ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອົບພະຍົບອີຣັກ 2 ຄົນ ຖືກຈັບຢູ່ ສຫລ ໃນຂໍ້ຫາ ກໍ່ການຮ້າຍ


ດ້ານໜ້າຕຶກ Robert F. Kennedy ຂອງກະຊວງຍຸຕິທຳ ສຫລ ທີ່ວໍຊິງຕັນ.
ດ້ານໜ້າຕຶກ Robert F. Kennedy ຂອງກະຊວງຍຸຕິທຳ ສຫລ ທີ່ວໍຊິງຕັນ.

ອົບ​ພະຍົບ 2 ຄົນ​ຈາກ​ອີຣັກ ຖືກ​ຈັບ ​ໃນ​ຂໍ້​ຫາ​ພົວພັນ​ກັບ​ການ​ກໍ່
​ການ​ຮ້າຍໂດຍ​ເຈົ້າໜ້າ​ທີ່​ລັດຖະບານ​ກາງ​ສະຫະລັດ​ຊຶ່ງ​ພາ​ໃຫ້
​ມີ​ການ​ຕຳ​ໜິຕິຕຽນຄືນອີກຕໍ່​ແຜນການ​ຂອງ​ທຳນຽບຂາວ ທີ່​ຈະ
​ຮັບ​ເອົາ​ອົບ​ພະຍົບຫລາຍ​ພັນ​ຄົນ​ ຈາກ​ຫຼາຍໆ​ເຂດທີ່​ປະສົບ​ໄພ​
ສົງຄາມ​ໃນ​ພາກ​ຕາ​ເວັນ​ອອກ​ກາງ.

​ເຈົ້າໜ້າ​ທີ່​ສະຫະລັດ​ກ່າວ​ວ່າ ບຸກຄົນ​ທັງ​ສອງ​ເປັນ​ຊາວ​ປາ​ແລ​ສ​
ໄຕ​ນ໌ຈາກ​ອີຣັກ​ຊຶ່ງ​ໄດ້​ເຂົ້າມາ​ຢູ່​ໃນ​ສະຫະລັດ​ຫຼາຍ​ປີ​ແລ້ວ​ ​ແລະ
ພວກ​ເຂົາ​ເຈົ້າ ອາດ​ໄດ້​ທຳ​ການ​ຕິດຕໍ່​ກັນ ​ແຕ່ບໍ່​ໄດ້ປາກົດ​ວ່າ ​ມີ
​ການວາງ​ແຜນ​ໂຈມ​ຕີ​ໃດ​ໆ​ເທື່ອ​ຢູ່​ໃນ​ສະຫະລັດ.

ອີງ​ຕາມ​ກະຊວງ​ຍຸຕິ​ທຳ​ຂອງ​ສະຫະລັດ​ແລ້ວ ທ້າວ Aws Mohammed Younis Al-
Jayap ອາຍຸ 23 ປີີ ​ໄດ້​ຖືກ​ຈັບ​ໃນ​ວັນ​ພະຫັດ​ວານ​ນີ້ທີ່​ນະຄອນ Sancramento ລັດ​
ຄາ​ລີ​ຟໍ​ເນຍ ບ່ອນ​ທີ່​ຜູ້ກ່ຽວ​ໄດ້​ຖືກ​ຂໍ້​ຫາ​ ໃຫ້​ຂໍ້​ມູນ​ເທັດ ​ກ່ຽວກັບ ​ພວກ​ກໍ່​ການ​ຮ້າຍ​ນາໆ
​ຊາດ.

ທ້າວ Al-Jayap ​ໄດ້​ເດີນທາງ​ເຂົ້າມາໃນ​ສະຫະລັດ​ໃນ​ນາມ​ອົບ​ພະຍົບ​ຈາກ​ຊີ​ເຣຍໃນ
​ປີ​ 2012​.​ ລາວ​ໄດ້​ຖືກ​ກ່າວ​ຫາ​ວ່າຕົວະ​ເຈົ້າໜ້າ​ທີ່ ​ກ່ຽວ​ກັບການ​ເດີນທາງຂອງ​ລາວ​ໄປ​
ຊີ​ເຣຍ ຊຶ່ງ​ອີງ​ຕາມ​ຮູບພາບທີ່​ນຳອອກ​ເຜີຍ​ແຜ່​ທາງ​ຕາໜ່າງສື່​ສັງຄົມ​ແລ້ວ ລາວ​ໄດ້​ໄປ
​ສູ້​ລົບ​ໃຫ້​ກຸ່ມ​ຫົວ​ຮຸນ​ແຮງ​ຈັດ​ຫຼາຍກຸ່ມ ຮວມທັງ​ກຸ່ມ Ansar-al-Islam.

ສ່ວນ​ທ້າວ Omar Faraj Saeed al-Hardan ອາຍຸ 24 ປີ​ ຖືກ​ຈັບ​ທີ່​ນະຄອນ Hous-
ton ລັດ​ເທັກ​ຊັສ.​ ລາວ​ຖືກ​ກ່າວ​ຫາວ່າ ພະຍາຍາມ​ສະໜອງ​ການສະໜັບສະໜຸນ​ທາງ​
ດ້ານ​ວັດ​ຖຸ ຮວມທັງ​ໃຫ້ການ​ຝຶກ​ແອບພ້ອມ​ທັງ​ຄຳ​ແນະນຳແລະ​ການ​ຊ່ອຍ​ເຫລືອ​ຕ່າງໆ
​ແກ່​ກຸ່ມ​ລັດ​ອິສລາ​ມ ອີງ​ຕາມ​ສຳນວນ​ຟ້ອງ​ຂອງ​ລັດຖະບານ​ກາງ.

ທ້າວ al-Hardan ຊຶ່ງ​ໄດເຂົ້າມາ​ໃນ​ສະຫະລັດ ​ໃນ​ຖານະ​ອົບ​ພະຍົບຈາກ​ອີຣັກ ​ໃນ​ປີ
2009​ ​ແລະ​ຫລັງ​ຈາກ​ນັ້ນກໍ​ໄດ້​ຮັບ​ໃບ​ອະນຸຍາດ​ໃຫ້​ຢູ່​ໃນສະຫະລັດ​ໄດ້​ຢ່າງ​ເປັນ​ການ​
ຖາວອນ ກໍ​ໄດ້​ຖືກ​ກ່າວ​ຫາ​ວ່າ ໃຫ້ການ​ເທັດ ​ຫຼື​ບໍ່​ຈິງ​ ແກ່​ເຈົ້າໜ້າ​ທີ່​ກວດ​ຄົນ​ເຂົ້າ​ເມືອງ
ກ່ຽວ​ກັບ​ການ​ພົວພັນ​ຂອງ​ຜູ້ກ່ຽວ​ກັບ​ກຸ່ມ​ກໍ່​ການ​ຮ້າຍ​ຕ່າງໆ.

ບຸກຄົນ​ທັງ​ສອງ​ມີ​ກຳນົດ​ທີ່​ຈະ​ໄປ​ປາກົດ​ໂຕ​ຢູ່​ສານໃນ​ວັນ​ສຸກ​ມື້ນີ້.

XS
SM
MD
LG