ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວອີຣັກ ອາສາສະໝັກ ໄປສູ້ລົບ ກັບ ພວກອິສລາມ ຫົວຮຸນແຮງ (ສະໄລດ໌/ວີດີໂອ)


ພວກຜູ້ຊາຍ ຊາວອີຣັກ ຍິງປືນຂຶ້ນ ແລະຮ້ອງຄຳຂວັນ ໃນຂະນະທີ່ພວກເຂົາເຈົ້າ ໂຮມຊຸມນຸມເດີນຂະບວນ ທີ່ເມືອງ Najaf ໃນພາກກາງຂອງອີຣັກ (14 ມິຖຸນາ 2014)
ພວກຜູ້ຊາຍ ຊາວອີຣັກ ຍິງປືນຂຶ້ນ ແລະຮ້ອງຄຳຂວັນ ໃນຂະນະທີ່ພວກເຂົາເຈົ້າ ໂຮມຊຸມນຸມເດີນຂະບວນ ທີ່ເມືອງ Najaf ໃນພາກກາງຂອງອີຣັກ (14 ມິຖຸນາ 2014)
ພວກໜຸ່ມນ້ອຍຜູ້ຊາຍຊາວອີຣັກ ຈຳນວນຫຼາຍຮ້ອຍຄົນ ພາກັນ
ຫລັ່ງໄຫລ ໄປຫາສູນກາງອາສາສະໝັກ ໃນນະຄອນຫຼວງແບັກ
ແດດແລະບ່ອນອື່ນໆ ເພື່ອເຂົ້າຮ່ວມການສູ້ລົບ ຕໍ່ຕ້ານພວກອິສ
ລາມຫົວຮຸນແຮງ ທີ່ພວມບຸກຄືບໜ້າ ຢູ່ໃນທົ່ວພາກເໜືອຂອງປະ
ເທດໃນອາທິດນີ້.

ພວກອາສາສະໝັກເຫຼົ່ານີ້ ແມ່ນສະໜອງຕອບ ຕໍ່ຄຳຮຽກຮ້ອງ
ຂອງນັກບວດມຸສລິມນິກາຍຊີໄອທ໌ທີ່ມີຄົນນັບຖືຫຼາຍທີ່ສຸດໃນ
ອີຣັກ Ayatolla Ali al-Sistani.

ໂຄສົກຂອງນຶ່ງຂອງອາຢາໂຕລາ ໄດ້ຖະແຫຼງໃນວັນສຸກວານນີ້ ທີ່ວັດມຸສລິມ ໃນເມືອງກາ ບາລາຮຽກຮ້ອງໃຫ້ຊາວອີຣັກທຳການຕໍ່ສູ້ກັບພວກກໍ່ການຮ້າຍເພື່ອປ້ອງກັນປະເທດຊາດ ຂອງພວກເຂົາເຈົ້າ ປະຊາຊົນ ແລະສະຖານທີ່ສັກສິດຕ່າງໆ ທ່ານກ່າວວ່າ ການສູ້ລົບ ກັບ ພວກຫົວຮຸນແຮງ ແມ່ນເປັນໜ້າທີ່ ຂອງທຸກໆຄົນ. ນາຍົກລັດຖະມົນຕີອີຣັກ ທ່ານ Nouri al-Maliki ກ່າວຕໍ່ພວກນາຍທະຫານ ທີ່ເມືອງຊາມາຣາວ່າ ພວກອາສາສະໝັກໄປທີ່ນັ້ນ ເພື່ອຊ່ວຍພວກທະຫານໃຫ້ເອົາ ຊະນະພວກຫົວຮຸນແຮງ.

