ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ກຳລັງສືບຫາ ການກ່າວອ້າງ ຂອງພວກ IS ໃນການ ລັກພາໂຕ ຜູ້ຊາຍ ສອງຄົນ


Islamic State Hostages
please wait

No media source currently available

0:00 0:00:54 0:00

ຊົມວິດີໂອ ກ່ຽວກັບ ຂ່າວນີ້

ລັດ​ຖະມົນຕີ​ການ​ຕ່າງ​ປະ​ເທດຂອງ ຈີນ​ໄດ້​ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ລັດຖະບານ​ ພວມ ສຶກສາ​ເບິ່ງລາຍ​ງານ​ ການ​ລັກພາ​ໂຕ​ປະຊາຊົນ ​ຈີນ ​ໂດ​ຍພວກ​ຫົວ​ຮຸນ​ແຮງ ລັດ​ອິສລາມ.

ການໃຫ້​ຄຳ​ເຫັນ​ດັ່ງກ່າວ ມີ​ຂຶ້ນ​ມື້​ໜຶ່ງ ​ຫຼັງ​ຈາກ​ກຸ່ມ​ຫົວ​ຮຸນ​ແຮງ​ໄດ້​ພິມເຜີຍແຜ່ ຮູບ​ຂອງ​ຜູ້ຊາຍ​ສອງ​ຄົນໂດຍ​ວາລະສານ​ອອນ​ໄລ​ນ໌ ​ແລະ ​ໄດ້​ຮຽກເອົາ​ເງິນຄ່າ​ໄຖ່​ທີ່​ບໍ່​ລະບຸ​ຈຳນວນ​ສຳລັບ​ການ​ປ່ອຍ​ໂຕ​ຂອງ​ພວກ​ເຂົາ. ທັງສອງຄົນ​ ໄດ້​ຖືກ​ລະບຸ​ວ່າ ແມ່ນທ້າວ Fan Jinghui ອາຍຸ 50 ປີ ທີ່ເປັນຄົນຈີນ ​ແລະ ທ້າວ Ole Johan Grimsgaard-Ofstad ຈາກ Norway ອາຍຸ 48 ປີ.

ລາຍງານບໍ່ໄດ້ກ່າວວ່າ ເມື່ອໃດພວກໂຕປະກັນໄດ້ຖືກຈັບກຸມ ຫຼື ພວກເຂົາໄດ້ຖືກຄວບຄຸມ ໂຕຢູ່ໃສ.

ນາຍົກລັດຖະມົນຕີຂອງ Norway ທ່ານນາງ Erna Solberg ໄດ້ກ່າວໃນວັນພຸດວານນີ້ ວ່າ ບັນດາເຈົ້າໜ້າທີ່ໄດ້ຮັບຮູ້ເຖິງຄວາມເປັນ ໄປໄດ້ຂອງການລັກພາໂຕຜູ້ຊາຍ ສັນຊາດ Norway ອາຍຸ 40 ກວ່າ ໃນ ຊີເຣຍ ໃນທ້າຍຂອງເດືອນມັງກອນທີ່ຜ່ານມາ, ແລະ ວ່າ ພວກເຂົາເຊື່ອວ່າ ລາວໄດ້ຖືກຄວບຄຸມໂຕ ໂດຍກຸ່ມຫົວຮຸນແຮງ ລັດອິສລາມ.

ທ່ານນາງ Solberg ໄດ້ກ່າວວ່າ Norway ໄດ້ “ໝູນໃຊ້ທຸກໆຊັບພະຍາກອນທີ່ກ່ຽວ ຂ້ອງ” ພ້ອມດ້ວຍເປົ້າໝາຍຂອງການປ່ອຍໂຕຜູ້ຊາຍຄົນນັ້ນ, ແຕ່ໄດ້ຢືນຢັນວ່າ ລັດຖະບານ ບໍ່ຈ່າຍເງິນຄ່າໄຖ່ໃຫ້ພວກກໍ່ການ ຮ້າຍ.”

China's foreign minister said Thursday the government was looking into the reported kidnapping of a Chinese national by Islamic State militants.
The comment came a day after the militant group published in its online magazine the photos of two men and demanded unspecified ransom for their release.It identified them as 50-year-old Fan Jinghui of China and 48-year-old Ole Johan Grimsgaard-Ofstad of Norway.

The report did not say when the hostages were captured or where they are being held.

Norway's Prime Minister Erna Solberg said Wednesday that authorities learned of the possible kidnapping of a Norweigian man in his 40s in Syria at the end of January, and that they believe he is being held captive by the Islamic State group.

Solberg said Norway has "mobilized all the relevant resources" with the goal of freeing the man, but insisted the government does not pay ransom to terrorists.

XS
SM
MD
LG