ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກຫົວຮຸນແຮງ ລັດອິສລາມ ໂຈມຕີ ພື້ນທີ່ຊາວເຄີດ ໃນເມືອງ Sinjar ດ້ວຍອາວຸດເຄມີ


ແຜນທີ່ ປະເທດ ອີຣັກ ສະແດງໃຫ້ເຫັນ ເຂດເມືອງ Sinjar
ແຜນທີ່ ປະເທດ ອີຣັກ ສະແດງໃຫ້ເຫັນ ເຂດເມືອງ Sinjar

ບັນດາເຈົ້າໜ້າທີ່ເຄີດ ກຳລັງທຳງານຮ່ວມກັບ ກຸ່ມແນວໂຮມ
ທີ່ນຳພາໂດຍສະຫະລັດ ເພື່ອຢັ້ງຢືນວ່າ ພວກຫົວຮຸນແຮງລັດ
ອິສລາມ ໄດ້ໂຈມຕີ ພວກນັກລົບຊາວເຄີດ peshmerga ດ້ວຍ
ອາວຸດເຄມີ ໃນບໍລິເວນ ເມືອງ Sinjar ຢູ່ທາງພາກເໜືອຂອງ
ອີຣັກ ແທ້ຫຼືບໍ່.

ໄດ້ມີລາຍງານວ່າ ຊາວເຄີດ peshmerga ຫຼາຍສິບຄົນ ພ້ອມ
ກັນກັບພົນລະເຮືອນຈຳນວນໜຶ່ງ ໄດ້ມີອາການເປັນວິນ ແລະ
ຮາກ ຫຼັງຈາກ ຈະຫຼວດທີ່ເຮັດເອງ ຂອງພວກໄອແອັສ ຫຼາຍລູກ
ໄດ້ຕົກໃສ່ບໍລິເວນດັ່ງກ່າວ.

ສະພາຄວາມໝັ້ນຄົງ ຂົງເຂດ Kurdistan ໄດ້ກ່າວ ຜ່ານທາງ Twitter ຂອງຕົນ ວ່າ
ຕົນໄດ້ສືບສວນ ການໂຈມຕີ ເມື່ອວັນທີ 25 ກຸມພານີ້.

ຖ້າຢັ້ງຢືນໄດ້ ອີງຕາມທາງການຂອງຊາວເຄີດແລ້ວ ມັນກໍຈະເປັນ ຄັ້ງທີ່ແປດ ຂອງ
ການໂຈມຕີດ້ວຍອາວຸດເຄມີ ຕໍ່ກຳລັງຂອງຕົນ.

ຜູ້ອຳນວຍການ ອົງການສືບລັບແຫ່ງຊາດ ສະຫະລັດ ທ່ານ James Clapper ໄດ້
ບອກ ລັດຖະສະພາ ໃນຕົ້ນເດືອນກຸມພາ ວ່າ ກຸ່ມພວກຫົວຮຸນແຮງຈັດ ໄດ້ນຳໃຊ້ສານ
ເຄມີຕ່າງໆ ຢູ່ທັງໃນ ອີຣັກ ແລະ ຊີເຣຍ.

XS
SM
MD
LG