ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອິສຣາແອລ ແລະ ປາແລັສຕາຍ​ນ໌ ເລີ້ມ ເຈລະຈາ ສັນຕິພາບ (ວີດິໂອ)


Low Expectations for Mideast Peace Talks
please wait

No media source currently available

0:00 0:02:54 0:00
ລິງໂດຍກົງ

ມີຄວາມຫວັງໃນແງ່ດີໜ້ອຍນຶ່ງ ກ່ຽວກັບຜົນ ຂອງການເຈລະຈາຢ່າງເປັນທາງການ ວາລະທໍາອິດ ລະຫວ່າງອິສຣາແອລ ແລະປາແລັສຕາຍ​ນ໌

ການເຈລະຈາສັນຕິພາບ ລະຫວ່າງອິສຣາແອລ ແລະປາແລັສ
ຕາຍ​ນ໌ ຮອບໃໝ່ ເລີ້ມຕົ້ນຂຶ້ນໃນແລງວັນພຸດວານນີ້ທີ່ກຸງ
Jerusalem ຊຶ່ງເປັນຄວາມພະຍາຍາມ ຢ່າງແທ້ຈິງຄັ້ງທໍາອິ​ດ
ເພື່ອຈະແກ້ໄຂບັນຫາທີ່​ສຳຄັນໆລະຫວ່າງປະເທດ​ທັງສອງ
ໃນຮອບຫ້າປີ.

ທັງສອງຝ່າຍໄດ້ຈັດໃຫ້ມີການເຈລະຈາຂັ້ນຕົ້ນ ໃນເດືອນແລ້ວນີ້
ຢູ່ນະຄອນວໍຊິງຕັນ ແລະ​ມີ​ຄວາມ​ໝັ້ນໝາຍ​ທີ່​ຈະໃຊ້​ໄລຍະເວລາ
9 ເດືອນ ເພື່ອສົນທະນາກັນກ່ຽວກັບຊາຕາກໍາຂອງຊາວອົບພະຍົບ
ປາແລັສຕາຍ​ນ໌, ການຕັ້ງບ້ານເຮືອນ ຂອງຊາວອິສຣາ​ແອ​ລ ແລະ
ຊາຍແດນຂອງປະເທດປາແລັສຕາຍ​ນ໌ໃນອະນາຄົດ.

ມີຄວາມຫວັງໃນແງ່ດີໜ້ອຍນຶ່ງ ກ່ຽວກັບຜົນຂອງການເຈລະຈາຢ່າງເປັນທາງ ການວາລະທໍາ
ອິດທີ່ຄາດວ່າຈະເພັ່ງເລັງໃສ່ການກຳນົດ​ຫົວ​ຂໍ້​ປະຊຸມສໍາລັບການ ເຈລະຈາ ໃນອະນາຄົດ.

ທ່ານນາງ Lucy Kurtzer-Ellenbogen ທີ່ສະຖາບັນສັນຕິພາບຂອງສະຫະລັດເວົ້າວ່າ ການ
ນັ່ງລົງເພື່ອເຈລະຈາກັນເທົ່ານັ້ນ ແມ່ນບໍ່ພຽງພໍ.

ການເຈລະຈາທີ່​ວ່າ​ນີ້​ ແມ່ນນໍາພາໂດຍທ່ານນາງ Tzipi Livni ລັດຖະມົນຕີກະຊວງຍຸດຕິ
ທໍາຂອງອິສຣາ​ແອ​ລ ແລະທ່ານ Saeb Erekat ຫົວໜ້າຄະນະເຈລະຈາຂອງປາແລັສຕາຍ​ນ໌
ໂດຍ​ໄດ້​ຮັບການຊ່ວຍເຫລືອຈາກອະດີດເອກອັກຄະລັດຖະທູດສະຫະລັດປະຈໍາອິສຣາແອ​ລ ທ່ານ Martin Indyk.
XS
SM
MD
LG