ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດອິສລາມ ອອກເງິນ ເປັນຫຼຽນຄຳ ຢູ່ໃນເຂດ ທີ່ ພວກເຂົາຄວບຄຸມ ໃນອີຣັກ ແລະຊີເຣຍ


ຕະຫລາດແລກປ່ຽນເງິນ ຢູ່ຕາມຖະໜົນ ທີ່ຜູ້ແລກປ່ຽນກຳລັງ ນັບເງິນ ຢູ່ແບັກແດດ.
ຕະຫລາດແລກປ່ຽນເງິນ ຢູ່ຕາມຖະໜົນ ທີ່ຜູ້ແລກປ່ຽນກຳລັງ ນັບເງິນ ຢູ່ແບັກແດດ.

ບັນດາ​ຜູ້​ຊ່ຽວຊານ ​ແລະປະ​ຊົນ​ຊົນ​ໃນ​ເຂດ​ທ້ອງ​ຖິ່ນ ຢູ່​ທັງ​ທັງ​ສອງ​ປະ​ເທດລາຍ​ງານວ່າ ກຸ່ມລັດ​ອິສລາມ ຫຼື IS ​ໄດ້​ອອກ​ເງິນ​ຕາ​ຂອງ​ຕົນ​ ​ເພື່ອ​ໃຊ້​ເປັນ​ພື້ນຖານ ໃນການຊື້ຂາຍ​ສິນຄ້າ ​ຢູ່​ໃນ​ບັນດາ​ຂົງ​ເຂດ​ທີ່​ຕົນ​ຄວບ​ຄຸມ​ຢູ່​ໃນ​ຊີ​ເຣຍ​ແລະ​ອີຣັກ.

ມີ​ລາຍ​ງານ​ວ່າ ຫລຽນ​ຄຳ 21 ກາ​ຣັດ Dinar ​ທີ່ໜັກ 4.24 ກຣາມ ​ແມ່ນ​ແນ​ໃສ່ເພື່ອ​ໃຊ້ ແທນ​ເງິນ pound ຂອງຊີ​ເຣຍ ເງິນ dinar ຂອງອີຣັກ ​ແລະ​ເງິນ​ໂດ​ລາຂອງ​ສະຫະລັດ ຢູ່​ໃນ​ຕະຫລາດການ​ຊື້ສິນຄ້າ.

ພວກ​ນັກ​ເຄື່ອນ​ໄຫວ​ທ້ອງ​ຖິ່ນ​ ໃນ​ເມືອງ​ Deir Ezzor ຂອງຊີ​ເຣຍ ກ່າວ​ວ່າ ພວກຄ້າ​ນໍ້າມັນ​ໄດ້​ຖືກ​ແນະນຳ​ໂດຍກຸ່ມ IS ​ໃຫ້​ນຳ​ໃຊ້ເງິນ​ໃໝ່ ​ໃນ​ຂະນະ​ທີ່ ເຮັດທຸລະ​ກິດ​ຢູ່​ໃນ​ເຂດຄວບ​ຄຸມ​ຂອງກຸ່ມ IS.

ນັບ​ແຕ່​ໄດ້ເຂົ້າກຳ​ອຳນາດ​ໃນ​ປີ 2014 ກຸ່ມ IS ​ໄດ້​ກາງ​ຕໍ່​ການ​ຂາຍ​ນໍ້າມັນ ອັນ​ເປັນແຫ​ລ່ງ ທີ່​ສ້າງ​ລາຍ​ໄດ້​ອັນ​ສຳຄັນ​ໃຫ້​ແກ່​ກຸ່ມ​ດັ່ງກ່າວ.

ນັກ​ເສດຖະສາດ​ຊີ​ເຣຍ ທ່ານ Khorshid Alika ກ່າວ​ວ່າ “ນີ້​ເປັນ​ຄວາມ​ພະຍາ​ຍາມຂອງ​ກຸ່ມ IS ​ເພື່ອ​ໃຫ້​ເປັນ​ທີ່​ຖືກຕ້ອງຕາມ​ກົດໝາຍ ​ເຂົາ​ເຈົ້າ​ຕ້ອງການ​ຢາກ​ບອກໃຫ້​ໂລກ​ຮູ້​ວ່າ ລັດ​ຂອງ​ເຂົາ​ເຈົ້າ​ສາມາດ​ກຳນົດເສດຖະກິດ​ຕໍ່​ຕະຫຼາດ ສາກົນ.” ບັນ​ດາ​ຄົນ​ໃນ​ທ້ອງ​ຖິ່ນ​ພາກັນ​ຢ້ານ​ວ່າການ​ໃຊ້​ຫລຽນ​ຄຳນີ້​ອາດ​ເປັນ​ຜົນ​ກະທົບ​ຕໍ່​ເຂົາ​ເຈົ້າ​ໃນທັນ​ທີ ຊຶ່ງຈະ​ເປັນ ສາ​ເຫດພາ​ໃຫ້​ເກີດ​ເງິນ​ເຟີ້​ຢ່າງ​ແຮງແກ່​ເສດ​ຖະກິດ​ທ້ອງ​ຖິ່ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG