ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກລັດອິສລາມ ອ້າງເອົາຄວາມຮັບຜິດຊອບ ຕໍ່ການຂ້າ ຄົນສາສະໜາ ຮິນດູ ໃນປະເທດ ບັງກະລາແດັສ


ພວກລັດອິສລາມ ຫຼື IS ໄດ້ອ້າງເອົາຄວາມຮັບຜິດຊອບສຳລັບການໂຈມຕີໃນວັນເສົາ ວານນີ້ ເຊິ່ງຊ່າງຕັດຫຍິບສາສະໜາຮິນດູຄົນໜຶ່ງໄດ້ຖືກຟັນຈົນເສຍຊີວິດໃນກາງເມືອງ ຂອງ ປະເທດ ບັງກະລາແດັສ, ອີງຕາມການກ່າວຂອງກຸ່ມສືບລັບ SITE ຂອງອົງການສິ້ງ ຊອມທີ່ມີຫ້ອງການຕັ້ງຢູ່ໃນ ສະຫະລັດ.

ບັນດາເຈົ້າໜ້າທີ່ກ່າວວ່າ ມີຜູ້ເຂົ້າໂຈມຕີດ້ວຍພ້າໂຕ້ຢ່າງໜ້ອຍ 2 ຄົນໄດ້ໄປປະກົດຕົວຢູ່ ຕໍ່ໜ້າຮ້ານຕັດຫຍິບຂອງທ້າວ Nikhil Chandra Joardar ໃນບ້ານ Dubail ເມືອງ Tangail ແລະ ໄດ້ໂຈມຕີລາວໃນເວລາປະມານຕອນທ່ຽງຂອງວັນເສົາວານນີ້. ແຕ່ຄົນ ຮ້າຍໄດ້ຂີ່ລົດຈັກຫຼົບໜີໄປ.

ອີງຕາມກຸ່ມ SITE ແມ່ນວ່າ , ພວກ IS ໄດ້ອ້າງວ່າພວກເຂົາໄດ້ຂ້າທ້າວ Joardar ຍ້ອນ ວ່າລາວໄດ້ “ດູໜິ່ນ” ຜູ້ນຳທາງສາສະໜາພະ Muhammed.

ໃນປີ 2012, ທ້າວ Joardar ໄດ້ຖືກລຸມຕີໂດຍຄົນມຸສລິມໃນທ້ອງຖິ່ນ ຜູ້ທີ່ໄດ້ກ່າວຫາວ່າ ລາວໄດ້ດູໜິ່ນຜູ້ນຳທາງສາສະໜາພະ Muhammed ຕາມຄຳເຫັນຂອງລາວ.

ທ່ານ Aslam Khan ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ກ່າວຕໍ່ ວີໂອເອ ຜ່ານທາງໂທລະສັບ ວ່າ “ພາຍຫຼັງການຮ້ອງຟ້ອງຈາກຊາວມຸສລິມ ຈຳນວນຫຼາຍແລ້ວ, ທ້າວ Joardar ແມ່ນໄດ້ຖືກຈັບກຸມ ແລະ ຖືກຂັງໃນຄຸກປະມານ 6 ເດືອນ. ການໂຈມຕີລາວໂດຍພ້າໂຕ້ ແມ່ນຄ້າຍຄືກັນກັບການຂ້ານັກຂຽນຂໍ້ຄວາມທີ່ບໍ່ກ່ຽວກັບສາສະໜາ ແລະ ພວກນັກ ເຄື່ອນໄຫວໃນຄັ້ງທີ່ຜ່ານມາ.”

ທ່ານກ່າວວ່າ “ພວກເຮົາຈະສືບສວນວ່າການຂ້າລາວ ມີການເຊື່ອມຕໍ່ໃດໆກັບເຫດການ ຂອງປີ 2012 ຫຼື ບໍ່.”

ທ່ານ Khan ໄດ້ກ່າວເພີ່ມເຕີມວ່າ ໃນຕອນນີ້ ຕຳຫຼວດຍັງບໍ່ທັນໄດ້ຢືນຢັນວ່າມີກຸ່ມຫົວຮຸນ ແຮງອື່ນໆ ມາມີສ່ວນຮ່ວມໃນການຂ້ານີ້ ຫຼື ບໍ່.

ການຂ້າທ້າວ Joardar ໃນວັນເສົາວານນີ້ ໄດ້ເປັນກໍລະນີການຟັນດ້ວຍພ້າໂຕ້ຈົນເສຍ ຊີວິດຄັ້ງທີ 5 ໃນເດືອນເມສາທີ່ຜ່ານມາ ເຊິ່ງພວກຫົວຮຸນແຮງ ອິສລາມ ແມ່ນຖືກສົງໄສ ວ່າໄດ້ມີສ່ວນຮ່ວມໃນເຫດການນີ້.

ຫຼັງຈາກນັກຮຽນກົດໝາຍຄົນໜຶ່ງ ເຊິ່ງເປັນທີ່ຮູ້ຈັກກັນດີກ່ຽວກັບທັດສະນະຂອງລາວວ່າ ບໍ່ຝັກໄຝ່ກັບສາສະໜາ ໄດ້ຖືກຟັນຈົນຕາຍໃນຕົ້ນເດືອນເມສາທີ່ຜ່ານມານີ້, ຕໍ່ມາອາຈານ ສອນຢູ່ທີ່ມະຫາວິທະຍາໄລຄົນໜຶ່ງກໍໄດ້ຖືກຂ້າຕາຍໃນການໂຈມຕີຟັນດ້ວຍພ້າໂຕ້ນີ້. ໃນ ວັນຈັນທີ່ຜ່ານມາ, ນັກເຄື່ອນໄຫວສິດທິມະນຸດ LGBT, ໜຶ່ງໃນນັ້ນແມ່ນພະນັກງານສະ ຖານທູດ ສະຫະລັດ, ໄດ້ຖືກຄາດຕະກຳໃນເມືອງ Dhaka ໂດຍກຸ່ມຄົນຮ້າຍທີ່ໃຊ້ພ້າໂຕ ຟັນເຊັ່ນກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG