ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກຫົວ​ຮຸນ​ແຮງ​ ລັດອິສລາມ ​ໄດ້​ຢຶດ​ເອົາ​ ເນື້ອ​ທີ່ຕື່ມ​ອີກ ​ໃນພາກເໜືອ​ຂອງ​ອີ​ຣັກ (ວີດີໂອ)


FILE - ກອງກຳລັງຊາວ Kurdish ທີ່ເອີ້ນວ່າ "peshmerga" ກຳລັງຍາມ ລະຫວ່າງປະຕິບັດການປ້ອງກັນຢ່າງເຂັ້ມງວດ ເພື່ອຕໍ່ຕານພວກ ກໍ່ການຮ້າຍນັກລົບລັດອິສລາມ ຢູ່ນອກເຂດແຂວງ Nineveh, ວັນທີ 6 ສິງຫາ 2014.
FILE - ກອງກຳລັງຊາວ Kurdish ທີ່ເອີ້ນວ່າ "peshmerga" ກຳລັງຍາມ ລະຫວ່າງປະຕິບັດການປ້ອງກັນຢ່າງເຂັ້ມງວດ ເພື່ອຕໍ່ຕານພວກ ກໍ່ການຮ້າຍນັກລົບລັດອິສລາມ ຢູ່ນອກເຂດແຂວງ Nineveh, ວັນທີ 6 ສິງຫາ 2014.

ພວກຫົວ​ຮຸນ​ແຮງ​ອິສລາມ ​ໄດ້​ຢຶດ​ເອົາ​ເນື້ອ​ທີ່ຕື່ມ​ອີກ ​ໃນພາກ
​ເໜືອ​ຂອງ​ອີ​ຣັກ ​ໃນ​ວັນ​ພະຫັດ​ມື້​ນີ້ ​ໂດຍ​ໄດ້​ຢຶດເອົາ​ຫຼາຍໆ
ເມືອງ ​ທີ່ມີຊາວຄຣິສຕຽນ​ອາ​ໄສ​ຢູ່ ​ເປັນສ່ວນ​ໃຫຍ່ ​ແລະ ກົດ
​ດັນໃຫ້​ຊາວ​ເມືອງຫຼາຍພັນ​ຄົນ ຫລົບ​ໜີໄປ.

ພວກ​ເຫັນ​ເຫດການ​ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ ​ໄດ້ທຳ​ການ
ບຸກ​ໂຈມ​ຕີ​ຂ້າມ​ຄືນ ​ຢູ່ໃກ້ໆ​ກັບເຂດປົກຄອງ​ຕົນ​ເອງ​ເຄິ່ງນຶ່ງ​
ຂອງຊາວ Kurds ​ໃນ​ອີຣັກ ແລະ​ໄດ້​ຢຶດ​ເອົາຫຼາຍ​ໆເມືອງ
ລວມທັງ​ເມືອງ Qaraqoush ​ແລະ Tal Kayf ຊຶ່ງ​ມີ​ພົນລະ
​ເມືອງ​ຊາວ​ຄຣິສຕຽນ​ ​ເປັນ​ຈຳນວນຫຼາຍ.

ບັນດາ​ພະ​ສາສະໜາຄຣິສ ຢູ່​ໃນ​ບໍລິ​ເວນ​ດັ່ງກ່າວ​ນັ້ນ ​ເວົ້າ​ວ່າ ພົນລະ​ເຮືອນຫຼາຍໝື່ນຄົນ
ພ້ອມ​ກັນກັບພວກນັກ​ຕໍ່ສູ້​ຊາວ Kurd ຜູ້​ທີ່ໄດ້​ໃຫ້ການ​ປົກ​ປ້ອງ​ພວກ​ເຂົາ​ເຈົ້າ​ນັ້ນ ​ໄດ້ພາ
ກັນ​ຫ​ລົບ​ໜີ​ໄປ.

ກຸ່ມ​ອິສລາມ​ນິກາຍຊຸນ​ນີ ທີ່​ເອີ້ນ​ຕົນ​ເອງ​ວ່າ ລັດ​ອິສລາມ ຫຼື Islamic State ນັ້ນ ​ໄດ້​ຢຶດ
​ເອົາ​ເນື້ອ​ທີ່​ອັນ​ກວ້າງ​ໃຫຍ່ ຢູ່ໃນພາກ​ເໜືອ ແລະ ພາກ​ຕາ​ເວັນ​ຕົກ​ຂອງ​ອີຣັກ ໃນເດືອນ​
ມິຖຸນາ​ປີ​ນີ້ ​ແລະ​ໄດ້​ປະກາດຕົນເອງເປັນ “ຫົວໜ້າ​ສາສະໜາ​ອິສລາມ” ແລະ​ໄດ້ເຂັ່ນຂ້າ
ຫຼືບໍ່ ​ກໍກົດ​ດັນໃຫ້ພວກຊົນ​ເຜົ່ານ້ອຍ ໜີອອກ​ໄປ.

ໃນ​ອີກ​ຂ່າວ​ນຶ່ງ​ນັ້ນ ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່ອີ​ຣັກ ​ໃນ​ວັນ​ພຸດ​ວານ​ນີ້ ​ໄດ້​ເຮັດ​ໃຫ້​ມີ
ຫຼາຍກວ່າ 100 ຄົນ​ເສຍ​ຊີວິດ ລວມທັງ ພົນລະ​ເຮືອນ ​ແລະ ພວກນັກ​ລົບ​ອິສລາມ
​ຫົວ​ຮຸນ​ແຮງອີກ​ດ້ວຍ.

​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດລົດ​ ຢູ່​ຕະຫລາດ 2 ​ແຫ່ງ​ ​ທີ່​ເຕັມ​ໄປ​ດ້ວຍ​ຜູ້​ຄົນ ໃນແບກ​ແດດ
​ເຮັດ​ໃຫ້​ມີ ຢ່າງ​ນ້ອຍ 47 ຄົນ ​ເສຍ​ຊີວິດ.

​ໃນ​ວັນ​ພຸດ​ເຊັ່ນ​ກັນ ບັນດາ​ເຈົ້າໜ້າ​ທີ່​ທະຫານ ກ່າວ​ວ່າ ມີ​ການ​ໂຈມ​ຕີ​ທາງ​ອາກາດ​
ຫຼາຍບັ້ນ ໃສ່​ອາຄານຫຼັງນຶ່ງ​ ຢູ່​ໃນ​ເມືອງ Mosul ທີ່​ພວກ​ກະ​ບົດ​ຄວບ​ຄຸມ​ນັ້ນ ​ເຮັດໃຫ້​
ພວກ​ຫົວ​ຮຸນ​ແຮງ​ 60 ຄົນ ​ເສຍ​ຊີວິດ.

​ເປົ້າໝາຍ​ທີ່​ແນ​ໃສ່​ນັ້ນ ແມ່ນ​ເປັນ​ຄຸກ ​ທີ່​ພວກ​ກະບົດ​ໄດ້​ນຳ​ໃຊ້​ ເປັນສານ​ສາ​ສະໜາ ​
ແລະ ສູນ​ກັກ​ຂັງ.

ຄວາມຮຸນແຮງຢູ່ອິຣັກ, ວັນທີ 7 ສິງຫາ 2014:

IRAQ VIOLENCE VO
please wait
Embed

No media source currently available

0:00 0:00:21 0:00

XS
SM
MD
LG