ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການໂຈມຕີ ໂດຍເຮືອບິນ ບໍ່ມີຄົນຂັບ ສັງຫານ ຜູ້ນຳລັດອິສລາມ ໃນອັຟການິສຖານ


ເຮືອບິນບໍ່ມີຄົນຂັບ ຂອງສະຫະລັດລຳນຶ່ງ ທີ່ເດີ່ນຈອດ ຂອງສະໜາມບິນທະຫານ ໃນເມືອງການດາຮາ ອັຟການິສຖານ.
ເຮືອບິນບໍ່ມີຄົນຂັບ ຂອງສະຫະລັດລຳນຶ່ງ ທີ່ເດີ່ນຈອດ ຂອງສະໜາມບິນທະຫານ ໃນເມືອງການດາຮາ ອັຟການິສຖານ.

ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ ​ໄດ້​ສັງຫານ​ຜູ້ນຳ ​ຄົນ​ສຳຄັນ​ຂອງ​ກຸ່ມ​ລັດ​ອິສລາມທ້າວ Hafiz Sayed Khan ​ໃນ​ອັຟກາ​ນິສຖານ.

ທຳນຽບຫ້າ​ແຈ​ ໄດ້​ປະກາດ​ໃນ​ວັນ​ສຸກ​ວານ​ນີ້ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ດັ່ງກ່າວ ​ແມ່ນມີ​ຂຶ້ນໃນ​ເຂດ​ເມືອງ Achin ​ແຂວງ Nangarhar ເມື່ອ​ວັນ​ທີ 26 ກໍລະກົດ​ຜ່ານ​ມາແລະເປັນ​ຜົນ​ເຮັດ​ໃຫ້​ທ້າວ Khan ຖືກ​ຂ້າ​ຕາຍ.

​ໃນ​ຖະ​ແຫຼງການ​ທີ່​ນຳ​ອອກ​ເຜີຍ​ແຜ່​ສະບັບ​ນຶ່ງ ຮອງ​ໂຄສົກທຳນຽບຫ້າ​ແຈ​ ທ່ານ Gordon Trowbridge ກ່າວ​ວ່າ ທ້າວ Khan ​ແມ່ນ​ເປັນ​ທີ່​ຮູ້ກັນ​ດີ​ວ່າ ​ໄດ້​ປ​ະກອບ​ສ່ວນ​ໂດຍ​ກົງ​ເຂົ້າ​ໃນ​ການ​ໂຈມ​ຕີ​ກຳລັງ​ສະຫະລັດ​ ແລະ​ກຳລັງ​ປະສົມ ​ແລະການ​ກະທຳ ໂດຍ​ຕາໜ່າງຂອງ​ລາວ ​ໄດ້​ສ້າງ​ຄວາມ​ຢ້ານ​ກົວ​ ໃຫ້​ແກ່​ປະຊາຊົນ​ຊາວອັຟກາ​ນິສຖານ ​ໂດຍ​ສະ​ເພາະ​ແລ້ວ​ແມ່ນ​ໃນ​ແຂວງ Nangarhar.

ທຳນຽບຫ້າ​ແຈ​ກ່າວ​ວ່າ ກຸ່ມ​ລັດ​ອິສລາມ​ໄດ້​ໃຊ້​ແຂວງ Nangarhar ​ເປັນ​ບ່ອນ​ຝຶກ​ແອບ ຕິດ​ອາວຸດ ໂຄສະນາ​ເຜີຍ​ແຜ່ ​ແລະ​ຄວບ​ຄຸມເສັ້ນທາງ ຈັດ​ສົ່ງ​ພວກ​ນັກ​ລົບ ​ໂດຍ​ສະໜອງ​ພວກ​ນັກ​ລົບຫົວ​ຮຸນ​ແຮງ ຢ່າງ​ບໍ່​ຂາດ​ໄລຍະ.

ທ່ານ Trowbridge ກ່າວ​ວ່າ ການ​ເສຍ​ຊີວິດ​ຂອງ​ທ້າວ Khan ຈະ​ລົບ​ກວນ​ການ​ປະຕິບັດ​ງານ​ຂອງ​ກຸ່ມ​ລັດ​ອິສລາມ​ ຢູ່​ໃນ​ອັຟກາ​ນິສຖານ​ແລະໃນ​ຂົງ​ເຂດ.

ພະ​ແນ​ກສືບ​ລັບ​ຂອງ​ອັຟກາ​ນິສຖານ ​ໄດ້​ລາຍ​ງານ​ດ້ວຍ​ຄວາມ​ຜິດພາດ ໃນ​ເດືອນກໍລະ ກົດ​ປີ 2015 ວ່າ ທ້າວ Khan ​ໄດ້​ຖືກ​ຂ້າ​ຕາຍ ໃນການ​ໂຈມ​ຕີ ​ໂດຍ​ເຮືອບິນ ບໍ່​ມີ​ຄົນ​ຂັບ. ​ແຫຼ່ງຂ່າວ​ຂອງ​ອັຟກາ​ນິສຖານ​ ແຈ້ງວ່າ ນອກ​ນັ້ນ ຍັງ​ມີ​ສະມາຊິກ ​ຄົນ​ອື່ນໆ​ອີກ 30 ຄົນ ຂອງ​ກຸ່ມ​ດັ່ງກ່າວ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ການ​ໂຈມ​ຕີ​ໂດຍ​ເຮືອບິນ​ບໍ່ມີ​ຄົນ​ຂັບ.​ ລາຍ​ງານ​ການ​ເສຍ​ຊີວິດ​ຂອງ​ທ້າວ Khan ​ໃນ​ເວລາ​ນັ້ນ ກັບກາຍ​ມາບໍ່​ເປັນຄວາມ​ຈິງ.

​ການ​ໂຈມ​ຕີ ໃນ​ວັນ​ທີ 11 ກໍລະກົດ ປີ 2015 ​ມີ​ຂຶ້ນບໍ່​ເທົ່າ​ໃດ​ເດືອນ​ລຸນຫລັງ​ການ​ໂຈມ​ຕີ​ອີກ​ເທື່ອ​ນຶ່ງ​ໃນ​ອັຟກາ​ນິສຖານ ທີ່​ໄດ້​ສັງຫານ​ຊາຍ​ຄົນ​ນຶ່ງ​ທີ່​ເຊື່ອ​ວ່າ ​ເປັນເຈົ້າໜ້າ​ທີ່​ໝາຍ​ເລກ 2 ຂອງ​ກຸ່ມ​ລັດ​ອິສລາມ​ຢູ່​ໃນ​ອັຟກາ​ນິສຖານ​ໃນເວລາ​ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG