ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ວີດີໂອ ຂອງກຸ່ມ ລັດອິສລາມ ສະແດງ ໃຫ້ເຫັນ ເຖິງການກໍ່ ຄວາມຮຸນແຮງ ໃນ ອັຟການິສຖານ


ທະຫານອັຟການິສຖານ ພວມຢືນຍາມ ທີ່ຄ້າຍ Narai ໃນເຂດເມືອງ Ghazi Abad.
ທະຫານອັຟການິສຖານ ພວມຢືນຍາມ ທີ່ຄ້າຍ Narai ໃນເຂດເມືອງ Ghazi Abad.

ພວກຈົງຮັກພັກດີຕໍ່​ກຸ່ມລັດອິສລາມຫຼື IS ໃນປະເທດອັຟການິສ
ຖານ ໄດ້ນຳວີດີໂອໃໝ່ ອອກ​ເຜີຍ​ແຜ່ ໃນວັນສຸກມື້ນີ້ ທີ່ສະແດງ
ໃຫ້ເຫັນ​ເຖິງການ​ໂຈມ​ຕີ​ດ້ວຍລະເບີດລົດສະຫຼະຊີບ​ໃສ່ດ່ານຮັກ ສາຄວາມປອດໄພແຫ່ງໜຶ່ງ ຂອງ​ອັຟກາ​ນິສຖານ ແລະການກະ
ທຳຄວາມຮຸນແຮງອີກຫຼາຍຢ່າງຮວມທັງໃນປະເທດປາກິສຖານ
ທີ່ຢູ່ໃກ້ຄຽງນຳ​ດ້ວຍ.

ວິດີໂອທີ່ອ້າງວ່າ ແມ່ນຂອງພວກ IS ໄດ້ຖືກເປີດເຜີຍ ຕໍ່ບັນດາ
ນັກຂ່າວ ມີຊື່ວ່າ “Khurasan ຫຼືຂຸມຝັງສົບ ຂອງພວກ​ນອກສາ
ສະໜາ” ທີ່ສະແດງໃຫ້ເຫັນພາບ ຂອງພວກຫົວຮຸນແຮງດັກສະ
ກັດໂຈມຕີຂະບວນລົດຂອງກອງກຳລັງຮັກສາຄວາມປອດໄພປາກິສຖານທີ່ເດີນທາງຜ່ານ ຮ່ອມ​ພູ ການຍິງປະທະກັນ ກັບກຳລັງຮັກສາຄວາມປອດ​ໄພຢູ່​ແຫ່ງ​ອື່ນໆ ແລະການ​ໂຈມ​ຕີ
​ດ້ວຍລະເບີດ​ແຄມຖະໜົນ 2​ ຄັ້ງໃສ່​ລົດຂອງລັດຖະບານອັຟກາ​ນິສຖານ ອີງຕາມຂໍ້ຄວາມ
ອະທິບາຍໃນພາສາ Pashto.

ຊາຍຄົນໜຶ່ງໄດ້ຖືກຕັດຫົວແລະອີກ 2 ຄົນຖືກຍິງໃນໄລຍະເຜົາຂົນຈາກດ້ານຫຼັງຂອງຫົວ.
ວີ​ດີ​ໂອເວົ້າວ່າ ການກໍ່ຄວາມຮຸນແຮງ ໄດ້ຖືກນຳ​ມາ​ໃຊ້ ໃນພາກຕາເວັນອອກຂອງອັຟກາ
ນິສຖານ ທີ່ແຂວງ Logar Nangarhar ແລະ Paktik ໃກ້ກັບເຂດຊາຍແດນປາກິສຖານ.

ໃນຕອນຈົບຂອງວີດີໂອ ຜູ້ຊາຍຄົນໜຶ່ງໄດ້ກ່າວອຳລາ ຕໍ່ພວກໝູ່ຫົວຮຸນແຮງກ່ອນຈະຂັບ
ລົດກະບະທີ່ບັນທຸກລະເບີດ ແລະແລ່ນເຂົ້າ​ໄປໃນຄ້າຍທະຫານບົກແຫ່ງນຶ່ງ​ ຂອງອັຟກາ ນິສຖານ.

ການລະເບີດຂະ​ໜາດ​ແຮງໄດ້ສົ່ງ​ແປວຄວັນຂະໜາດ​ໃຫຍ່ຂຶ້ນສູ່ທ້ອງຟ້າເຊິ່ງເຫັນໄດ້ຊັດ
ເຈນວ່າ ສະຖານທີ່ທັງໝົດ ຊຶ່ງຕັ້ງຢູ່ໃນເມືອງ Azra ແຂວງ Logar ໄດ້ຖືກທຳລາຍໝົດ.

ຄວາມເຊື່ອຖືໄດ້ຂອງວິດີໂອ ແລະວັນ​ເວລາທີ່ໄດ້ເກີດຄວາມຮຸນແຮງນັ້ນ ແມ່ນບໍ່ສາມາດ ຢືນຢັນໄດ້ໃນທັນທີ​ເທື່ອ.

IS Video Shows Group's Extreme Violent Acts in Afghanistan
please wait

No media source currently available

0:00 0:00:58 0:00

XS
SM
MD
LG