ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການເງິນ ທີ່ສະໜັບສະໜຸນ ກຸ່ມ​ລັດ​ອິສລາມ ຫລຸດ​ນ້ອຍ​ລົງ


ຄວັນກຸ້ມຈາກການໂຈມຕີຂອງກຸ່ມລັດອິສລາມ Kobani ຢູ່ນອກເມືອງ Suruc, ໃກ້ໆກັບ ຊາຍແດນເທີກີ - ຊິເຣຍ, 28 ສິງຫາ, 2014.
ຄວັນກຸ້ມຈາກການໂຈມຕີຂອງກຸ່ມລັດອິສລາມ Kobani ຢູ່ນອກເມືອງ Suruc, ໃກ້ໆກັບ ຊາຍແດນເທີກີ - ຊິເຣຍ, 28 ສິງຫາ, 2014.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງກະຊວງ​ການ​ເງິນ​ສະຫະລັດທ່ານ​ນຶ່ງ ກ່າວວ່າ ​ໃນ​ຄວາມ​ພະຍາຍາມ ເພື່ອ​ເຮັດ​ໃຫ້​ຄວາມ​ຮັ່ງມີຂອງກຸ່ມ​ລັດ​ອິສລາມຫລຸດ​ນ້ອຍ​ລົງ​ນັ້ນ ​ແມ່ນໄດ້ກ້າວໜ້າ​ໄປ​ດ້ວຍ​ດີ ​ແຕ່​ຍັງ​ບໍ່​ສາມາດ​ເຮັດ​ໃຫ້ການ​ເງິນ​ຂອງ​ພວກ​ເຂົາ​ເປັນ​ອຳມະພາດ​ໄດ້​ເທື່ອ.

​ລັດຖະມົນຕີຊ່ວຍ​ວ່າ​ການ ກະຊວງ​ການ​ເງິນ​ຂອງສະຫະລັດ ທ່ານ Daniel Glaser ​ໄດ້​ກ່າວໃນ​ວັນ​ພຸດວານ​ນີ້ ​ໃນ​ລະຫວ່າງ​ການປຶກສາ​ຫາລືກັນ ທີ່ມູນ​ນິທີ​ເພື່ອ​ປ້ອງ​ກັນ​ປະຊາທິປະ​ໄຕ ​ໃນ​ວັນ​ອັງຄານ​ຜ່ານ​ມາ​ນີ້ວ່າ “ກຸ່ມ ISIL ​ແມ່ນໄດ້​ຮັບ​ຄວາມ​ເສຍ​ຫາຍ​ທາງ​ການ​ເງິນ​ ແລະ​ສ່ວນ​ໃຫຍ່​ແລ້ວ​ ແມ່ນ​ເປັນ​ຍ້ອນ​ການ​ດຳ​ເນີນຄວາມ​ພະຍາຍາມ ຂອງ​ກຳລັງ​ປະສົມ.”

ສິ່ງ​ທີ່​ເຫັນ​ໄດ້​ຊັດ​ແຈ້ງ​ນັ້ນ ​ແມ່ນ​ການ​ປະຕິບັດ​ງານ​ຕໍ່​ການ​ຂາຍ​ນ້ຳມັນ​ຂອງກຸ່ມ IS ຊຶ່ງ​ໃນ​ຄັ້ງ​ນຶ່ງ​ນັ້ນ ​ແມ່ນນຳ​ເອົາ​ລາຍ​ໄດ້​ເຂົ້າມາ​ປະມານ​ 500 ລ້ານ ​ໂດ​ລ່າ ຕໍ່​ປີ.

ພະນັກງານເດັກນ້ອຍ ໃນບ່ອນກັ່ນນ້ຳມັນ ໃນຊິເຣຍ.
ພະນັກງານເດັກນ້ອຍ ໃນບ່ອນກັ່ນນ້ຳມັນ ໃນຊິເຣຍ.

ຫ້ອງການ​ຕໍ່ຕ້ານ​ພວກ​ກໍ່​ການ​ຮ້າຍ​ແລະ​ການສືບ​ລັບ​ດ້ານ​ການ​ເງິນຂອງກະຊວງ​ການ​ເງິນ​ເຊື່ອ​ວ່າ ລາຍ​ໄດ້ທີ່​ວ່າ​ນີ້ ​ໄດ້​ຖືກ​ຕັດ​ລົງ​ເຄິ່ງນຶ່ງ ​ເຫລືອປະມານ 250 ລ້ານ​ໂດ​ລ່າ ຕໍ່​ປີ ຍ້ອນ​ການ​ປະຕິບັດ​ງານ​ໂຈມ​ຕີທາງ​ອາກາດຂອງ​ກຳລັງ​ປະສົມ ​ເພື່ອ​ຕໍ່ຕ້ານ​ການ​ລັກລອບສົ່ງ​ນ້ຳ ມັນ ​ແລະການຕົກ​ຕ່ຳ​ລົງ​ຂອງ​ລາຄານ້ຳມັນໂລກ.