ນອກນັ້ນ ທ່ານ Maliki ຍັງກ່າວຕໍ່ພວກນາຍທະຫານວ່າ ຜູ້ໃດໂຕນໜີຈາກໜ້າທີ່ແລະຖອດ ເຄື່ອງແບບຖິ້ມ ຢູ່ຕາມຖະໜົນຫົນທາງ ຢູ່ທີ່ເມືອງ Mosul ທາງພາກເໜືອຂອງອີຣັກ ໃນຕົ້ນ ອາທິດນີ້ ຕ້ອງກັບຄືນໄປຫາກົມກອງຂອງພວກເຂົາເຈົ້າຫຼືຖ້າບໍ່ດັ່ງນັ້ນກໍຈະປະເຊີນກັບການ ຖືກລົງໂທດຢ່າງໜັກ ຮວມທັງ ໂທດປະຫານຊີວິດນຳດ້ວຍ.
IRAQ CNPK
please wait
Embed

No media source currently available

0:00 0:01:54 0:00

ໃນການເຄື່ອນໄຫວອີກດ້ານນຶ່ງນັ້ນ ໃນວັນເສົາມື້ນີ້ ປະທານາທິບໍດີອີຣ່ານ ທ່ານ Hassan Rouhani ກ່າວວ່າ ປະເທດຂອງທ່ານພ້ອມແລ້ວ ທີ່ຈະຊ່ອຍອີຣັກ ຖ້າຫາກມີການຮ້ອງຂໍ ແລະຈະພິຈາລະນາເພື່ອຈະດຳເນີນງານຮ່ວມກັນກັບສັດຕູ ເປັນເວລາດົນນານຂອງເຕຫະ ຣ່ານ ນັ້ນກໍຄືສະຫະລັດ ໃນການຕໍ່ສູ້ ກັບພວກຫົວຮຸນແຮງຈັດຊຸນນີ່ ຖ້າວໍຊິງຕັນຫາກຕັດສິນ ໃຈ ທີ່ຈະເອົາມາດຕະການ ຕໍ່ຕ້ານພວກນັກລົບ ຂອງກຸ່ມດັ່ງກ່າວ.

ອີຣ່ານໄດ້ມີຄວາມສຳພັນອັນໃກ້ຊິດກັບລັດຖະບານຊີໄອທ໌ຂອງແບັກແດດ ໃນໄລຍະສອງ ສາມປີຜ່ານມານີ້.
CN- Obama Says No U.S. Troops in Iraq
please wait

No media source currently available

0:00 0:02:06 0:00

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວໃນວັນສຸກ ວານນີ້ວ່າ ຄະນະທີ່ປຶກ ສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທ່ານພວມກະກຽມ “ທາງເລືອກໃນຂອບເຂດທີ່ກວ້າງ ຂວາງ” ທີ່ສະຫະລັດຈະໃຫ້ການຊ່ອຍເຫຼືອແກ່ລັດຖະບານອີຣັກໃນຂະນະທີ່ອີຣັກ ພວມປະ ເຊີນກັບການບຸກ ໂຈມຕີຈາກພວກອິສລາມຫົວຮຸນແຮງທີ່ໄດ້ຮັບແຮງດົນໃຈ ຈາກກຸ່ມກໍ່ການ ຮ້າຍອາລກາອີດານັ້ນ.

ໃນການຖະແຫຼງທີ່ທຳນຽບຂາວ ໃນມື້ວັນສຸກວານນີ້ປະທານາທິບໍດີໂອບາມາ ກ່າວວ່າ ທິດ ທາງໃນການປະຕິບັດງານ ຂອງສະຫະລັດ ຈະມີຄວາມກະຈ່າງແຈ້ງຂຶ້ນ ພາຍໃນສອງສາມ ມື້ຂ້າງໜ້ານີ້. ປະທານາທິບໍດີກ່າວຕື່ມວ່າ ຈະບໍ່ມີການສົ່ງກຳລັງທະຫານອາເມຣິກັນ ໄປຍັງອີ ຣັກອີກ.

ປະທານາທິບໍດີເວົ້າວ່າ ພວກຫົວຮຸນແຮງທີ່ໄດ້ເຂົ້າຍຶດເອົາຫລາຍໆເຂດໃນອີຣັກແມ່ນເປັນ ໄພຂົ່ມຂູ່ຕໍ່ລັດຖະບານແບັກແດດແລະປະຊາຊົນໃນທົ່ວປະເທດ ແລະພ້ອມດຽວກັນກໍເປັນ ໄພຂົ່ມຂູ່ ຕໍ່ຜົນປະໂຫຍດ ຂອງອາເມຣິກັນນຳດ້ວຍ. ທ່ານເວົ້າວ່າ ການແຕກແຍກກັນ ລະ ຫວ່າງພວກຜູ້ນຳອີຣັກ ແມ່ນພາໃຫ້ເກີດວິກິດການ ທີ່ກຳລັງດຳເນີນຢູ່ໃນເວລານີ້.

