ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກລັດອິສລາມ ເລີ່ມພ່າຍແພ້ ສົງຄາມ ສື່ສັງຄົມ ແລ້ວບໍ?


Interview clip with U.S. Under Secretary of State for Public Diplomacy and Public Affairs Richard Stengel
please wait

No media source currently available

0:00 0:00:56 0:00

ຊົມການສຳພາດຂອງ ລັດຖະມົນຕີຊ່ວຍວ່າການກະຊວງການ​ຕ່າງປະ​ເທດ​ ສະຫະລັດ ຮັບຜິດຊອບກ່ຽວກັບ ກິດຈະການ ດ້ານການທູ​ດ ​ແລະ ປະຊາສຳພັນ. 25 ກັນຍາ, 2015.

​ເຈົ້າ​ໜ້າ​ທີ່ອະວຸ​ໂສ ກະຊວງ​ການ​ຕ່າງປະ​ເທດ ສະຫະລັດ ທ່ານ
ນຶ່ງກ່າວ​ວ່າ ໄດ້ມີການ “​ຫຼຸດ​ລົງຢ່າ​ງຫຼວງຫຼາຍ” ​ໃນປະລິມານ
ການ ສົ່ງ​ຂໍ້​ຄວາມ​ຂອງ​ພວກລັດ​ອິສລາມ​ຫຼື ​IS ຜ່ານ​ສື່​ສັງຄົມ​ໃນ
ໄລຍະ​ສອງ​ສາມ​ເດືອນ​ທີ່​ຜ່ານ​ມານີ້.

ລັດຖະມົນຕີຊ່ວຍວ່າການກະຊວງການ​ຕ່າງປະ​ເທດ​ສະຫະລັດ
ຮັບຜິດຊອບກ່ຽວກັບ ກິດຈະການ ດ້ານການທູ​ດ ​ແລະ ປະຊາ
ສຳພັນ ທ່ານ Richard Stengel ກ່າວ​ວ່າ ທ່ານ​ຄິດ​ວ່າ “ປະ
ລິມານ​ແມ່ນ​ກຳລັງ​ມີ​ການ​ຜັນແປ”
​ ແລະຈຳ​ນວນ​ຂໍ້ຄວາມ​ໂຕ້​
ຕອບ​ແມ່ນເລີ່ມທີ່​ຈ​ະມີ​ຫຼາຍ​ກວ່າ​ຈຳນວນ​ຂໍ້ຄວາມ​ທາງ​ສື່ສັງຄົມ ​
ຈາກພວກ IS ​ໃນ​ທົ່ວ​ໂລກ. ພວກ IS ​ໄດ້ໃຊ້​ສື່​ສັງຄົມ​ຢ່າງມີ​ປະສິດທິ​ຜົນ​ທີ່​ສຸດ. ​ໃນ​ຂະນະ​
ທີ່ຄົນ​ສ່ວນ​ໃຫຍ່ໄດ້ອ່າ​ນ ຫຼື ​ເຫັນ​ພາບ ກ່ຽວ​ກັບ​ການ​ຕັດ​ຫົວແລະການ​ຂ້າ​ຄົນ​ໃນ​ສື່​ສັງຄົມ,
ພວກ​ເຂົາ​ເຈົ້າ ອາດ​ຈະ​ບໍ່​ຄຸ້ນ​ເຄີຍ​ປານ​ໃດ ກັບ​ການ​ເຜີຍແຜ່ ການ​ໂຄສະນາຊວນ​ເຊື່ອ​ສະ
ໜັບສະໜູນພວກ IS ຫຼາຍ​ພັນ​ສະບັບ​ໂດຍ​ສົ່ງ​ເສີມ​ກິດຈະກຳ​ທີ່ເປັນຄື​ກັບ​ລັດຖະບານ​ຂອງ
ພວກ​ເຂົາ ​ແລະ ການ​ແປ​ຄວາມ​ໝາຍ​ຂອງ​ສາສະໜາອິສລາມ.

​ແລະ ​ໃນ​ປະຈຸ​ບັນ​ນີ້, ສະຫະລັດ ​ແລະ ປະ​ເທດ​ອື່ນໆ​ແມ່​ນຍັງ​ບໍ່​ທັນ​ໄດ້ກີດ​ກັ້ນການກະຈາຍ​ຂໍ້ຄວາມ​ຂອງ​ພວກ IS ຢ່າງ​ມີ​ປະສິດ​ທິຜົນ​ເທື່ອ. ​ໃນບົດ​ຂ່າວເດືອນ ມິຖຸນາ ຂອງ​ໜັງສືພິມ The New York Times ປະກາດ​ວ່າ ພວກ IS “​ແມ່ນ​ກຳລັງໄດ້ຮັບ​ໄຊຊະນະ​ສົງຄາມ ​
ສື່​ສັງຄົມ.”
ບົດ​ຂ່າວດັ່ງກ່າວ​ໄດ້​ອ້າງ​ເຖິງ ​ການ​ປະ​ເມີນ​ຜົນ​ພາຍໃນ​ ຂອງ​ກະຊວງ​ການ​ຕ່າງປະເທດ.

ສະມາຊິ​ກສະພາສູງ Cory Booker ​ໄດ້ຮຽກຮ້ອງ​ໃຫ້​ມີ​ຄວາມ​ພະຍາ ຍາມ​ຂຽນ​ຂໍ້ຄວາມ​ຕໍ່ຕ້ານ​ພວກ IS. ທ່ານ​ກ່າວ​ວ່າ “​ເປັນຕາ​ຢາກຫົວ,”, “ຂຽນ​ຊ້ຳສາມ​ເທື່ອ. ຂຽນ​ຊ້ຳ​
ສອງ​ເທື່ອ..”

​ແຕ່​ທ່ານ Stengel ກ່າວວ່າ ບັນດາສະມາຊິກສະພາ ເຊັ່ນທ່ານ Booker ແມ່ນໄດ້ຂາດ ການຮັບຮູ້ໃນປະລິມານຂອງຂໍ້ຄວາມຕໍ່ຕ້ານພວກ IS ທີ່ຖືກສົ່ງອອກໄປໃນພາສາອາຣັບ.

ຂໍ້ຄວາມຂອງພວກ IS ທີ່ໄດ້ຖືກສົ່ງອອກໄປ 95 ເປີເຊັນແມ່ນພາສາ ອາຣັບ. ຂ້າພະເຈົ້າບໍ່ ແນ່ໃຈວ່າມີຜູ້ຊາຍ ແລະ ແມ່ຍິງຂອງພວກເຮົາ ຈັກຄົນໃນລັດຖະສະພາທີ່ອ່ານສື່ສັງຄົມ ໃນພາສາ ອາຣັບໄດ້. ພວກເຂົາ ເຈົ້າກໍເບິ່ງສື່ສັງຄົມທີ່ເປັນພາສາອັງກິດ ດັ່ງທີ່ພວກເຮົາໃຊ້ ກັນນັ້ນແຫຼະ,” ເຊິ່ງທ່ານໄດ້ກ່າວຕໍ່ນັກຂ່າວ ວີໂອເອປະຈຳກະຊວງການຕ່າງປະເທດ Pam Dockins ໃນວັນສຸກທີຜ່ານມານີ້.

XS
SM
MD
LG