ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມລັດອິສລາມ ປະຫານຊີວິດ ພະນັກງານຊ່ອຍເຫຼືອ ຄົນອັງກິດ (ວີດີໂອ)


ພາບວີດີໂອ ຂອງພວກຫົວຮຸນແຮງກຸ່ມລັດອິສລາມ ທີ່ອ້າງວ່າ ພວກຕົນໄດ້ປະຫານຊີວິດນາຍ David Haines.
ພາບວີດີໂອ ຂອງພວກຫົວຮຸນແຮງກຸ່ມລັດອິສລາມ ທີ່ອ້າງວ່າ ພວກຕົນໄດ້ປະຫານຊີວິດນາຍ David Haines.

ກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິສລາມ ກ່າວ​ວ່າ ຕົນ​ໄດ້ປະຫານ​ຊີວິດ​ນາຍ
DavidHaines ພະນັກງານ​ຊ່ອຍ​ເຫຼືອ​ຄົນ​ອັງກິດ​ແລ້ວ.

ກຸ່ມ​ກໍ່​ການ​ຮ້າຍ​ດັ່ງກ່າວ​ໄດ້ເຜີຍ​ແຜ່ວີ​ດີ​ໂອ ​ຍາວ 2 ນາທີ​ເຄິ່ງ ​ທີ່
ສະ​ແດງ​ໃຫ້​ເຫັນ​ພາບການ​ຕັດ​ຄໍ​ນາຍ Haines ​ໄວ 44 ປີ. ຜູ້
ກ່ຽວ​ຊຶ່ງ​ມີ​ລູກ 2 ຄົນ ​ໄດ້​ຖືກ​ລັກພາ​ໂຕ​ໄປ​ໃນ​ປີ​ແລ້ວ​ນີ້ ​ໃນ​ເວລາ
​ພຽງ 3 ມື້​ຫຼັງ​ຈາກເດີນທາງ​ໄປ​ຮອດ​ຊີ​ເຣຍ ​ເພື່ອ​ເຮັດ​ວຽກ​ກັບ​ອົງ
​ຊ່ອຍ​ເຫຼືອບັນ​ເທົາ​ທຸກ​ນາໆ​ຊາດອົງການ​ນຶ່ງ.

​ໃນ​ວີ​ດີ​ໂອ​ທີ່​ສະ​ແດງ​ໃຫ້​ເຫັນ​ການ​ສັງຫານນັ້ນ ຜູ້​ປະຫານ​ຊີວິດ
​ທີ່ໃສ່​ຜ້າ​ປົກ​ຄຸມ​ໜ້າ ກ່າວ​ຫາ​ນາຍົກລັດຖະມົນຕີ David Came-
ron ​ແຫ່ງ​ອັງກິດ​ວ່າ​ ຮ່ວມກຳລັງ​ກັບສະຫະລັດ​ອາ​ເມຣິກາຕໍ່ຕ້ານກຸ່ມ​ລັດ​ອິສລາມ. ຜູ້ປະ
ຫານ​ຊີວິດຍັງ​ເຕືອນ​ວ່າ ການ​ຕັດສິນ​ໃຈ​ດັ່ງກ່າວ ຈະ​ດຶງ​ແກ່​ຄົນ​ອັງກິດເຂົ້າ​ສູ່ “​ສົງຄາມ​
ທີ່​ນອງ​ເລືອດ​ແລະ​ບໍ່​ມີ​
ທາງ​ຈະ​ເອົາ​ຊະນະ​ໄດ້ອີກ​ບັ້ນ​ນຶ່ງ.​”

ທ່ານ Cameron ​ໄດ້​ຮຽກ​ປະຊຸມ​ດ່ວນ​ ບັນດາທີ່​ປຶກສາ​ດ້ານ​ຄວາມ​ປອດ​ໄພ​ສູງ​ສຸດ​ຂອງ
ທ່ານ​ໃນ​ວັນ​ອາທິດ​ມື້​ນີ້ ​ເພື່ອ​ພິຈາລະນາ​ຫາ​ທາງ​ຕອບ​ໂຕ້ ​ຕໍ່​ການ​ປະຫານ​ຊີວິດ​ນີ້.

ຜູ້ນຳ​ອັງກິດ​ເອີ້ນ​ການ​ຄາດ​ຕະກຳ​ນາຍ Haines ວ່າ “​ເປັນ​ພຶດຕິ​ກຳ​ແຫ່ງ​ຜີ​ມານ​ອັນແທ້​
ຈິງ.”
ທ່ານ Cameron ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ​ຈະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຕົນ​ສາ
ມາດ​ ເພື່ອ​ຕາມລ່າໂຕ​ພວກ​ຄາດ​ຕະກອນ​ເຫຼົ່າ​ນີ້ ​ແລະ​ຮັບປະກັນ​ວ່າ ພວກ​ເຂົາຈະ​ຖືກ​
ລົງ​ໂທດ​ຢ່າງ​ສາ​ສົມ.

ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ໄດ້​ອອກ​ຖະ​ແຫຼ​ງການ​ສະບັບ​ນຶ່ງ​ໃນ​ແລງ​ວັນ​ເສົາ​ວານ​
ນີ້ ​ກ່າວ​ວ່າ​ສະຫະລັດ “ຂໍ​ປະນາມ​ຢ່າງ​ແຂງ​ແຮງການຄາດ​ຕະກຳ ນາຍ Haines ຢ່າງ​
ປ່າ
ເຖື່ອນ” ນັ້ນ ແລະ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ວໍ​ຊິງ​ຕັນ​ຈະ​ດຳ​ເນີນ​ງານ​ກັບ​ອັງກິດ “​ແລະ
ແນວ​ໂຮມອັນ​ກວ້າງຂວາງ ຂອງ​ປະຊາ​ຊາດ​ທັງຫລາຍ ​ເພື່ອ​ທັບ​ມ້າງ​ທຳລາຍ​ໄພຂົ່ມ
ຂູ່​ອັນ​ນີ້
” ຕໍ່​ໂລກ.

islamicstatebeheading14september14
please wait

No media source currently available

0:00 0:01:50 0:00

XS
SM
MD
LG