ເຈົ້າ​ໜ້າ​ທີ່​ສືບລັບຂອງ​ສະຫະລັດ ​ໄດ້​ກ່າວ​ໂດຍ​ບໍ່​ປະສົງ​ອອກ​ນາມ ວ່າ “ມັນ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ກຸ່ມລັດ​ອິສລາມ ​ໄດ້​ຮັບ​ຄວາມ​ກົດ​ດັນ ຈາກ​ການ​ໂຈມ​ຕີທາງ​ອາກາດ ຕໍ່​ໂຮງ​ກັ່ນ​ນ້ຳມັນ​ຢ່າງ​ຕໍ່​ເນື່ອງ ຕະຫລອດ​ທັງ​ການ​ເກັບ​ສະ​ສົມເງິນສົດ​ຂອງ​ກຸ່ມ ​ໃນ​ອີຣັກ​ແລະ​ຊິ​ເຣຍ ຊຶ່ງ​ທັງ​ໝົດ​ນີ້​ຕ່າງ​ກໍໄດ້​ຮັບ​ຜົນ​ກະທົບ.”

ເຈົ້າ​ໜ້າ​ທີ່ທ່ານ​ນີ້​ກ່າວ​ເພີ້​ມຕື່ມ​ວ່າ “ເມື່ອ​ເວົ້າ​ເຖິງ​ຫຼາຍໆ​ດ້ານ​ກ່ຽວ​ກັບ​ກຳລັງ​ຄົນ​ຂອງ​ກຸ່ມ​ແລ້ວ ການ​ເກັບ​ເກນ​ຜູ້ຄົນ​ໃໝ່​ແລະຊ່ອງ​ໃນ​ການ​ປະຕິບັດ​ງານນັ້ນ ກຸ່ມລັດ​ອິສລາມ ISIL ​ແມ່ນຢູ່​ຈຸດ​ຕ່ຳ​ສຸດ.

ປື້ມລົງບັນຊີຂອງ ກຸ່ມລັດ ອິສລາມ ທີ່ ສະແດງອອກເຖິງລາຍລະອຽດ ຂອງການສະແດງອອກ ໃນເມືອງ Dabiq. (ພາບໂດຍ Aymenn Jawad al-Tamimi, ກອງປະຊຸມຕາເວັນອອກກາງ)
ປື້ມລົງບັນຊີຂອງ ກຸ່ມລັດ ອິສລາມ ທີ່ ສະແດງອອກເຖິງລາຍລະອຽດ ຂອງການສະແດງອອກ ໃນເມືອງ Dabiq. (ພາບໂດຍ Aymenn Jawad al-Tamimi, ກອງປະຊຸມຕາເວັນອອກກາງ)

ໄດ້​ມີ​ການ​ຄາດ​ຄະ​ເນກັນ​ກ່ຽວ​ກັບ​ເງິນສົດ​ສຳຮອງພຽງ​ຢ່າງ​ດຽວຂອງກຸ່ມລັດ​ອິສລາມນັ້ນ​ແມ່ນ​ຖືກ​ຕັດ​ລົງ​ຢ່າງ​ຫຼວງ​ຫຼາຍ ​ຈາກ 300 ຫາ 800 ລ້ານ​ ​ໃນ​ຂະນະສະຫະລັດ ​ແລະ​ພາຄີ​ໃນ ກຳລັງ​ປະສົມ ​ໄດ້​ເພີ້​ມການໂຈມ​ຕີທາງ​ອາກາດ ທີ່​ມີ​ເປົ້າ​ໝາຍໃສ່​ການ​ເງິນ​ຂອງກຸ່ມ​ດັ່ງກ່າວ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດສະຫະລັດ ທ່ານ Ash Carter ​ໄດ້​ບອກ​ກັບ​ຄະນະ​ກຳມະການ​ກອງທັບ​ສະພາ​ສູງ ໃນທ້າຍ​ເດືອນ​ແລ້ວ​ນີ້ວ່າ ການ​ປະຕິບັດ​ງານ​ຂອງ​ກຳລັງ​ປະສົມໄດ້​ບີບຄັ້ນ ຕໍ່ຊັບພະຍາກອນທາງ​ການ​ເງິນກຸ່ມລັດ​ອິສລາມ ໂດຍ​ບ່ອນ​ທຳລາຍ​ ຄວາມ​ສາມາດໃນ​ການ​ປົກຄອງຂອງກຸ່ມດັ່ງກ່າວ.

ກະລຸນາອ່ານຂ່າວນີ້ເພີ້ມຕື່ມໃນພາສາລາວ

XS
SM
MD
LG