ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການໂຈມຕີ ທາງອາກາດ ສຫລ ແນເປົ້າໝາຍ ໃສ່ຜູ້ນຳ ຄົນສຳຄັນ ຂອງກຸ່ມລັດອິສລາມ


ຮູບພາບ ຈາກອົງການຂ່າວ Amaq ຂອງກຸ່ມລັດອິສລາມ ທີ່ນຳອອກເຜີຍແຜ່ ເມື່ອວັນທີ 27 ກໍລະກົດ ທີ່ສະແດງໃຫ້ເຫັນ ຜູ້ຊາຍ 2 ຄົນ ບຸກເຂົ້າໄປໃນໂບດແຫ່ງນຶ່ງ ທີ່ເມືອງ
Saint-Etienne-du-Rouvray ປະເທດຝຣັ່ງ.
ຮູບພາບ ຈາກອົງການຂ່າວ Amaq ຂອງກຸ່ມລັດອິສລາມ ທີ່ນຳອອກເຜີຍແຜ່ ເມື່ອວັນທີ 27 ກໍລະກົດ ທີ່ສະແດງໃຫ້ເຫັນ ຜູ້ຊາຍ 2 ຄົນ ບຸກເຂົ້າໄປໃນໂບດແຫ່ງນຶ່ງ ທີ່ເມືອງ Saint-Etienne-du-Rouvray ປະເທດຝຣັ່ງ.

ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ ​ຂອງ​ກຳລັງ​ແນວ​ໂຮມ ໄດ້ແນ​ເປົ້າໝາຍ​ໃສ່​ເຈົ້າໜ້າ​ທີ່​ອະ​ວຸ​ໂສ​ສຸດ​ຄົນ​ນຶ່ງ ຂອງ​ກຸ່ມ​ລັດ​ອິສລາມ ຢູ່​ໃນ​ພາກ​ເໜືອ​ຊີ​ເຣຍ ໂດຍ​ບໍ່​ໄດ້ກ່າວ​ວ່າ​ຜູ້ກ່ຽວ​ຖືກ​ຂ້າ​ຕາຍ​ແຕ່​ໄດ້​ປະກາດ​ວ່າຖ້າ​ຜູ້ກ່ຽວ​ຕາຍ​ກໍຈະ​ເປັນຄວາມ​ເສຍຫາຍ​ຮ້າຍ​ແຮງ​ສຳລັບ​ກຸ່ມ​ກໍ່​ການ​ຮ້າຍ​ດັ່ງກ່າວ.

ກຸ່ມ​ລັດ​ອິສລາມ​ ໄດ້​ອອກ​ມາ​ປະກາດ ​ກ່ຽວ​ກັບ​ການ​ເສຍ​ຊີວິດ​ຂອງທ້າວ Abu Muham- mad al-Adnani ​ໃນ​ວັນ​ອັງ​ຄານ​ວານ​ນີ້ ໂດຍ​ກ່າວແຕ່ພຽງວ່າ ຜູ້ກ່ຽວ​ເສຍ​ຊີວິດໃນ​ຂະ ນະ​ທີ່​ສຳ​ຫຼວດ​ເບິ່ງ​ການ​ປະຕິບັດ​ງານ ​ເພື່ອ​ຂັບ​ໄລ່​ການ​ບຸກ​ໂຈມຕີ​ທາງ​ທະຫານ​ຕໍ່​ເມືອງ Aleppo.

​ເຈົ້າໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ຂອງ​ສະຫະລັດກ່າວ​ວ່າ ທ້າວ Adnani ມີ​ສ່ວນ​ພົວພັນ​ໂດຍ​ ກົງໃນ​ການ​ເກັບເກນ​ເອົາ​ພວກ​ນັກ​ລົບ​ຕ່າງປະ​ເທດ ​ແລະ​ເປັນ​ຜູ້​ອອກ​ຄຳສັ່ງ​ຂອງ​ກຸ່ມ​ລັດ​ອິສລາມ ​ກ່ຽວ​ກັບ​ການ​ໂຈມ​ຕີ​ທີ່​ສຳຄັນໆ ຢູ່​ນອກ​ເຂດ​ທີ່​ໝັ້ນຂອງພວກ​ເຂົາ ​ໃນ​ປະ​ເທດ​ຊີ​ເຣຍ​ແລະ​ອີຣັກ.

