ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ທຳນຽບຂາວ ປະນາມ ການສັງຫານໝູ່ ຊາວຄຣິສຕຽນ ອີທິໂອເປຍ


ABD-İndiana
ABD-İndiana

ທຳນຽບຂາວ​ໄດ້​ປະນາມ ​“ໃນ​ຄຳ​ເວົ້າ​ທີ່​ແຮງທີ່​ສຸດ” ຕໍ່ການ​ສັງຫານ​ໝູ່​ຊາວຄຣິສຕຽນ Ethiopia ​30 ຄົນ​ໃນ​ລີ​ເບຍ ທີ່​ກຸ່ມ​ລັດ​ອິສລາມ​ໄດ້​ກ່າວ​ອ້າງນັ້ນ.

​ໂຄສົກ​ຍິງ​ປະຈຳ​ທຳນຽບຂາວ ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ
“ການ​ທີ່ ພວກ​ກໍ່​ການຮ້າຍເຫຼົ່າ​ນັ້ນ ສັງຫານພວກ​ຜູ້​ຊາຍ​
ເຫຼົ່າ​ນີ້ ຍ້ອນ​ຄວາມ​ເຊື່​ອ ຖື​ທາງ​ສາສະໜາ​ຂອງ​ເຂົາ​ເຈົ້າ
​ເທົ່າ​ນັ້ນ ​ສະ​ແດງ​ໃຫ້​ເຫັນ​ຄວາມ​ໂຫດ​ຫ້ຽມອັນ​ຊົ່ວ​ຮ້າຍ​
ແລະ​ໄຮ້ຄວາມ​ຮູ້ສຶກ​ຂອງ​ພວກ​ກໍ່​ການ​ຮ໊າຍ.”

​ໂຄສົກ​ຍິງກ່າວ​ຕໍ່​ໄປ​ວ່າ ການ​ສັງຫານສະ​ແດງ​ໃຫ້​ເຫັນ​ຄວາມຈຳ​ເປັນຢ່າງ​ຮີບ​ດ່ວນ​ ສຳລັບ​ການ​ແກ້​ໄຂ​ບັນຫາຄວາມ​ວຸ້ນວາຍ​ທາງ​ການ​ເມືອງ​ໃນລີ​ເບຍ ​ແລະ​ການປຸ້ມລຸມ​ສາມັກຄີ​ກັນ​ຕໍ່ຕ້ານ​ພວກ​ກຸ່ມ​ກໍ່​ການ​ຮ້າຍ.

​ໃນ​ການ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ສຳລັບ​ການ​ສັງຫານ​ໝູ່ທີ່​ວ່າ​ນີ້ ກຸ່ມລັດ​ອິສລາມ​ໄດ້​ລົງ​ພາບ​ວີ​ດີ​ໂອ ສະ​ແດງ​ໃຫ້​ເຫັນ​ພວກ​ຜູ້​ຊາຍ​ເຫຼົ່າ​ນີ້ ນັ່ງ​ຄຸ​ເຂົ່າ ​ຢູ່​ໃນ​ຊາຍ​ຫາດ​ແຫ່ງ​ໜຶ່ງ ​ແລະ​ຖືກ​ຕັດ​ຫົວ ສ່ວນ​ພວກ​ອື່ນໆ​ນັ້ນ ຖືກ​ຍິງ​ໃສ່​ງ່ອນ​ດົ້ນ​ ຊຶ່ງ​ຄ້າຍຄື​ກັນ​ກັບ​ພາບ​ວີ​ດີ​ໂອ ທີ່ເປີດ​ເຜີຍ​ອອກ​ມາ ໃນ​ເດືອນ​ກຸມພາ​ຜ່ານ​ມາ ທີ່​ສະ​ແດງ​ໃຫ້​ເຫັນ​ພວກ​ຫົວ​ຮຸນ​ແຮງ​ກຸ່ມ​ລັດ​ອິສລາມ ​ຕັດ​ຫົວ​ພວກ​ຊາວ​ຄຣິສຕຽນ​ອີ​ຈິບ​ນັ້ນ.

ພວກຫົວຮຸນແຮງ ISIL ຢືນຢູ່ທາງຫຼັງຂອງຊາວຄຣິສຕຽນ ອີທິໂອເປຍ ໃນເວັບໄຊ ສື່ສັງຄົມ
ພວກຫົວຮຸນແຮງ ISIL ຢືນຢູ່ທາງຫຼັງຂອງຊາວຄຣິສຕຽນ ອີທິໂອເປຍ ໃນເວັບໄຊ ສື່ສັງຄົມ

ເຈົ້າ​ໜ້າ​ທີ່​ສັນນິບາດ​ຊາດ​ອາຫຣັບທ່ານ​ໜຶ່ງ ກ່າວ​ຕໍ່​ອົງການ
​ຂ່າວ​ຝຣັ່ງ ວ່າ ພວກ​ຫົວໜ້າ​ທະຫານ​ຈາກ​ພາກ​ພື້ນ ຈະ​ພົບ​ປະ
ກັນ​ທີ່​ນະຄອນ​ຫຼວງ ໄຄ​ໂຣ ​ໃນ​ສັບປະດາ​ນີ້ ​ເພື່ອ​ໂອ້​ລົມ​ສົນທະ
ນາ​ກັນ​ເລື້ອງ ການຈັດ​ຕັ້ງ​ກຳລັງທະຫານ​ຮ່ວມ​ຂຶ້ນ ​ເພື່ອ​ຕໍ່ຕ້ານ​
ພວກ​ຫົວ​ຮຸນ​ແຮງ​ກຸ່ມ​ລັດ​ອິສລາມ​.

ສະຫະລັດ ກຳລັງ​ນຳພາ​ກຸ່ມ​ປະສົມ​ນາໆ​ຊາດຢູ​ແລ້ວ ​ທຳ​ການ
​ໂຈມ​ຕີ​ທາງ​ອາກາດ​ຕໍ່​ເປົ້າ​ໝາຍ​ແຫ່ງ​ຕ່າງໆ​ຂອງ​ກຸ່ມ​ລັດ​ອິສລາມ​
ໃນ​ຊີ​ເຣຍ ​ແລະ​ໃນ​ອີຣັກ ຊຶ່ງ​ໄດ້​ອຳນວຍໃຫ້​ພວກ​ກຳລັງ​ຂອງ​ອີຣັກ
​ຍຶດ​ເອົາ​ຫຼາຍ​ເຂດ​ຄືນ​ມາ​ໄດ້ ຈາກ​ພວກ​ຫົວ​ຮຸນ​ແຮງ​.

XS
SM
MD
LG