ລັດຖະບານທ່ານ ໂອບາມາ ອາດມີຄວາມຮູ້ສຶກໄດ້ຮັບຄວາມກົດ ດັນເພີ່ມເຕີມ ທີ່ຈະກຳນົດພຶດຕິກຳອັນໂຫດຮ້າຍຂອງພວກລັດ ອິສລາມ ເປັນການຂ້າລ້າງເຊື້ອຊາດເຜົ່າພັນ, ຫຼັງຈາກການລົງຄະ ແນນສຽງຢ່າງຖ້ວມລົ້ນຂອງສະພາຕ່ຳ ໃນວັນຈັນຜ່ານມານີ້ເພື່ອສະ ໜັບສະໜູນຕໍ່ການກຳນົດດັ່ງກ່າວ.
ກະຊວງການຕ່າງປະເທດໄດ້ກ່າວວ່າ ລັດຖະມົນຕີການຕ່າງປະ ເທດ ທ່ານ John Kerry ແມ່ນກຳລັງເກັບກຳ ແລະ ປະເມີນຄ່າຂໍ້ ມູນໃນຖານະທີ່ເປັນພາກສ່ວນໜຶ່ງຂອງການທົບທວນທາງກົດ ໝາຍ ແລະ ຄາດວ່າ ຈະມີການຕັດສິນໃຈໃນ “ໄວໆ” ນີ້.
ໂຄສົກກະຊວງການຕ່າງປະເທດ ທ່ານ John Kirby ໄດ້ກ່າວວ່າ “ຂໍ້ໂຕ້ແຍ້ງ ເຊິ່ງດ້ວຍວິທີໃດກໍຕາມ ມັນໄດ້ເປັນການຕັດສິນໃຈ ທີ່ຊັກຊ້າ ຍ້ອນມີທ່າທາງວ່າຈະເປັນການກົດດັນ ເຊິ່ງອາດສົ່ງຜົນ ໃຫ້ມີການໃຊ້ກຳລັງທະຫານເພີ່ມເຕີມ ແມ່ນບໍ່ມີມູນຄວາມຈິງ.”
ແນວໃດກໍຕາມ, ບັນດາເຈົ້າໜ້າທີ່ໄດ້ແນະນຳວ່າ ທ່ານ Kerry ອາດ ຈະຍັງບໍ່ຕັດສິນໃຈພາຍໃນວັນທີ 17 ມີນານີ້ເຊິ່ງເປັນເສັ້ນຕາຍທີ່ຕັ້ງ ຂຶ້ນໂດຍສະພາ ເມື່ອປີທີ່ຜ່ານມາ.
ບັນຫາກໍແມ່ນວ່າ ການຂ້າຄົນຈຳນວນຫຼວງຫຼາຍ, ການຕັດຫົວຄົນ, ການທໍລະມານ ແລະ ການກໍ່ອາດຊະຍາກຳອື່ນໆຂອງພວກລັດ ອິສລາມ ທີ່ໄດ້ກະທຳຕໍ່ຊົນເຜົ່າ ແລະ ສະສາໜາກຸ່ມນ້ອຍ ໃນປະ ເທດ ອີຣັກ ແລະ ຊີເຣຍ ແມ່ນເໝາະສົມກັບທີ່ຈະຖືກລະບຸວ່າ ເປັນການຂ້າລ້າງເຊື້ອຊາດເຜົ່າພັນຕາມການໃຫ້ຄຳນິຍົມຂອງສະຫະປະຊາຊາດຫຼືບໍ່ ເຊິ່ງມັນມີ ຄວາມໝາຍວ່າ “ເປັນການທຳລາຍທັງໝົດ ຫຼື ສ່ວນໜຶ່ງຂອງ ບັນດາຊົນຊາດ, ຊົນເຜົ່າ, ເຊື້ອຊາດ ຫຼື ກຸ່ມສາສະໜາ.”
ບັນດານັກວິເຄາະກ່າວວ່າ ການນຳນົດຂອງ ສະຫະລັດ ອາດຈະກ່ຽວ ຂ້ອງກັບກົດໝາຍ ແລະ ການເມືອງ.
ທ່ານ Gregory Stanton ປະທານອົງການສິ້ງຊອມການຂ້າລ້າງເຊື້ອ ຊາດເຜົ່າພັນກ່າວວ່າ “ມັນເນັ້ນໜັກບໍ່ພຽງແຕ່ບັນດາຜູ້ນຳທາງດ້ານການ ເມືອງຂອງພວກເຮົາເທົ່ານັ້ນ ແຕ່ມັນກໍ ຍັງແມ່ນຕໍ່ປະຊາຊົນຂອງສະຫະ ລັດ ທີ່ວ່ານີ້ແມ່ນການກໍ່ອາດຊະຍາກຳ ຂອງອາດຊະຍາ ກຳທັງຫຼາຍ ທີ່ ພວກເຂົາໄດ້ກໍ່ໄວ້. ນີ້ແມ່ນສິ່ງທີ່ຮ້າຍແຮງທີ່ສຸດ. ມັນຈະບໍ່ມີຫຍັງໂຫດຮ້າຍ ໄປກວ່າການຂ້າລ້າງເຊື້ອຊາດເຜົ່າພັນ.”