ປະທານາທິບໍດີໂອບາມາເວົ້າວ່າ “ໃນຮອບທົດສະວັດຜ່ານມາ ທະຫານອາເມຣິກັນ ໄດ້ທຳ ການເສຍສະຫຼະເປັນພິເສດ ເພື່ອໃຫ້ໂອກາດແກ່ຊາວອີຣັກ ເລືອກເອົາອະນາຄົດຂອງພວກ ເຂົາເຈົ້າເອງ. ແຕ່ບໍ່ເປັນຈັງໂຊກພວກຜູ້ນຳອີຣັກບໍ່ສາມາດເອົາຊະນະຊຶ່ງເກືອບເລື້ອຍໆແມ່ນ ບໍ່ມີຄວາມໄວ້ເນື້ອເຊື່ອໃຈກັນ ແລະມີຄວາມເຫັນຂັດແຍ້ງ ຍ້ອນເລື່ອງສາສະໜາ ທີ່ໄດ້ມີມາ ເປັນເວລາດົນນານແລ້ວ ແລະນັ້ນ ໄດ້ກໍ່ໃຫ້ເກີດມີຄວາມບໍ່ໝັ້ນຄົງຂຶ້ນ ຢູ່ໃນລັດຖະບານອີຣັກ ແລະໃນກຳລັງຮັກສາຄວາມສະຫງົບ ນຳດ້ວຍ.”
Islamic Militants Advance in Iraq - Civil War Possible
please wait

No media source currently available

0:00 0:03:04 0:00

ທ່ານໂອບາມາ ກ່າວວ່າ ການຊ່ອຍເຫລືອຂອງສະຫະລັດຕໍ່ອີຣັກ ຈະຕ້ອງໄດ້ຮັບການສະ ໜອງຕອບຢ່າງຈິງຈັງແລະຈິງໃຈ ໃນການດຳເນີນຄວາມພະຍາຍາມ ຂອງພວກຜູ້ນຳອີຣັກ ທີ່ຈະດຳເນີນງານຮ່ວມກັນ ແລະປະຖິ້ມການຂັດແຍ້ງກັນ ແລະປັບປຸງກຳລັງຮັກສາຄວາມ ສະຫງົບຂອງຕົນ. ທ່ານເວົ້າວ່າ ຖ້າຫາກບໍ່ມີການດຳເນີນຄວາມພະຍາຍາມໃດໆ ທາງດ້ານ ການເມືອງແລ້ວ ການໃຫ້ຄວາມຊ່ອຍເຫຼືອ ທາງທະຫານ ໃນໄລຍະສັ້ນ ຈະບໍ່ປະສົບກັບ ຄວາມສຳເລັດ.

ໃນການໂຈມຕີຢ່າງໄວວາໃນອາທິດນີ້ ພວກຫົວຮຸນແຮງຂອງກຸ່ມລັດອິສລາມໃນອີຣັກ ແລະ Levant ທີ່ເອີ້ນຫຍໍ້ວ່າ ISIL ນັ້ນໄດ້ເຂົ້າຍຶດເອົາເມືອງ Mosul ຊຶ່ງເປັນຫົວເມືອງໃຫຍ່ອັນດັບ ສອງຂອງອີຣັກ ແລະບຸກຄືບໜ້າ ໃນລັດສະໝີ 90 ກິໂລແມັດ ຫ່າງຈາກນະຄອນຫຼວງແບັກ ແດດ.

ໃນຕອນແລງຂອງວັນພະຫັດຜ່ານມານີ້ ກຸ່ມ ISIL ໄດ້ເຂົ້າຍຶດເອົາເມືອງ Jalaw ແລະເມືອງ Saadiyah ຊຶ່ງເປັນເມືອງທີ່ມີການແບ່ງແຍກ ທາງດ້ານຊົນຊາດຊົນເຜົ່າ ໃນແຂວງ Diyala ທາງພາກຕາເວັນອອກຂອງອີຣັກ.
Call to Arms Raises Fears of Iraqi Sunni-Shia War
please wait

No media source currently available

0:00 0:02:58 0:00
XS
SM
MD
LG