“ການ​ປະຕິບັດ​ງານສຳຄັນໆ ​ທີ່ຢູ່​ພາຍ​ໃຕ້​ການ​ດູ​ແລ​ຂອງ​ຜູ້ກ່ຽວ​ແມ່ນ​ຮວມທັງ​ການ​ໂຈມ​ຕີ ຢູ່ປາຣີ ການ​ໂຈມ​ຕີ​ສະໜາມ​ບິນ Brussels ການ​ໂຈມ​ຕີ​ສະໜາມ​ບິນ​ອິສຕັນ​ບູລ ການ​ຍິງ​ເຮືອບິນ​ໂດຍສານຣັດ​ເຊຍ​ທີ່​ເຂດ​ໄຊ​ນາຍ ການ​ໂຈມ​ຕີ​ດ້ວຍ​ລະເບີດ​ສະຫລະຊີບ​ ໃນ​ລະ ຫວ່າງ​ການ​ໂຮມ​ຊຸມນຸມ​ທີ່​ອັງກາຣາແລະ​ການໂຈມ​ຕີ​ຮ້ານກາ​ເຟທີ່​ບັງ​ກລາ​ແດັສ” ນັ້ນຄື​ຄຳ​ເວົ້າຂອງ​ເຈົ້າໜ້າ​ທີ່. “​ເມື່ອ​ໄລ່​ຮວມກັນ​ແລ້ວການ​ໂຈມ​ຕີ​ເຫຼົ່ານີ້ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຫຼາຍ ກວ່າ 1,800 ຄົນ ​ແລະ​ບາດ​ເຈັບ ​ເກືອບ 4,000 ຄົນ.”

ທຳນຽບຫ້າ​ແຈ​ ກຳລັງ​ຊັ່ງຊາ​ເບິ່ງ​ຄວາມ​ເສຍ​ຫາຍ​ ຈາກ​ການ​ໂຈມ​ຕີ​ທາງ​ອາກາດ​ ໃກ້​ກັບ​ເມືອງ Al-Bab ​ເພື່ອ​ໃຫ້ການ​ຢືນຢັນ​ກ່ຽວ​ກັບ​ການ​ຕາຍ​ຂອງ​ທ້າວ Adnani.

​ເຈົ້າໜ້າ​ທີ່​ລັດຖະບານ​ຄົນ​ນຶ່ງ​ ຢູ່​ວໍ​ຊິງ​ຕັນ ກ່າວຕໍ່​ວີ​ໂອ​ເອວ່າ ສະຫະລັດ​ແມ່ນ​ໄດ້ຕິດຕາມ ສະມາຊິກຄົນ​ສຳຄັນໆຂອງກຸ່ມ​ລັດ​ອິສລາມ ​ໃນ​ແຂວງ Aleppo.

ມີ​ລາຍ​ງານ​ວ່າ ທ້າວ Adnani ​ໄດ້​ຮັບ​ບາດ​ເຈັບ​ສາຫັດ ​ເມື່ອ 8 ​ເດືອນ​ກ່ອນ ຢູ່​ທີ່ປະ​ເທດ​ອີຣັກ ​ໃນ​ການ​ສູ້​ລົບ ໃກ້ໆ​ກັບ​ເມືອງ Haditha. ລາວ​ເກີດ​ຢູ່​ໃນ​ປະ​ເທດ​ຊີ​ເຣຍ ມີ​ອາຍຸປະ ມານ ​39 ປີ​ ແລະ​ເປັນ​ສະມາຊິກ​ຄົນ​ສຳຄັນ​ ຂອງ​ເຄືອ​ຂ່າຍອາລກາ​ອີ​ດາ ກ່ອນ​ເຂົ້າຮ່ວມ ກັບກຸ່ມ​ລັດ​ອິສລາມ ບ່ອນ​ທີ່​ມີ​ການ​ພິຈາລະນາ​ກັນ​ວ່າ​ລາວໄດ້ກາຍ​ເປັນ​ຜູ້ນຳ ໝາຍ​ເລກ​ສອງຮອງ​ຈາກ​ຜູ້ນຳ​ຂອງ​ກຸ່ມ ທ້າວ Abu Bakr al-Baghdadi.

ທ້າວ Adnani ​ເປັນ​ຜູ້​ອອກ​ຄຳ​ສັ່ງ ຈາກ​ກຸ່ມ​ລັດ​ອິສລາມ ​ເມື່ອເກືອບ​ສອງ​ປີ​ກ່ອນ ທີ່​ຮຽກ ຮ້ອງ​ໃຫ້​ຊາວ​ມຸສລິ​ມອາ​ໄສ​ ຢູ່​ໃນ​ປະ​ເທດ​ຕາ​ເວັນ​ຕົກ ທຳ​ການ​ໂຈມ​ຕີ​ບ່ອນ​ໃດ ແລະ​ໃນ​ເວລາ​ໃດທີ່​ພວກ​ເຂົາສາມາດ​ເຮັດ​ໄດ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Syria IS Spokesman
please wait
Embed

No media source currently available

0:00 0:00:30 0:00

XS
SM
MD
LG