ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫົວໜ້າກຸ່ມລັດອິສລາມ ຖືກຂ້າຕາຍໃນ ອັຟການິສຖານ


ກອງກຳລັງ ສະຫະລັດ ແລະ ຕຳຫຼວດຮັກສາຄວາມປອດໄພ ອັຟການິສຖານ ໃນເມືອງ Achin ນະຄອນ ຈາລາລາບາດ, ຕັ້ງຢູ່ພາກຕາເວັນອອກ ຂອງນະຄອນຫຼວງ ກາບູລ, ອັຟການິສຖານ. 17 ເມສາ, 2017.
ກອງກຳລັງ ສະຫະລັດ ແລະ ຕຳຫຼວດຮັກສາຄວາມປອດໄພ ອັຟການິສຖານ ໃນເມືອງ Achin ນະຄອນ ຈາລາລາບາດ, ຕັ້ງຢູ່ພາກຕາເວັນອອກ ຂອງນະຄອນຫຼວງ ກາບູລ, ອັຟການິສຖານ. 17 ເມສາ, 2017.

ຫົວໜ້າຂອງກຸ່ມລັດອິສລາມໃນປະເທດ ອັຟການິສຖານ ໄດ້ຖືກຂ້າຕາຍໃນການໂຈມຕີ
ຮ່ວມຢູ່ແຂວງ ນັນກາຮາ ທີ່ຕັ້ງຢູ່ພາກຕາເວັນອອກຂອງປະເທດ. ເຈົ້າໜ້າທີ່ກອງທັບ ສະ
ຫະລັດ ແລະ ອັຟການິສຖານໄດ້ໃຫ້ການຢືນຢັນໃນວັນອາທິດວານນີ້.

ກອງທັບ ສະຫະລັດ ໄດ້ກ່າວວ່າ “ທ້າວ Sheikh Abdul Hasib, ຫົວໜ້າກຸ່ມລັດອິສ
ລາມ ອີຣັກ ແລະ ແຂວງ ໂຄຣາຊານ ໃນປະເທດ ອັຟການິສຖານ ໄດ້ຖືກຂ້າຕາຍໃນ
ການໂຈມຕີປະສານກັນຂອງ ສະຫະລັດ ກັບ ອັຟການິສຖານ.”

ຖະແຫຼງການນັ້ນໄດ້ກ່າວເພີ່ມເຕີມວ່າ ກອງກຳລັງ ອັຟການິສຖານ ແລະ ອາເມຣິກັນ
ຫຼາຍສິບຄົນ ໄດ້ສັງຫານທ້າວ Sheikh Abdul Hasib ພ້ອມກັບນັກຮົບຂອງລາວ 35
ຄົນ ໃນການປະຕິບັດການປະສານງານກັນ ໂຈມຕີຖໍ້າ ແລະ ອຸມົງໃຕ້ດິນຂອງພວກ IS
ໃນເມືອງ Achin.

ພວກຫົວໜ້າລະດັບສູງຂອງກຸ່ມ IS ຄົນອື່ນໆ ກໍຖືກລາຍງານວ່າ ໄດ້ເສຍຊີວິດໃນການ
ປະຕິບັດການເຊັ່ນກັນ.

ທ້າວ Hasib ໄດ້ຖືກແຕ່ງຕັ້ງໃຫ້ກຳຕຳແໜ່ງດັ່ງກ່າວໃນປີກາຍນີ້ ພາຍຫຼັງການຕາຍ
ຂອງຜູ້ກຳຕຳແໜ່ງກ່ອນໜ້າລາວ, ຄືທ້າວ Hafiz Saeed Khan, ອະດີດຜູ້ບັນຊາການ
ກຸ່ມຕາລີບານ ປາກິສຖານ ໂດຍການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບໃນແຂວງດຽວກັນ
ຂອງ ອັຟການິສຖານ.

ໃນການຂະຫຍາຍກຳລັງອອກຈາກ ອີຣັກ ແລະ ຊີເຣຍ ແລະ ຖືກກະຕຸ້ນໂດຍການຕໍ່ສູ້
ທີ່ເພີ່ມຂຶ້ນໃນເຂດເອເຊຍກາງນັ້ນ, ພວກລັດອິສລາມ ໄດ້ເປີດການປະຕິບັດການຂອງ
ພວກເຂົາໃນພາກພື້ນ ອັຟການິສຖານ ແລະ ປາກິສຖານ ເມື່ອສອງປີທີ່ຜ່ານມາ, ໂດຍ
ຕັ້ງຊື່ວ່າ ກຸ່ມ IS ຂອງແຂວງໂຄຣາຊານ ເພື່ອຄວບຄຸມ ອັຟການິສຖານ, ປາກິສຖານ
ແລະ “ດິນແດນແຫ່ງອື່ນໆທີ່ຢູ່ໃກ້ຄຽງ.”

ກອງທັບ ສະຫະລັດ ມັກຈະອ້າງເຖິງກຸ່ມກໍ່ການຮ້າຍທີ່ວ່ານັ້ນວ່າ ກຸ່ມ ISIS-K.

ຜູ້ບັນຊາການຂອງກອງກຳລັງ ສະຫະລັດ ໃນ ອັຟການິສຖານ ນາຍພົນ John
Nicholson ໄດ້ຍົກຍ້ອງຄວາມສຳເລັດຂອງການປະຕິບັດການຮ່ວມວ່າເປັນ ບາດກ້າວ
ທີ່ສຳຄັນອີກຄັ້ງໜຶ່ງ ໃນການຕໍ່ສູ້ທີ່ບໍ່ຮູ້ອິດເມື່ອຍເພື່ອເອົາຊະນະພວກ IS ໃນປະເທດດັ່ງ
ກ່າວໃນປີ 2017.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG