuk ​ໃນ​ວັນ​ຈັນວານນີ້
​ຊຶ່ງ​ເປັນ​ເມືອງ​ທີສອງ​ທີ່​ຖືກ​ປົດ​ປ່ອຍ ຈາກພວກ​ນັກ​ລົບ​ລັດ​ອິສ ລາມ ໃນລະຍະສອງ​ມື້
ຜ່ານມານີ້.

​ເມຶຶ​ອງ Sulaiman Bek ​ໄດ້​ຕົກ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງພວກ​ຫົວ​ຮຸນ​ແຮງ​ມາ​ແຕ່
ເດືອນ​ມິຖຸນາ.

​ໃນ​ວັນ​ອາທິດ​ທີ່​ຜ່ານ​ມາ ກຳລັງທະຫານ​ອີຣັກໄດ້ບຸກ​ເຂົ້າ​ໄປ​ເມືອງ Emerli ເຮັດໃຫ້ການ
ເປັນລ້ອມ ເປັນ​ເວລາສອງ​ເດືອນ ​ໂດຍກະບົດລັດ​ອິສລາມ ສິ້ນສຸດລົງ.

ນາຍົກລັດຖະມົນຕີທີ່ພວມຈະພົ້ນ​ຈາກຕຳ​ແໜ່​ງ ທ່ານ Nouri al-Maliki ​ໄດ້ໄປ​ຢ້ຽມຢາມ
​ເມືອງ Amerli ​ໃນ​ວັນ​ຈັນ​ວານ​ນີ້ ບ່ອນ​ທີ່​ທ່ານ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ອີຣັກຈະ​ເປັນ
​ “ຂຸ​ມ​ຝັງ​ສົບ” ​ສຳຫລັບກຸ່ມ​ຫົວ​ຮຸນ​ແຮງ.

IRAQ VO
please wait
Embed

No media source currently available

0:00 0:01:14 0:00

XS
SM
MD
LG