ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຜູ້ນຳ​ຊົນ​ເຜົ່າ​ເຄີ​ດ​ ໄປຢ້ຽມຢາມເຂດ Sinjar ຫຼັງຈາກ ພວກລັດອິສລາມ ຖືກຂັບໄລ່ໜີ


ປະທານາທິບໍດີ ຂອງລັດຖະບານເຂດປົກຄອງຕົນເອງ ຂອງຊາວເຄີດໃນອີຣັກ ທ່ານ Massoud Barzani ໄປເຖິງເຂດ Mount Sinjar ເພື່ອສະໜັບສະໜຸນ ກອງກຳລັງຊາວເຄີດ ທີ່ພວມສູ້ລົບ ກັບພວກຫົວຮຸນແຮງລັດອິສລາມ ໂດຍໄດ້​ຮັບ​ການ​ໜຸນຫຼັງ ຈາ​ກການ​ໂຈມ​ຕີ​ທາງ​ອາກາດ ​ຂອງ​ສະຫະລັດ ຢູ່ເຂດພູດັ່ງກ່າວນັ້ນ ໃນເມືອງ Sinjar ປະເທດອີຣັກ, ວັນທີ 21 ທັນວາ 2014.
ປະທານາທິບໍດີ ຂອງລັດຖະບານເຂດປົກຄອງຕົນເອງ ຂອງຊາວເຄີດໃນອີຣັກ ທ່ານ Massoud Barzani ໄປເຖິງເຂດ Mount Sinjar ເພື່ອສະໜັບສະໜຸນ ກອງກຳລັງຊາວເຄີດ ທີ່ພວມສູ້ລົບ ກັບພວກຫົວຮຸນແຮງລັດອິສລາມ ໂດຍໄດ້​ຮັບ​ການ​ໜຸນຫຼັງ ຈາ​ກການ​ໂຈມ​ຕີ​ທາງ​ອາກາດ ​ຂອງ​ສະຫະລັດ ຢູ່ເຂດພູດັ່ງກ່າວນັ້ນ ໃນເມືອງ Sinjar ປະເທດອີຣັກ, ວັນທີ 21 ທັນວາ 2014.

ຜູ້ນຳ​ຊົນ​ເຜົ່າ​ເຄີ​ດ​ໃນອີຣັກ ທ່ານ Massoud Barzani ​ໄດ້
ໄປຢ້ຽມຢາມ​ເຂດພູ​ເຂົາ Mount Sinjar ຫຼັງຈາກພວກ​ນັກ​ຕໍ່ສູ້​
ຊົນ​ເຜົ່າ​ເຄີ​ດ peshmerga ​ໄດ້​ທັບ​ມ້າງວົງລ້ອມຂອງ ​ພວກນັກ​
ຕໍ່ສູ້​ຫົວ​ຮຸນ​ແຮງ​ລັດ​ອິສລາມ.

ປະທານາທິບໍດີ ​ຂົງ​ເຂດ​ປົກຄອງ​ຕົນ​ເອງ​ເຄິ່ງໜຶ່ງຂອງ​ຊາວ​ເຄີ​ດ
​ໃນ​ອີຣັກ ທ່ານ Barzani ກ່າວ​ວ່າ ພວກນັກຕໍ່​ສູ້ peshmerga ​
ໄດ້​ເຂົ້າ​ຍຶດ​ຄອງ​ຖະໜົນຕ່າງໆທັງ​ໝົດ​ ທີ່​ເນັ່ງ​ໄປ​ສູ່​ເຂດ​ພູ​ເຂົາ​
ດັ່ງກ່າວ​ນັ້ນ​ໄວ້​ແລ້ວ​ ​ແລະ ​ໄດ້​ປົດ​ປ່ອຍບໍລິ​ເວນ ບ່ອນ​ທີ່​ມີ​ຊົນ​ເຜົ່າ
Yazidis ຫຼາຍພັນ​ຄົນ ທີ່​ຖືກ​ປະ​ຫັດ​ປະຫານ ​ຕົກ​ຄ້າງ​ຢູ່​ນັ້ນ.

ທ່ານ​ກ່າວ​ຕື່ມ​ອີກ​ວ່າ ກອງ​ກຳລັງ​ຊາວ​ເຄີ​ດ ຈະ​ບໍ່​ຍິນ​ຍອມ​ໃຫ້​ ພວກນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ລັດ​ອິສລາມ​ໃດໆ ຫລົງ​ເຫຼືອຢູ່​ໃນ​ບໍລິ​ເວນ ​ທີ່ນັກ​ຕໍ່ສູ້ peshmerga ສາມາດ​ເຂົ້າ​ໄປ​ເຖິງ​ໄດ້​ນັ້ນ.

US: Kurdish Advance on Sinjar Is ‘Promising’
please wait

No media source currently available

0:00 0:01:50 0:00

​ໃນ​ວັນ​ເສົາ​ຜ່ານ​ມາ ກອງ​ກຳລັງນັກ​ຕໍ່ສູ້ peshmerga ​ ​ທີ່ໄດ້​ຮັບ​ການ​ໜຸນຫຼັງ ຈາ​ກການ​
ໂຈມ​ຕີ​ທາງ​ອາກາດ​ຂອງ​ສະຫະລັດ ​ໄດ້ບຸກ​ໂຈມ​ຕີ ​ໃນທົ່ວບໍລິ​ເວນ​ທາງ​ທິດ​ເໜືອ​ຂອງພູ​ເຂົາ Sinjar ​ແລະບຸກຄືບ​ໜ້າ​ໄປ​ສູ່​ເມືອງ Sinjar ​ແລະເມືອງ Tal Afar ທາງ​ທິດຕາ​ເວັນ​ອອກ ທີ່​ຖືກ​ປິດ​ລ້ອມ​ຢູ່​ນັ້ນ.

ຂະ​ບວນລົດ​ບັນທຸກ​ເຄື່ອງ​ຊ່ວຍ​ເຫຼືອ ຈຳນວນ 32 ຄັນ ທີ່​ຊາວ​ອີຣັກຊົນ​ເຜົ່າ​ເຄີ​ດ ​ສົ່ງ​ໄປເພື່ອ​ຊ່ວຍ​ເຫລືອ ຊາວ Yazidis ທີ່​ຖືກ​ປິດ​ລ້ອມ​ຢູ່​ນັ້ນ ​ກໍໄດ້​ໄປ​ເຖິງ​ເຂດ​ພູ​ເຂົາ​ດັ່ງກ່າວ ໃນ​ວັນ​ເສົາ​ຜ່ານ​ມາ.

IRAQ ISLAMIC STATE VOSOT
please wait

No media source currently available

0:00 0:00:48 0:00

XS
SM
MD
LG