ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຮອງຜູ້ບັນຊາການກຸ່ມລັດອິສລາມ ຖືກຂ້າຕາຍ ໃນການໂຈມຕີທາງອາກາດ


ແຜນທີ່ແຂວງ ອານບາ, ອີຣັກ
ແຜນທີ່ແຂວງ ອານບາ, ອີຣັກ

ໂທລະພາບແຫ່ງລັດຂອງ ອີຣັກ ກ່າວວ່າ ຮອງຜູ້ບັນຊາການກຸ່ມລັດອິສລາມ ທ້າວ Abu
Bakr al-Baghdadiໄດ້ຖືກຂ້າໃນການໂຈມຕີທາງອາກາດຢູ່ໃນແຂວງ ອາລ-ອານບາ ໃກ້ໆກັບຊາຍແດນ ຊີເຣຍ.

ລາຍງານດັ່ງກ່າວ ໃນວັນເສົາວານນີ້ເວົ້າວ່າທ້າວ Ayad al-Jumailiກັບພວກຜູ້ບັນຊາ
ການຄົນອື່ນໆອີກຫຼາຍຄົນໃນເຂດທ້ອງຖິ່ນ ກໍໄດ້ຖືກຂ້າຕາຍເຊັ່ນກັນ ໃນການໂຈມຕີ
ໂດຍກອງທັບອາກາດ ອີຣັກ ໃນພາກຕາເວັນຕົກໄກຂອງ ອີຣັກ. ລາຍງານດັ່ງກ່າວບໍ່ໄດ້ ເວົ້າວ່າການໂຈມຕີໄດ້ມີຂຶ້ນເມື່ອໃດ ແລະ ກໍບໍ່ໄດ້ໃຫ້ລາຍລະອຽດຢ່າງອື່ນເຊັ່ນກັນ.

ພວກເຈົ້າໜ້າທີ່ຂອງກຳລັງປະສົມ ທີ່ນຳໂດຍ ສະຫະລັດ ຕໍ່ຕ້ານພວກ ISIS ກໍບໍ່ໄດ້ຢືນ
ຢັນເຖິງການຕາຍຂອງພວກຫົວຮຸນແຮງດັ່ງກ່າວ ໃນຄໍ່າຄືນວັນເສົາຜ່ານມາ.

ອີງຕາມຄຳຖະແຫຼງຈາກອົງການສຶບລັບທາງທະຫານຂອງ ອີຣັກ ນັ້ນ ພວກເຈົ້າໜ້າທີ່
ເວົ້າວ່າ ລາຍງານໄດ້ບັນລະຍາຍວ່າ ທ້າວ Jumaili ຊຶ່ງຮູ້ກັນອີກວ່າ ອາບູ ຢາຢາ ເປັນ ລັດຖະມົນຕີສົງຄາມ ຂອງກຸ່ມລັດອິສລາມ. ລາຍງານນັ້ນເວົ້າວ່າ “ເຮືອບິນຮົບກອງ ທັບອາກາດໄດ້ສັງຫານຢ່າງແມ່ນຍຳ ໂດຍການໂຈມຕີກອງບັນຊາການຂອງພວກ
Daesh ໃນເມືອງ al-Qaim."

ຈູໄມລີ ຊຶ່ງຄັ້ງນ່ຶງ ເຄີຍຮັບໃຊ້ເປັນເຈົ້າໜ້າທີ່ສືບລັບໃຫ້ ຊັດດຳ ຮູເຊນ ໄດ້ເຂົ້າຮ່ວມກັບ ພວກກໍ່ການຮ້າຍ ຊຸນນີ ລຸນຫຼັງການບຸກລຸກທີ່ນຳໂດຍ ສຫຣ ໃນປີ 2003 ຊຶ່ງພວກນັກວິ ເຄາະກ່າວວ່າ ຕັ້ງແຕ່ນັ້ນມາ ຜູ້ກ່ຽວກໍໄດ້ຮັບໃຊ້ທ້າວ Baghdadi ໂດຍກົງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG