ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກ Al-Shabab ຄັດຄ້ານການເລືອກຕັ້ງ ຂອງປະທານາທິບໍດີ ຄົນໃໝ່ໃນ ໂຊມາເລຍ


ປະທານາທິບໍດີທີ່ຖືກເລືອກໃໝ່ຂອງ ໂຊມາເລຍ ທ່ານ Mohamed Abdullahi Farmajo ຢູ່ທາງຂ້າງ ປະທາ
ນາທິບໍດີ ທີ່ພົ້ນຈາກຕຳແໜ່ງ ທ່ານ Hassan Sheikh Mohamud (ຊ້າຍ) ກ່າວຄຳປາໄສຕໍ່ບັນດາສະມາຊິກ
ສະພາຫຼັງຈາກຊະນະການລົງຄະແນນສຽງທີ່ສະໜາມ
ບິນໃນນະຄອນຫຼວງ ໂມກາດິຊູ ຂອງ ໂຊມາເລຍ. 8
ກຸມພາ, 2017.
ປະທານາທິບໍດີທີ່ຖືກເລືອກໃໝ່ຂອງ ໂຊມາເລຍ ທ່ານ Mohamed Abdullahi Farmajo ຢູ່ທາງຂ້າງ ປະທາ ນາທິບໍດີ ທີ່ພົ້ນຈາກຕຳແໜ່ງ ທ່ານ Hassan Sheikh Mohamud (ຊ້າຍ) ກ່າວຄຳປາໄສຕໍ່ບັນດາສະມາຊິກ ສະພາຫຼັງຈາກຊະນະການລົງຄະແນນສຽງທີ່ສະໜາມ ບິນໃນນະຄອນຫຼວງ ໂມກາດິຊູ ຂອງ ໂຊມາເລຍ. 8 ກຸມພາ, 2017.

ເຈົ້າໜ້າທີ່ອາວຸໂສຄົນໜຶ່ງຂອງກຸ່ມ al-Shabab ກ່າວວ່າ ກຸ່ມກະບົດອິສລາມຂອງເຂົາໄດ້ ຄັດຄ້ານການເລືອກຕັ້ງຂອງທ່ານ Mohamed Abdulladhi Farmajo ເປັນປະທານາທິ ບໍດີຂອງປະເທດ ໂຊມາເລຍ.

ທ້າວ Hassan Yaqub Ali, ຜູ້ທີ່ເປັນສະມາຊິກຂອງການນຳກຸ່ມ al-Shabab ແລະ ຜູ້ ປົກຄອງ ຂອງກຸ່ມຫົວຮຸນແຮງຂອງພາກພື້ນ Galgudud ໄດ້ຂົ່ມຂູ່ວ່າ ກຸຸ່ມດັ່ງກ່າວຈະ ແນເປົ້າໝາຍໃສ່ ຄອບຄົວ ແລະ ຜູ້ໃດກໍຕາມທີ່ຮ່ວມມືກັບປະທານາທິບໍດີຄົນໃໝ່ນີ້.

ເຂົາໄດ້ກ່າວໃນຄຳປາໄສທີ່ອອກອາກາດໂດຍສື່ມວນຊົນ al-Shabab ໃນຕອນຄ່ຳຂອງ ວັນເສົາ ວານນີ້ວ່າ “ພວກເຮົາຈະຕໍ່ສູ້ກັບລາວໃນລະຫວ່າງການດຳລົງຕຳແໜ່ງສີ່ປີ ຂອງລາວ.”

ທ່ານ Farmajo ໄດ້ຖືກເລືອກເອົາໂດຍສະພາແຫ່ງຊາດ ໂຊມາເລຍ ໃນວັນທີ 8 ເດືອນ ກຸມພາ ທີ່ຜ່ານມາ ໃນການເລືອກຕັ້ງທີ່ໄດ້ຮັບຄວາມຍິນດີ ແລະ ສະເຫຼີມສະຫຼອງຢ່າງ ກວ້າງຂວາງໂດຍ ປະຊາຊົນ ໂຊມາເລຍ.

ຫຼາຍຄົນຜູ້ທີ່ໄດ້ສະເຫຼີມສະຫຼອງນັ້ນ ໄດ້ຍົກຍ້ອງວຽກງານຂອງທ່ານ Farmajo ໃນລະ ຫວ່າງ ການດຳລົງຕຳແໜ່ງນາຍົກລັດຖະມົນຕີ 7 ເດືອນຂອງທ່ານໃນປີ 2010 ແລະ 2011. ໃນເວລາ ນັ້ນ, ທ່ານ Farmajo ໄດ້ຈ່າຍເງິນເດືອນໃຫ້ພະນັກງານລັດຖະບານ ແລະ ທະຫານ. ນອກນັ້ນ ທ່ານຍັງໄດ້້ເອົາບົດບາດສຳຄັນໃນການເຕົ້າໂຮມທະຫານ ໂຊມາເລຍ ທີ່ມີຄວາມອ່ອນແອເພື່ອຕໍ່ ສູ້ຮ່ວມກັບກອງທັບສະຫະພາບ ອາຟຣິກາ ໃນການໂຈມຕີທີ່ໄດ້ຜັກດັນພວກ al-Shabab ອອກ ຈາກທຳນຽບປະທານາທິບໍດີ.

ເຈົ້າໜ້າທີ່ກຸ່ມ al-Shabab ປາກົດວ່າ ໄດ້ມີຄວາມເປັນຫ່ວງໂດຍຄວາມນິຍົມຂອງທ່ານ Farmajo, ໂດຍກ່າວວ່າ ປະທານາທິບໍດີຄົນໃໝ່ບໍ່ແມ່ນ “ຄົນຮັກຊາດ.”

ໃນການຕອບສະໜອງຕໍ່ການສະເຫຼີມສະຫຼອງທົ່ວປະເທດນັ້ນ, ທ້າວ Ali ໄດ້ກ່າວວ່າ ການເດີນ ຂະບວນນັ້ນ “ໄດ້ຖືກວ່າຈ້າງໂດຍອົງການ NGO.”

ທ່ານ Farmajo ໄດ້ອາໄສຢູ່ໃນ ສະຫະລັດ ກ່ອນການເລືອກຕັ້ງຂອງທ່ານ ແລະ ເປັນຜູ້ທີ່ ຖືສອງ ສັນຊາດ ຄືສັນຊາດໂຊມາເລຍ ແລະ ອາເມຣິກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG